ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ນາງ​ງາມ​ຈາກລາວໄດ້​ເຂົ້າ​ຮອບ 16 ຄົນສຸດ​ທ້າຍ​ຂອງ​ການ​ປະ​ກວດ​ນາງ​ງາມ​ຈັກ​ກະ​ວານ ເປັນ​​ຄັ້ງ​ທຳ​ອິດ ​ໃນ​ປະ​ຫວັດ​ສາດ ເຮັດ​ໃຫ້ຄົນ​ລາວ​ດີ​ໃຈຫຼາຍ​


ນາງ​ພູ​ທອນ (ຊຸດ​ລາຍ​ສີ​ຟ້າ​ຢູ່​ຊ້າຍ​ສຸດ) ແລະ​ຍາດ​ພີ່​ນ້ອງ​ແລະ​ໝູ່​ເພື່ອນ​ໃນລັດ​ລຸຍ​ເຊຍ​ນາ​ ຖ່າຍ​ຮູບ​ຮ່ວມ​ກັບ​ຍາດ​ພີ່​ນ້ອງ​ຂອງ​ນາງ​ປ່າ​ເຢັງ ຊາ ລໍ (ກາງ) ໃນ​ງານປະ​ກວດ​ນາງ​ງາມ​ຈັກ​ກະ​ວານ​ໃນ​ເມືອງ​ນີວ​ໂອ​ລີນສ໌ ໃນ​ຄືນ​ວັນ​ທີ 14 ມັງ​ກອນ 2023
ນາງ​ພູ​ທອນ (ຊຸດ​ລາຍ​ສີ​ຟ້າ​ຢູ່​ຊ້າຍ​ສຸດ) ແລະ​ຍາດ​ພີ່​ນ້ອງ​ແລະ​ໝູ່​ເພື່ອນ​ໃນລັດ​ລຸຍ​ເຊຍ​ນາ​ ຖ່າຍ​ຮູບ​ຮ່ວມ​ກັບ​ຍາດ​ພີ່​ນ້ອງ​ຂອງ​ນາງ​ປ່າ​ເຢັງ ຊາ ລໍ (ກາງ) ໃນ​ງານປະ​ກວດ​ນາງ​ງາມ​ຈັກ​ກະ​ວານ​ໃນ​ເມືອງ​ນີວ​ໂອ​ລີນສ໌ ໃນ​ຄືນ​ວັນ​ທີ 14 ມັງ​ກອນ 2023

ປ່າ​ເຢັງ ຊາ ລໍ ທີ່ຮຽນ​ພາ​ສາ​ອັງ​ກິດ​ດ້ວຍ​ຕົນ​ເອງໂດຍ​ໃຊ້​ລາຍ​ການ​ພາ​ສາ​ອັງ​ກິດພິ​ເສດ​ຂອງວີ​ໂອ​ເອ ​ເປັນນຶ່ງ​ໃນ​ແຫລ່ງໃຫ້​ຄວາມ​ຮູ້​ດ້ານພາ​ສາ​ອັງ​ກິດ​ອັນ​ມີ​ຄຸນ​ຄ່ານັ້ນ ​ໄດ້​ສ້າງ​ປະ​ຫວັດ​ສາດ​ໃຫ້​ແກ່​ຄົນ​ລາວຈາກ​ທຸກ​ຊົນ​ເຜົ່າ​ໃນຫລາຍດ້ານ​. ດ້ານ​ທີ 1 ກໍ​ຄື​ ນາງ​ເປັນ​ນາງ​ງາມ​ຜູ້​ທຳ​ອິດ​ຈາກ​ລາວ​ ທີ່ໄດ້ຖືກ​ຄັດ​ເລືອກ​ເຂົ້າໄປ​ປະ​ກວດ​ໃນ​ຮອບ 16 ຄົນ​ສຸ​ດທ້າຍ ໃນ​ຈຳ​ນວນນາງ​ງາມ​ທັງ​ໝົດທີ່​ມາ​ຈາກ 80 ກວ່າປະ​ເທດໃນ​ເວ​ທີ​ປະ​ກວດ​ນາງ​ງາມ​ຈັກ​ກະ​ວານ​ປີ 2022 ທີ່​ຫາ​ກໍ​ຈົບ​ລົງ 2 ວັນຜ່ານ​ມານີ້ ຊຶ່ງ​ມັນ​ນຳ​ເອົາ​ຄວາມ​ດີ​ອົກ ດີ​ໃຈ ແລ​ະປຶ້ມ​ປິ​ຕິ​ຍິນ​ດີ​ມາ​ໃຫ້​ຄົນ​ເຊື້ອ​ສາຍ​ລາວທັງ​ຢູ່​ໃນລາວ ແລະ​ຕ່າ​ງປະ​ເທດບໍ່​ຫລາຍ​ກໍ​ໜ້ອຍ. ​ນາງ​ພູ​ທອນຈາກ​ລັດ ລູຍ​ເຊຍ​ນາ ທີ່​ໄດ້​ໄປ​ຮ່ວມ​ຊົມ​ການ​ປະກວດ​ນາງ​ງາມ​ຈັກ​ກະ​ວານພ້ອມ​ກັບ​ລູກ​ສາວ ໃນ​ຄ່ຳ​ຄືນ​ວັນເສົາຜ່ານ​ມາທີ່​ນະ​ຄອນ​ນີວ​ໂອ​ລີນສ໌ນັ້ນ ເວົ້າ​ເຖິງ​ຄວາມ​ຮູ້​ສຶກ​ຂອງ​ນາງສູ່​ວີ​ໂອ​ເອຟັງ​ວ່າ:

ປ່າ​ເຢັງ​ ຊາ​ລໍ ​ເປັນ​ນາງ​ງາມ​ລາວເຊື້ອ​ສາຍ​ມົ້ງ​ຜູ້​ທຳ​ອິດ ແລະ​ກໍ​ເປັນ​ນາງ​ງາມ​ຄົນ ທີ 6 ຈາກ​ລາວ​ ທີ່​ໄດ້​ເຂົ້າ​ປະ​ກວດ ນາງ​ງາມ​ຈັກ​ກະ​ວານ ຊຶ່ງ​ໄດ້​ເລີ້ມ​ຕົ້ນ​ແຕ່ ປີ 2017 ເປັນ​ຕົ້ນ​ມາ. ນອກ​ຈາກ ໄດ້​ເຂົ້າ​ຮອບ 16 ຄົນ​ສຸດ​ທ້າຍ​ແລ້ວ ນາງຍັງ​ໄດ້​ຮັບ​ລາງວັນ​ທີ 1 ສຳ​ລັບ​ຄວາມ​ນິ​ຍົມສູງ​ສຸດຈາກ​ແຟນທົ່ວ​ໂລກ ຊຶ່ງ​ກໍ​ຄື​ໄດ້ 168 ພັນ​ກວ່າ​ຄະ​ແນນໃນ​ຈຳ​ນວນ​ນາງ​ງາມ 80 ກວ່າ​ຄົນ ແລະ​ກໍ​ເປັນ​ນາງ​ງາມ​ທີ່​ເດີນ​ທາງ​ມາ​ດົນ​ທີ່​ສຸດໃນ​ໂລກ ໂດຍ​ໃຊ້​ເວ​ລາ​ເດີນ​ທາງ 48 ຊົ່ວ​ໂມງ ລວມ​ທັງ​ເວ​ລາ​ລໍ​ຖ້າເພື່ອ​ຕໍ່​ເຮືອ​ບິນ 5 ຄັ້ງ ກວ່າ​ຈະໄດ້​ມາ​ປະ​ກວດ​ນາງ​ງາມ​ຈັກ​ກະ​ວານ​ໃນ​ຄັ້ງ​ 71 ທີ່​ຈັດ​ຂຶ້ນໃນ​ສະ​ຫະ​ລັດນີ້​ໄດ້.

​ປະ​ຊາ​ຄົມ​ລາວ​ຢູ່​ລັດ​ລູຍ​ເຊຍ​ນາ (ຂວາ) ​ຖ່າຍ​ຮູບ​ຮ່ວມ​ກັບຄະ​ນະ​ນຳ​ພາ​ນາງ​ງາມ​ຢ່າ​ເຢັງ ຊາ ລໍ ເຂົ້າ​ມາ​ປະ​ກວດ​ນາງ​ງາມ​ຈັກ​ກະ​ວານ​ຢູ່ ສ​ຫລ
​ປະ​ຊາ​ຄົມ​ລາວ​ຢູ່​ລັດ​ລູຍ​ເຊຍ​ນາ (ຂວາ) ​ຖ່າຍ​ຮູບ​ຮ່ວມ​ກັບຄະ​ນະ​ນຳ​ພາ​ນາງ​ງາມ​ຢ່າ​ເຢັງ ຊາ ລໍ ເຂົ້າ​ມາ​ປະ​ກວດ​ນາງ​ງາມ​ຈັກ​ກະ​ວານ​ຢູ່ ສ​ຫລ

ສ່ວນ​ຜູ້ຄວ້າ​ມົງ​ກຸດ​ນາງ​ງານ​ຈັກ​ກະ​ວານ​ປີນີ້​ ໄດ້​ແກ່​ນາງ​ງາມ​ຈາກ​ສະ​ຫະ​ລັດ ​ຄື​ນາງ ອາ ບອນ​ນີ ແກ​ບບ​ຣຽວ (R'Bonney Gabriel) ອາ​ຍຸ 29 ປີ ມີເຊື້ອ​ສາຍຟີ​ລິບ​ປິນ ແລະ​ຜູ້​ໄດ້​ຮອງ​ຊະ​ນະ​ເລີດ​ແມ່ນ​ນາງ​ງາມ​ຈາກ ສາ​ທະ​ລະ​ນະ​ລັດໂດ​ມີ​ນິກັນ.

ວີ​ດິ​ໂອ​ກ່ຽວ​ກັບ​ບັນ​ຍາ​ກາດ​ງານ​ປະ​ກວດ​ນາງ​ງາມ​ຈັກ​ກະ​ວານ (ສະ​ໜອງ​ໃຫ້​ໂດຍ​ອາ​ມອນ​ລັດ ຊະ​ນະ​ມານ)

XS
SM
MD
LG