ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໕ ກັນຍາ ໒໐໒໓

ນາງງາມຈັກກະວານລາວ ມາຮອດອາເມຣິກາແລ້ວ ແລະກໍາລັງກຽມຕົວຂຶ້ນເວທີປະກວດ ນາງງາມຈັກກະວານ ປີ 2020 ໃນໄວໆນີ້


ຄຣິສຕິນາ ລາດຊະສິມມາ, ທີ່ໄດ້ສວມມົງກຸດນາງງາມຈັກກະວານ ລາວໃນເດືອນເມສາຜ່ານມາ ຕອນນີ້ກໍາລັງເຂົ້າພັກ ແລະກຽມຕົວເພື່ອເຂົາປະກວດນາງງາມຈັກກະວານປີ 2020 ທີ່ລັດຟລີຣິດາ, ພາກໃຕ້ຂອງສະຫະລັດ

ຄຣິສຕິນາ ລາດຊະສິມມາ, ນາງງາມຈັກກະວານລາວ ໄດ້ມາເຖິງສະຫະລັດຫລາຍມື້ແລ້ວ ແລະກໍາລັງກຽມຕົວເພື່ອເຂົ້າຮ່ວມງານປະກວດນາງງາມຈັກ ກະວານທີ່ຈະຈັດຂຶ້ນໃນຫລາຍຮູບແບບນັບຕັ້ງແຕ່ການປະກວດຊຸດປະຈໍາຊາດ ຊຶ່ງຈະມີຂຶ້ນໃນວັນທີ 13 ກໍຄືວັນພະຫັດໜ້ານີ້ ຈົນເຖິງການປະກວດຮອບສຸດ ທ້າຍໃນວັນທີ 16 ເດືອນນີ້ ດັ່ງທີ່ທ່ານແອຣອນ ບຸບຜາ, ຜູ້ອໍານວຍການໃຫຍ່ ແຫ່ງຊາດຂອງການປະກວດນາງງາມ ຈັກກະວານລາວ ຫລື National Director of Miss Universe Laos, ໃຫ້ລາຍລະອຽດກັບວີໂອເອວ່າ:

ຄຣິສຕີນາ ລາດຊະສິມມາ, ຕາງໜ້າໃຫ້ນາງສາວລາວກໍາລັງກ້າວໄປສູ່ການປະກວດນາງງາມຈັກກະວານໃນ ສະຫະລັດ ອາເມຣິກາ
ຄຣິສຕີນາ ລາດຊະສິມມາ, ຕາງໜ້າໃຫ້ນາງສາວລາວກໍາລັງກ້າວໄປສູ່ການປະກວດນາງງາມຈັກກະວານໃນ ສະຫະລັດ ອາເມຣິກາ

ນາງເປັນລູກສາວກົກ ແລະ ມີນ້ອງຄົນດຽວ ຄືນ້ອງຊາຍ. ນາງງາມຄົນນີ້ ມາ ຈາກຄອບຄົວຂອງ ອະດີດນັກສຶກສາລາວ ທີ່ໄປຮຽນໃນອະດີດສະຫະພາບໂຊ ຫວຽດ ໃນຊ່ວງທ້າຍໆຂອງຊຸມປີ 1980 ຫາຕອນຕົ້ນໆຂອງຊຸມປີ 1990 ຊຶ່ງ ນາງກ່າວຫຍໍ້ ກ່ຽວກັບປະຫວັດຄອບຄົວຂອງນາງສູ່ຟັງວ່າ:

ນາງສາວລາວຜູ້ງາມສະຫງ່າອາຍຸ 27 ປີຄົນນີ້ ບອກອີກວ່າຢູ່ເຮືອນຂອງນາງໃຊ້ຢ່າງໜ້ອຍສອງພາສາເປັນພາສາຕົ້ນຕໍ ຄືພາສາລາວ ແລະ ຣັດເຊຍ, ລອງລົງ ມາກໍແມ່ນພາສາອັງກິດ ແລະນາງເອງສາມາດເວົ້າໄດ້ຢ່າງຄ່ອງແຄ້ວ 4 ພາສາ ຄື ພາສາລາວ, ອັງກິດ, ໄທ ແລະຣັດເຊຍ.

ເຖິງແມ່ນວ່າຄຣິສຕີນາຫາກໍໄດ້ສວມມົງກຸດນາງງາມຈັກກະວານລາວ ໃນເດືອນ ເມສາຜ່ານມານີ້ກໍຕາມ ແຕ່ການປະກວດນາງງາມຈັກກະວານຄັ້ງນີ້ເປັນການປະ ກວດສໍາລັບປີ 2020 ທີ່ຈະຈັດຂຶ້ນຢູ່ທີ່ເມືອງຮອນລີວູດ (Hollywood) ຊຶ່ງຕັ້ງ ຢູ່ແຄມມະຫາສະໝຸດແອັດແລນຕິກ ຢູ່ເຂດປາຍສຸດຂອງແຫລມ ຫຼືລັດຟລໍຣິດາ, ທາງພາກໃຕ້ຂອງສະຫະລັດ. ເນື່ອງຈາກມີການລະບາດຂອງພະຍາດໂຄວິດ-19 ການປະກວດນາງງາມ ອັນສໍາຄັນນີ້ ຈຶ່ງໄດ້ຖືກເລື່ອນມາໃສ່ປີ 2021, ອີງຕາມ ນາງງາມຈັກກະວານລາວ.

ສປປ ລາວໄດ້ເລີ້ມສົ່ງນາງງາມເຂົ້າຮ່ວມ ການປະກວດນາງງາມຈັກກະວານ ທຸກໆປີ ນັບຕັ້ງແຕ່ປີ 2017 ເປັນຕົ້ນມາ ແລະຄລິສຕີນາ ເປັນນາງງາມລາວ ຄົນທີສີ່ ທີ່ໄດ້ເຂົ້າຮວ່ມການປະກວດນາງງາມລະດັບໂລກອັນນີ້. ການເຂົ້າປະ ກວດຂອງນ້ອງຄຣິສຕີນາ ຢູ່ໃນເວທີອັນສະຫງ່າງາມອັນນີ້ ຈະເປັນແນວໃດນັ້ນ ຂໍເຊີນບັນດາທ່ານ ຄອຍຕິດຕາມຮັບຟັງຂ່າວຄາວຄວາມຄືບໜ້າ ຈາກວີໂອເອ ໄດ້ໃນຕອນຕໍ່ໄປ.

ເບິ່ງວີດິໂອບາງຕອນຂອງຄຣິສຕີນາກ່ອນມາຮອດອາເມຣິກາ

XS
SM
MD
LG