ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜົນການປະກວດ ນາງງາມຈັກກະວານ


ນາງ​ງາມ ອາຍຸ 22 ປີ ຈາກປະເທດເມັກຊິໂກ ໄດ້ຊະນະການປະກວດ ເປັນນາງງາມຈັກກະວານ.

ນາງ Jimena Navarrete ຈາກເມືອງ Guadalajara ໄດ້ຊະນະຕຳແໜ່ງດັ່ງກ່າວ ໃນຄືນວັນຈັນວານນີ້ ໃນການປະກວດ ນາງງາມຈັກກະວານ ທີ່ນະຄອນ Las Vegas ໂດຍຊະນະ ຜູ້ເຂົ້າຮ່ວມ ການແຂ່ງຂັນທັງໝົດ ຈາກ 80 ກວ່າປະເທດ.

ນາງເປັນຜູ້ຄອງຕຳແໜ່ງ ນາງງາມຈັກກະວານ ຄົນທີ 59 ​ໃນ​ການ​ແຂ່ງຂັນ ຊຶ່ງໄດ້ມີການຖ່າຍທອດ ໂທລະພາບສົດ ໃຫ້ແກ່ປະຊາຊົນ ຫຼາຍໆລ້ານຄົນເບິ່ງ ຢູ່ໃນທົ່ວໂລກ.

ຮອງ​ນາງ​ງາມ​ຈັກກະວານ 4 ຄົນ ແມ່ນຮວມທັງ ນາງງາມຈາກຈາໄມກາ ອອສເຕຣເລຍ ຢູເຄຣນ ແລະຟີລິບປິນ.

ການໄດ້ຮັບໄຊຊະນະ ຂອງນາງ Navarrete ໄດ້ເຮັດໃຫ້ການຄອບຄອງຕຳແໜ່ງ ນາງງາມຈັກກະວານ ໂດຍເວເນຊູເອລາ ສິ້ນສຸດລົງ ຊຶ່ງນາງ​ງາມ​ ຈາກເວເນຊູເອລາ ໄດ້ຄ້ວາຕຳແໜ່ງ ນາງງາມຈັກກະວານ ສອງສະໄໝຊ້ອນ ໄປຄອງກ່ອນໜ້ານີ້.

XS
SM
MD
LG