ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາງ​ງາມປະເທດອັງໂກລາ ຄ້ວາຕຳແໜ່ງ ນາງ​ງາມ​ຈັກກະວານ​ ​ປີ 2011 ໄປຄອງ (ເບິ່ງວີດີໂອ)


ນາງງາມ Angola, Leila Lopes, ນາງ​ງາມ​ຈັກກະວານ ປີ 2011
ນາງງາມ Angola, Leila Lopes, ນາງ​ງາມ​ຈັກກະວານ ປີ 2011

ນາງ​ສາວ Leila Lopes ຈາກ Angola ​ໄດ້​ຖືກ​ເລືອກໃຫ້​ເປັນນາງ​ງາມ​ຈັກກະວານ​ ​ປີ 2011 ​ໃນ​ຄືນວັນ​ຈັນ​ວານນີ້ ທີ່ນະຄອນ Sao Paulo ປະ​ເທດ Brazil.

ນາງ​ສາວ Lopes ອາຍຸ 25 ​ໄດ້​ເປັນ​ນາງ​ງາມ​ຜູ້​ທໍາ​ອິດ​ຈາກ​ປະ​ເທດອັງໂກລາ ທີ່ຕັ້ງຢູ່
ທາງກໍ້າຕາເວັນຕົກຂອງອາຟຣິກາ ໂດຍໄດ້ຊະນະ​ບັນດາ​ຜູ້​ເຂົ້າ​ປະ​ກວດ​ທັງ​ໝົດ 88 ຄົນ
ໃນການປະກວດທີ່ຈັດຂຶ້ນໃນວັນ​ຄົບຮອບ 60 ປີຂອງການປະກວດນາງງາມຈັກກະວານ.
ລາວ​ຈະ​ເຂົ້າ​ຮັບຕໍາ​ແໜ່​ງຕໍ່​ຈາກນາງ​ງາ​ມຄົນ​ກ່ອນ ຄືນາງສາວ Ximena Navarette ຈາກ Mexico.

ນາງ​ສາວ​ຈາກ Ukraine, Olesia Stefanko, ​ໄດ້​ຕໍາ​ແໜ່​ງນາງ​ງາມຮອງ ​ອັນ​ດັບ 1 ມາ​ຄອງ ຊຶ່ງໝາຍຄວາມລາວ​ຈະ​ເປັນ​ນາງ​ງາ​ມຈັກກະວານ ແທນ ນາງ​ສາວ Leila ຖ້າຫາກວ່າ ນາງບໍ່ສາມາດ​ດໍາ​ເນີນ​ພາລະກິດ​ຢ່າງຄົບ​ຖ້ວນ​ນັ້ນ. ສ່ວນ​ນາງ​ສາວ​ຂອງ​ປະ​ເທດ​ເຈົ້າພາບ Brazil ນັ້ນ ກໍ​ຄ້ວາ​ຕໍາ​ແໜ່​ງ ນາງ​ງາມຮອງ ​ອັນ​ດັບ 2 ​ແລະ​ຕິດ​ຕາມ​ມາ​ດ້ວຍ ນາງ​ສາວ Shamcey Supsup ຈາກຟິລິບ​ປີນ, ​ແລະ ນາງ​ສາວ ZiLin Luo ຈາກປະ​ເທດ​ຈີນ.

XS
SM
MD
LG