ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາງ​ງາມລັດ​ນີວຢ໊ອກ ຄອງຕໍາແໜ່ງ ນາງ​ງາມ​ອາເມ​ຣິກາ ປີ 2013


Mallory Hytes Hagan ນາງງາມຈາກລັດນີວຢ໊ອກ ຄວ້າມົງກຸດນາງງາມອາເມຣິກາ
Mallory Hytes Hagan ນາງງາມຈາກລັດນີວຢ໊ອກ ຄວ້າມົງກຸດນາງງາມອາເມຣິກາ
ນາງ​ງາມລັດ​ນີວຢ໊ອກ ​ອາຍຸ 23 ປີ ຄວ້າ​ມົງກຸດ​ນາງ​ງາມ​ອາ​ເມ​ຣິກາມາ​ຄອງ

ນາງ Mallory Hagan ຊະນະ​ການ​ປະ​ກວດ​ Miss America ທີ່​ຈັດ​ຂຶ້ນ​ເມືອ​ຕອນ​ແ​ລງ ວັນ​ເສົາ​ວານ​ນີ້ ຢູ່​ສະຖານ​ທີ່​ກາສິ​ໂນ​ແລະ​ຣີສອດ Planet Hollywood ​ໃນ​ເມືອງ Las Vegas ລັດ​ເນ​ວາດາ.

ນາງ Hagan ຊະນະໃຈ​ຄະນະ​ກໍາມະການ​ຕັດສິນ ຫຼັງຈາກ​ເຕັ້ນ​ tap dance ​ໃສ່​ເພງ Get Up Off That Thing ຂອງ​ນັກ​ຮ້ອງ James Brown ​ໃນພາກ​ແຂ່ງຂັນ​ສະ​ແດງ​ຄວາມ​ສາມາດ​ພິ​ເສດ.

​ໃນ​ພາກ​ສໍາພາດ​ນັ້ນ ນາງ Hagan ຍັງ​ໄດ້​ຕອບ​ຄໍາ​ຖາມ ທີ່​ຖາມ​ວ່າ ຄວນ​ເອົາ​ຄົນ​ຍາມ​ທີ່​ຖື​ອາວຸດ ໄປ​ປະ​ຈໍາ​ການ​ຮັກສາ​ຄວາມ​ປອດ​ໄພ​ຢູ່​ຕາມ​ໂຮງ ຮຽນ ຫລັງ​ຈາກ​ເກີດເຫດການ​ຍິງສັງຫານ​ໝູ່​ນັກຮຽນ 20 ກ່ວາ​ຄົນທີ່​ເມືອງ Newtown ລັດ Connecticut ​ໃນ​ເດືອນ​ແລ້ວ​ນີ້

ນາງ Hagan ຕອບ​ວ່າ ບໍ່​ຄວນ​ຈະ​ຕໍ່ສູ້ຄວາມ​ຮຸນ​ແຮງ​ດ້ວຍ​ຄວາມ​ຮຸນ​ແຮງ​.

ນາງ Hagan ​ໄດ້​ຮັບ​ເງິນ​ລາງວັນ​ທຶນ​ການ​ສຶກສາຈໍານວນ 5 ໝື່ນໂດລ່າ ​ແລະຄາດ​ວ່າ​ນາງ​ຈະ​ໃຊ້​ຕໍາ​ແໜ່​ງນາງ​ງາມ​ເປັນ​ເວລາ​ນຶ່ງ​ປີນີ້ ​ເດີນທາງ​ໄປ​ກ່າວ​ຢູ່​ແຫ່ງ​ຕ່າງໆ​ທົ່ວ​ສະຫະລັດ ​ແລະ​ຫາ​ລາຍ​ໄດ້ເພື່ອ​ເຄືອ​ຂ່າຍອັດສະຈັນ ​ຂອງ​ເດັກ ຫຼື Children’s Miracle Network ຊຶ່ງ​ເປັນ​ເຄືອ​ຂ່າຍການ​ກຸສົນທາງ​ການ ​ຂອງ​ນາງ​ງາມອະ​ເມ​ຣິກາ.

ນາງ Ali Rogers ນາງ​ງາມ​ລັດ South Calorina ​ໄດ້​ເປັນຮອງ​ນາງ​ງາມ​ອາ​ເມຣິກາ​ອັນ​ດັບ​ນຶ່ງ ​ແລະ ນາງ Alicia Clifton ນາງ​ງາມ​ລັດ Oklahoma ໄດ້​ເປັນ​ຮອງ​ອັນ​ດັບ​ສອງ.
XS
SM
MD
LG