ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊຸມຊົນກຸ່ມນ້ອຍ ໃນລັດ Massachusetts ຢື່ນຟ້ອງ ລັດຖະບານທ້ອງຖິ່ນ ຕໍ່ສານ ລັດຖະບານກາງ


ທຸງຊາດ ອາເມຣິກາ ຖືກວາງຢູ່ຂ້າງທຸງຊາດ ກຳປູເຈຍ ໃນເມືອງ Lowell, ລັດ Massachusetts. (VOA Khmer)
ທຸງຊາດ ອາເມຣິກາ ຖືກວາງຢູ່ຂ້າງທຸງຊາດ ກຳປູເຈຍ ໃນເມືອງ Lowell, ລັດ Massachusetts. (VOA Khmer)

ໃນເດືອນພຶດສະພາທີ່ຜ່ານມາ, ຄົນເອເຊຍ ແລະ ປະຊາຊົນຜູ້ເວົ້າພາສາ ສເປນ 13
ຄົນທີ່ອາໄສຢູ່ໃນເມືອງ Lowell ລັດ Massachusetts ໄດ້ຍື່ນຟ້ອງລັດຖະບານຂອງ
ເມືອງດ້ານສິດທິໃນການລົງຄະແນນສຽງ, ກ່າວຫາລະບົບການເລືອກຕັ້ງອິດສະຫຼະ,
ເຊິ່ງຖືເອົາຜູ້ຊະນະໄດ້ຮັບໝົດທຸກຢ່າງ, “ໄດ້ຫຼຸດຜ່ອນ” ອຳນາດຄະແນນສຽງສ່ວນຫຼາຍ
ແລະ “ແບ່ງແຍກ” ຜູ້ລົງແຂ່ງຂັນຈາກຊຸມຊົນທີ່ມີຄົນສີຜິວຈາກການລົງແຂ່ງຂັນເອົາຕຳ
ແໜ່ງ.

ບັນດາໂຈດທັງຫຼາຍໄດ້ຂໍໃຫ້ສານລັດຖະບານກາງຕັດສິນວ່າ ລະບົບການເລືອກຕັ້ງ
ຂອງເມືອງ “ໄດ້ລ່ວງລະເມີດກົດໝາຍສິດທິໃນການເລືອກຕັ້ງວັນທີ 2” ແລະ ສຳລັບ
“ການຮັບຮອງເອົາຢ່າງໜ້ອຍນຶ່ງບ່ອນນັ່ງໃນເມືອງ.”

ການຮັບຟັງຄຳໃຫ້ການຄັ້ງທຳອິດ ກ່ຽວກັບ ການຟ້ອງຮ້ອງດັ່ງກ່າວແມ່ນມີກຳນົດໃສ່
ໃນວັນອັງຄານທີ່ຈະເຖິງນີ້ ທີ່ສານເມືອງ ສະຫະລັດ ໃນນະຄອນ Boston. ສະພາ
ເມືອງ Lowell ໄດ້ຮ່າງຄຳຮ້ອງເພື່ອຂໍຍົກເລີກ ໃນການຕອບໂຕ້ຕໍ່ຄຳຟ້ອງຮ້ອງຄັ້ງທຳ
ອິດ ຂອງຜູ້ອາໄສຢູ່ໃນທ້ອງຖິ່ນນັ້ນ ໃນວັນທີ 15 ກັນຍາທີ່ຜ່ານມາ.

ໃນການຟັງຄຳໃຫ້ການຂອງວັນອັງຄານທີ່ຈະມາເຖິງນີ້, ຜູ້ພິພາກສາ ຈະຕັດສິນວ່າ
ຈະອະນຸຍາດໃຫ້ຄຳຮ້ອງຟ້ອງດຳເນີນຕໍ່ໄປຫຼືບໍ່. ຖ້າໄດ້ຮັບອະນຸຍາດ, ເມືອງ Lowell
ຈະໄດ້ສູ້ຄະດີກັບປະຊາຊົນຂອງເຂົາ ເຈົ້າບາງຄົນ.

ທ່ານ Oren Sellstrom ຜູ້ອຳນວຍການຄະດີຄວາມ ຂອງຄະນະກຳມະການທະນາຍ
ຄວາມ ສຳລັບສິດທິພົນລະເມືອງ ແລະ ຄວາມຖືກຕ້ອງທາງເສດຖະກິດ ໄດ້ກ່າວວ່າ
“ພວກເຮົາບໍ່ໄດ້ຕົກໃຈຫຍັງ”
ກັບການຕອບໂຕ້ຂອງເມືອງ.

ທ່ານ Sellstrom ກ່າວວ່າ ເມືອງ Lowell ມີຄວາມພູມໃຈໃນຕົນເອງວ່າເປັນເມືອງທີ່
ມີຄວາມຫຼາກຫຼາຍ, ແຕ່ “ມັນຍັງຄົງບໍ່ແນ່ນອນວ່າ” ເມືອງດັ່ງກ່າວຈະ “ຄຳນຶງເຖິງ
ຄວາມຫຼາກຫຼາຍຢູ່ໃນສານ”
ຫຼືບໍ່.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG