ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕຳຫຼວດໃນລັດມິນເນໂຊຕາ ປະເຊີນ ກັບຂໍ້ຫາຄາດຕະກຳ ໃນເຫດຍິງຄົນ ຢູ່ໃນເຂດ ບຣຸກລິນ ເຊັນເຕີ


ເຈົ້າໜ້າທີ່ຍິງລະເບີດນໍ້າຕາໃສ່ພວກເດີນຂະບວນປະທ້ວງ ທີ່ໂຮມຊຸມນຸມກັນຢູ່ນອກຫ້ອງການຕໍາຫລວດຂອງເຂດ Brooklyn Center Police Department ເພື່ອປະທ້ວງຕໍ່ການຍິງທ້າວ Daunte Wright ຕາຍໃນຕອນເດິກຂອງວັນອັງຄານ, 13 ເມສາ, 2021, ໃນເຂດ Brooklyn Center ຂອງລັດ ມິນເນໂຊຕາ (ພາບໂດຍ AP Photo/John Minchillo)
ເຈົ້າໜ້າທີ່ຍິງລະເບີດນໍ້າຕາໃສ່ພວກເດີນຂະບວນປະທ້ວງ ທີ່ໂຮມຊຸມນຸມກັນຢູ່ນອກຫ້ອງການຕໍາຫລວດຂອງເຂດ Brooklyn Center Police Department ເພື່ອປະທ້ວງຕໍ່ການຍິງທ້າວ Daunte Wright ຕາຍໃນຕອນເດິກຂອງວັນອັງຄານ, 13 ເມສາ, 2021, ໃນເຂດ Brooklyn Center ຂອງລັດ ມິນເນໂຊຕາ (ພາບໂດຍ AP Photo/John Minchillo)

ອະດີດເຈົ້າໜ້າທີ່ຕຳຫຼວດໃນລັດມິນເນໂຊຕາຂອງສະຫະລັດຈະໄປປາກົດໂຕ ຢູ່ໃນສານເປັນຄັ້ງທຳອິດໃນວັນພະຫັດມື້ນີ້ ໃນຂໍ້ຫາຄາດຕະກຳລະດັບທີສອງ ສຳລັບການຍິງທ້າວ ດອນເທ ໄວຣທ໌ (Daunte Wright) ຕາຍໃນເວລາທີ່ລາວຖືກບອກໃຫ້ຢຸດລົດຢູ່ຖະໜົນ.

ໄອຍະການຂອງເມືອງ ວໍຊິງຕັນ, ທ່ານ ພີເຕີ ອໍພຸດ (Pete Orput) ໄດ້ປະກາດຂໍ້ກ່າວຫານັ້ນຕໍ່ນາງ ກີມ ພັອດເຕີ (Kim Potter) ໃນວັນພຸດວານນີ້. ເຫດການດັ່ງກ່າວໄດ້ເກີດຂຶ້ນໃນເຂດເມືອງ ເຮັນເນພິນ (Hennepin) ແຕ່ພາຍໃຕ້ນະໂຍບາຍທີ່ໄດ້ຖືກຮັບຮອງເອົາໃນປີທີ່ຜ່ານມາຢູ່ໃນລັດມິນເນໂຊຕາ, ກໍລະນີດັ່ງກ່າວໄດ້ຖືກສົ່ງໄປຫາເຂດເມືອງອື່ນ ເພື່ອຫລີກລ້ຽງການເບິ່ງຄືວ່າມີຄວາມຂັດແຍ້ງດ້ານຜົນປະໂຫຍດ.

ພວກປະທ້ວງໄດ້ໂຮມຊຸມນຸມປະທ້ວງໃນແຕ່ລະມື້ ນັບຕັ້ງແຕ່ການຍິງປືນໄດ້ເກີດຂຶ້ນໃນວັນອາທິດຜ່ານມາ, ໂດຍໄດ້ສຸມໃສ່ການປະທ້ວງຢູ່ສຳນັກງານໃຫຍ່ຂອງຕຳຫຼວດໃນເຂດບຣຸກລິນ ເຊັນເຕີ, ຊຶ່ງເປັນເຂດຊານເມືອງຂອງນະຄອນມິນເນອາໂປລິສ, ໃນຂະນະທີ່ພວກເຂົາເຈົ້າຮຽກຮ້ອງຄວາມຍຸຕິທຳ ຕໍ່ການເສຍຊີວິດຂອງທ້າວ ໄວຣທ໌ (Wright). ບັນດາເຈົ້າໜ້າທີ່ໄດ້ອອກຄຳສັ່ງຫ້າມອອກເຮືອນໃນເວລາກາງຄືນ, ແລະມີການປະທະກັນລະຫວ່າງເຈົ້າໜ້າທີ່ກັບຜູ້ປະທ້ວງ.

ທັງນາງພັອດເຕີ (Potter) ແລະ ຜູ້ບັນຊາການຕຳຫຼວດ, ທ່ານ ທີມ ແກນນອນ (Tim Gannon) ໄດ້ລາອອກຈາກການເປັນຕຳຫຼວດຢູ່ເຂດ ບຣຸກລິນ ເຊັນເຕີ ຫຼັງຈາກເຫດການຍິງຄົນນັ້ນເກີດຂຶ້ນ. ທ່ານ ແກນນອນ (Gannon) ໄດ້ເປີດເຜີຍວິດີໂອໃນກ້ອງຕິດຕົວຂອງນາງ ພັອດເຕີ (Potter) ອອກມາ ໃນວັນຈັນຜ່ານມາຢູ່ກອງປະຊຸມຖະແຫລງຂ່າວ. ມັນສະແດງໃຫ້ເຫັນວ່ານາງ ພັອດເຕີ (Potter), ຜູ້ທີ່ເປັນຄົນຜິວຂາວໄດ້ຍ່າງເຂົ້າໄປຫາທ້າວ ໄວຣທ໌ (Wright), ຄົນອາເມຣິກັນເຊື້ອສາຍອາຟຣິກາ ອາຍຸ 20 ປີ ໃນຂະນະທີ່ລາວຢືນຢູ່ນອກລົດຂອງລາວໃນເວລາທີ່ເຈົ້າໜ້າທີ່ອີກຄົນນຶ່ງກຳລັງຈັບລາວຢູ່ ຍ້ອນມີໝາຍຈັບຕົວທີ່ຍັງຄ້າງຄາຢູ່. ຕຳຫຼວດກ່າວວ່າ ລາວຖືກບອກໃຫ້ຢຸດຍ້ອນປ້າຍທະບຽນລົດໝົດອາຍຸ.

ທ່ານ ແກນນອນ (Gannon) ກ່າວຕໍ່ບັນດານັກຂ່າວວ່າ ທ່ານເຊື່ອວ່ານາງພັອດເຕີ (Potter) ໄດ້ຍິງທ້າວ ໄວຣທ໌ (Wright) ໃນຂະນະທີ່ນາງຄິດວ່າ ຈະໃຊ້ປືນຊັອດໄຟຟ້າ ຫລື Taser ຂອງນາງ. ປືນຊັອດໄຟຟ້າ ແມ່ນອາວຸດເອເລັກໂຕຣນິກ ທີ່ເຮັດໃຫ້ຄົນຊັອກ ແຕ່ບໍ່ເປັນອັນຕະລາຍເຖິງຊີວິດ ໂດຍການໃຊ້ໄຟຟ້າຊັອດເພື່ອເຮັດໃຫ້ບຸກຄົນນຶ່ງບໍ່ສາມາດເໜັງຕີງໄດ້, ແລ້ວກໍເຮັດໃຫ້ພວກເຂົາເຈົ້າເຂົ້າໄປໃກ້ ແລະຮັບມືກັບສະຖານະການໄດ້ໃນແບບທີ່ບໍ່ມີການຂັດຂືນ ແລະມີຄວາມປອດໄພ.

ເຈົ້າໜ້າທີ່ກວດກາທາງການແພດຂອງເມືອງເຮັນເນພິນ (Hennepin) ກ່າວວ່າທ້າວໄວຣທ໌ ໄດ້ເສຍຊີວິດຍ້ອນຖືກປືນຍິງໃສ່ໜ້າເອິກ ແລະໄດ້ຈັດປະເພດຂອງການຕາຍຂອງລາວວ່າເປັນການຖືກຂ້າ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG