ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ເຈົ້າຄອງເມືອງ Minneapolis ຖືກກົດດັນ ໃຫ້ລາອອກ ຈາກຕຳແໜ່ງ ຍ້ອນເຫດການຍິງກັນ


ທ່ານນາງ Betsy Hodges ເຈົ້າຄອງເມືອງ Minneapolis ກ່າວຄຳປາໄສໃນກອງປະຊຸມຖະແຫຼງຂ່າວໃນເມືອງ Minneapolis, 30 ມີນາ, 2016.
ທ່ານນາງ Betsy Hodges ເຈົ້າຄອງເມືອງ Minneapolis ກ່າວຄຳປາໄສໃນກອງປະຊຸມຖະແຫຼງຂ່າວໃນເມືອງ Minneapolis, 30 ມີນາ, 2016.

ຜູ້ປົກຄອງເມືອງ Minneapolis ຂອງລັດ Minnesota ກຳລັງປະເຊີນກັບການຮຽກຮ້ອງ
ໃຫ້ລົງຈາກຕຳແໜ່ງ ກ່ຽວກັບ ການຫຼົງຍິງແມ່ຍິງຊາວ ອອສເຕຣເລຍ ໂດຍເຈົ້າໜ້າທີ່ຄົນ
ໜຶ່ງໃນສັບປະດາແລ້ວນີ້.

ເຫດການດັ່ງກ່າວ ໄດ້ກໍ່ໃຫ້ເກີດການສະທ້ານຢ້ານກົວພາຍໃນ ສະຫະລັດ, ແລະ ເກີດ
ຄວາມໂມໂຫໃນ ອອສເຕຣເລຍ. ຜູ້ຖືກເຄາະຮ້າຍ, ນາງ Justine Damond ອາຍຸ 40
ປີ, ເປັນຄູສອນການນັ່ງສະມາທິ ຜູ້ທີ່ໄດ້ໝັ້ນ ແລະ ຈະແຕ່ງງານກັບຄົນຮັກຂອງລາວໃນ
ເດືອນໜ້ານີ້.

ລາວໄດ້ຖືກຂ້າຕາຍໃນສັບປະດາທີ່ຜ່ານມາ ໃນຫ່ອມທາງຢູ່ຫຼັງບ້ານຂອງລາວໃນເມືອງ Minneapolis.

ຜູ້ປົກຄອງເມືອງ ທ່ານນາງ Betsy Hodges ໄດ້ປະເຊີນໜ້າກັບສະທາລະນາຊົນໃນວັນ
ສຸກທີ່ຜ່ານມາ ເພື່ອປະກາດປົດຫົວໜ້າຕຳຫຼວດທ່ານນາງ Janee Harteau, ເຊິ່ງພະ
ແນກຂອງລາວໄດ້ຮັບຜິດຊອບກັບການຍິງນາງ Damond ເສຍຊີວິດ, ຜູ້ທີ່ໄດ້ໂທລະ
ສັບຫາໜ່ວຍສຸກເສີນ ກ່ຽວກັບການສົງໄສທຳຮ້າຍທາງເພດໃກ້ກັບເຮືອນຂອງລາວ.

ແຕ່ການປະກາດຂອງຜູ້ປົກຄອງເມືອງ ທ່ານນາງ Hodges ໄດ້ຖືກລົບກວນໂດຍສຽງ
ຮ້ອງຂອງປະຊາຊົນ. ພວກນັກເຄື່ອນໄຫວທີ່ໄດ້ຫຼຸດຜ່ານເຂົ້າໄປໃນກອງປະຊຸມຖະແຫຼງ
ຂ່າວໃນເມືອງ Minneapolis ໄດ້ຮ້ອງອອກມາວ່າ “ພວກເຮົາບໍ່ຕ້ອງການເຈົ້າເປັນຜູ້ປົກ
ຄອງເມືອງ Minneapolis ຂອງພວກເຮົາອີກຕໍ່ໄປ. ພວກເຮົາບໍ່ຢາກໃຫ້ເຈົ້າແຕ່ງຕັ້ງໃຜ
ອີກຕໍ່ໄປ.”

ໃນເວລາທີ່ຖືກພວກປະທ້ວງຮ້ອງໃສ່ນັ້ນ, ທ່ານນາງ Hodges ແລະ ພະນັກງານຂອງ
ທ່ານ ໄດ້ອອກມາຈາກຫ້ອງນັ້ນ, ແລ້ວພວກປະທ້ວງກໍໄດ້ຮ້ອງຄຳວ່າ “ລາກ່ອນ Betsy.”

ຫຼັງຈາກພວກປະທ້ວງໄດ້ໜີຈາກໄປ 20 ນາທີຕໍ່ມາ, ທ່ານນາງ ກໍໄດ້ກັບຄືນສູ່ຫ້ອງປະຊຸມ
ແລະ ມ້ວນທ້າຍການປະກາດຂອງເພິ່ນ.

ໃນເວລາດຽວກັນ ໜັງສືພິມ Star Tribune ຂອງເມືອງ Minneapolis ກໍໄດ້ລາຍງານ
ວ່າ ຄົນຂີ່ລົດຖີບຄົນໜຶ່ງທີ່ຖີບລົດກາຍເຮືອນຂອງນາງ Damond ໄດ້ເຫັນພວກເຈົ້າໜ້າ
ທີ່ທຳການປໍ້າລົມຫາຍໃຈໃຫ້ນາງ Damond ຫຼັງຈາກຖືກຍິງ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG