ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າຄອງນະຄອນ ມິນນິອາໂພລິສ ປະກາດ ພາວະສຸກເສີນ


ພວກປະທ້ວງພາກັນຢືນໂຮມກັນຢູ່ຕໍ່ໜ້າຮ້ານຂາຍເຫຼົ້າ ທີ່ຖືກໄຟໄໝ້ ໃນນະຄອນມິນນິອາໂພລິສ ວັນທີ 28 ພຶດສະພາ 2020.
ພວກປະທ້ວງພາກັນຢືນໂຮມກັນຢູ່ຕໍ່ໜ້າຮ້ານຂາຍເຫຼົ້າ ທີ່ຖືກໄຟໄໝ້ ໃນນະຄອນມິນນິອາໂພລິສ ວັນທີ 28 ພຶດສະພາ 2020.

ເຈົ້າຄອງນະຄອນມິນນີອາໂພລິສ ທ່ານເຈກັບ ເຟຣ ໄດ້ປະກາດພາວະສຸກເສີນ ຢູ່ໃນ
ເມືອງທີ່ເຕັມໄປດ້ວຍຄວາມເຄັ່ງຕືງ ບ່ອນທີ່ຜູ້ຊາຍຊາວອາເມຣິກັນ ເຊື້ອສາຍອາຟຣິ
ກາຄົນນຶ່ງໄດ້ເສຍຊີວິດ ໃນລະຫວ່າງການຈັບກຸມຂອງຕຳຫຼວດ ໃນຕອນແລງ ວັນຈັນ
ທີ່ຜ່ານມາ.

ຜູ້ປົກຄອງລັດມິນນິໂຊຕາ ທ່ານທິມ ວາລສ໌ ໄດ້ສັ່ງໃຫ້ກຳລັງຮັກສາດິນແດນ ເຂົ້າມາ
ຮັກສາການເພື່ອປ້ອງກັນບໍ່ໃຫ້ເກີຄວາມຮຸນແຮງຕິດຕໍ່ກັນເປັນຄືນທີສາມ.

ມີລາຍງານວ່າ ກຳລັງຮັກສາດິນແດນຈຳນວນ 500 ຄົນໄດ້ຖືກສັ່ງໃຫ້ເຂົ້າປະຈຳການ
ໃນຕອນແລງວັນພະຫັດວານນີ້ ແລະຈະສົ່ງອອກໄປປະຕິບັດງານໃນນະຄອນມິນນີ
ອາໂພລິສ ແຊລພອລ ແລະບັນດາປະຊາຄົມທີ່ຢູ່ອ້ອມແອ້ມນັ້ນ. ຮ້ານຄ້າຫຼາຍແຫ່ງ ຢູ່
ໃນນະຄອນມິນນິອາໂພລິສ ແລະເມືອງແຝດແຊນພອລ ໄດ້ຖືກຈູດເຜົາ ໃນຕອນແລງ
ວັນພະຫັດວານນີ້. ຕຳຫຼວດແຊນພອລລາຍງານວ່າ ພວກເຈົ້າໜ້າທີ່ໄດ້ຮັບບາດເຈັບ
ຈາກການແກວ່ງກ້ອນຫີນ ແລະແກ້ວເຂົ້າໃສ່.

ໃນຕອນແລງວັນພະຫັດ ຫ້ອງການຕຳຫຼວດຢູ່ໃນເຂດນຶ່ງ ໄດ້ຈູດຖືກເຜົາ ໃນນະຄອນ
ມິນນິອາໂພລິສ. ພວກນັກຂ່າວທີ່ເຫັນເຫດການກ່າວວ່າ ການປາກົດ ໂຕຂອງຕຳຫຼວດ
ຢູ່ໃນເຂດດັ່ງກ່າວໄດ້ຫລຸດລົງຫາ “ສູນ” ແລະເຂົາເຈົ້າບໍ່ແນ່ໃຈ ວ່າຕຳຫຼວດຢູ່ໃສ. ລາຍ
ງານຂ່າວທາງທວິດເຕີ ສະແດງໃຫ້ເຫັນວ່າ ປ້ອມຍາມ ຕຳຫຼວດໄດ້ຖືກປ່ອຍຖິ້ມໄວ້
ແລະພວກດັບເພີງກໍບໍ່ເຫັນໜ້າ.

ນະຄອນມິນນິອາໂພລິສ ຢູ່ໃນທວິດເຕີ ໄດ້ຮຽກຮ້ອງໃຫ້ຜູ້ຄົນຢູ່ໃກ້ບ່ອ່ນເກີດເຫດ “ໃຫ້
ຖອຍອອກໄປໃນກໍລະນີທີ່ຕຶກລະເບີດ” ໂດຍເຕືອນວ່າໄດ້ມີທໍ່ແກັສທີ່ຢືນຢັນ ບໍ່ໄດ້ໃນ
ເຂດເລືອກຕັ້ງທີສາມນັ້ນໄດ້ຖືກຕັດ ແລະເຄື່ອງລະເບີດຕ່າງໆທີ່ຢູ່ໃນຕຶກ ດັ່ງກ່າວ.”

ນອກນັ້ນ ຍັງມີລາຍງານການບຸກເຂົ້າໄປລັກເອົາສິ່ງຂອງຢູ່ທີ່ນະຄອນແຊນພອລ.

ພວກປະທ້ວງພາກັນໂກດແຄ້ນຕໍ່ການເສຍຊີວິດຂອງ ທ້າວຈອຣຈ໌ ຟລອຍ ຫຼັງຈາກ
ຕຳຫຼວດຄົນຂາວຜູ້ນຶ່ງ ເອົາຫົວເຂົ່າຂອງລາວ ໜີບໃສ່ຄໍ ໃນຂະນະທີ່ລາວ ຖືກຈັບກຸມ
ຢູ່່ນັ້ນ ໂດຍມີການກ່າວຫາວ່າຂ້າລາວ.

ປະທານາທິທບໍດີດໍໂນລ ທຣໍາ ໄດ້ສົ່ງຂໍ້ຄວາມທາງທວິດ ໃນຕອນເຊົ້າວັນສຸກມື້ນີ້ວ່າ
ທ່ານໄດ້ໂອ້ລົມກັບຜູ້ປົກຄອງລັດມິນນິໂຊຕາ ທ່ານຈິມ ວາລສ໌ ແລະ ບອກທ່ານວ່າ
ການສະໜັບສະໜູນຂອງລັດຖະບານກາງແມ່ນມີແລ້ວຖ້າຫາກ ຕ້ອງການ. ປະທານາທິ
ບໍດີທຣໍາ ໄດ້ເອີ້ນພວກປະທ້ວງວ່າ ເປັນ “ນັກເລງ” ຜູ້ທີ່ບໍ່ໃຫ້ຄວາມເຄົາລົບຕໍ່ການໄວ້
ອາໄລ ໃຫ້ແກ່ທ້າວຈອຣຈ໌ ຟຣອຍດ໌.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG