ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລັດຖະມົນຕີ ຕ່າງປະເທດ ຈະຫາລືກັນ ເລື່ອງ ເກົາຫຼີເໜືອ ຢູ່ສະຫະປະຊາຊາດ


ຜູ້ຊາຍຄົນນຶ່ງຢືນຢູ່ຕໍ່ໜ້າຈໍໂທລະພາບໃຫຍ່ ທີ່ສະແດງໃຫ້ເຫັນ ລາຍງານຂ່າວ ກ່ຽວກັບການຍິງລູກສອນໄຟ ຂອງເກົາຫລີເໜືອ.
ຜູ້ຊາຍຄົນນຶ່ງຢືນຢູ່ຕໍ່ໜ້າຈໍໂທລະພາບໃຫຍ່ ທີ່ສະແດງໃຫ້ເຫັນ ລາຍງານຂ່າວ ກ່ຽວກັບການຍິງລູກສອນໄຟ ຂອງເກົາຫລີເໜືອ.

ລັດຖະມົນຕີ​ຕ່າງ​ປະ​ເທດ​ຍີ່ປຸ່ນ ຈະ​ເປັນ​ປະທານກອງ​ປະຊຸມສະພາ​ຄວາມໝັ້ນຄົງ​ສະ
ຫະ​ປະຊາ​ຊາດ ​ໃນ​ວັນ​ທີ 15 ​ເດືອນ​ທັນວານີ້ ​ເພື່ອ​ສົນທະນາຫາລື​ ກ່ຽວ​ກັບໂຄງການ​
ນິວ​ເຄລຍເກົາຫລີ​ເໜືອ ​ອີງ​ຕາມ​ຕຳ​ເວົ້າເອກ​ອັກຄະ​ລັດຖະທູດຍີປຸ່ນປະຈຳອົງການສະ
ຫະ​ປະຊາ​ຊາດ ໃນ​ວັນ​ສຸກ​ວານ​ນີ້.

ເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳສະຫະປະຊາຊາດ ທ່ານໂກໂນ ເບັສໂສະ ກ່າວຕໍ່ບັນດານັກຂ່າວ ທີ່ສະຫະປະຊາຊາດ.
ເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳສະຫະປະຊາຊາດ ທ່ານໂກໂນ ເບັສໂສະ ກ່າວຕໍ່ບັນດານັກຂ່າວ ທີ່ສະຫະປະຊາຊາດ.

ເອກ​ອັກຄະ​ລັດຖະທູດໂກ​ໂຣ ເບັ​ສ​ໂສະ ກ່າວ​ຕໍ່​ກອງ​ປະຊຸມ​ນັກ​ຂ່າວ ​ໃນ​ໂອກາດ​ເລີ້ມ​
ການເປັນ​ປະທານ​ສະພາຄວາມໝັ້ນຄົງ​ເປັນ​ເວລາ​ນຶ່ງ​ເດືອນ​ຂອງ​ຍີ່ປຸ່ນ ​ໂດຍ​ເວົ້າວ່າ
“ນີ້​ເປັນ​ທີ່​ແນ່ນອນ​ວ່າ ​ເປັນ​ໄພ​ຂົ່ມຂູ່​ທີ່​ຮ້າຍ​ແຮງ​ຕໍ່ຄວາມ​ໝັ້ນຄົງ ​ແລະ​ຄວາມ​ປອດ​ໄພ
​ຂອງ​ຍີ່ປຸ່ນ.”

ທ່ານ​ໄດ້​ກ່າວ​ຕໍ່​ບັນດານັກຂ່າວ​ວ່າ “ຂ້າພະ​ເຈົ້າ​ຄິດ​ວ່າ ຄວາມ​ລະມັດລະວັງເປັນ​ຫ່ວງ
ຂອງ​ປະຊາ​ຄົມ​ສາກົນ ກ່ຽກັບຄຳ​ຖາມ​ນີ້​ແມ່ນ​ໄດ້​ເພີ້​ມທະວີ​ຂຶ້ນແລະ​ພວກ​ເຮົາໃນ​ນາມ
​ສະພາ ກໍ​ຈະ​ດຳ​ເນີນ​ງານ​ໄປ​ສູ່ການ​ກົດ​ດັນ​ແບບ​ສັນຕິ ​ໃຫ້​ເກົາຫລີ​ເໜືອ ​ເພື່ອ​ໃຫ້​ເຂົາ
​ເຈົ້າ​ປ່ຽນ​ແປງນະ​ໂຍບາຍ​ຂອງ​ເຂົາ​ເຈົ້າ.”

ທ່ານນາງນິກກິ ເຮລີ ເອກອັກຄະລັດຖະທູດສະຫະລັດ ປະຈຳສະຫະປະຊາຊາດ.
ທ່ານນາງນິກກິ ເຮລີ ເອກອັກຄະລັດຖະທູດສະຫະລັດ ປະຈຳສະຫະປະຊາຊາດ.

ທ່ານ​ກ່າວວ່າ ລັດຖະມົນຕີ​ຕ່າງປະ​ເທດ​ຕາ​ໂຣ ​ໂກ​ໂນະ ຈະ​ເປັນປະທານ ຢູ່ກອງ​ປະຊຸມ
​ແລະ​ລັດຖະມົນຕີ​ຄົນ​ອື່ນໆ​ຫລາຍ​ທ່ານ ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ​ເຂົາ​ເຈົ້າ​ຈະ​ເຂົ້າ​ຮ່ວມ.

ຍັງບໍ່​ເປັນ​ທີ່​ຈະແຈ້ງ​ເທື່ອ​ວ່າ ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ທ່ານ​ເຣັກສ໌ ​ທີລ​ເລີ​ສັນ
ຈະ​ຮວມ​ຢູ່ໃນພວກທີ່ໄປຮ່ວມປະຊຸມຫຼືບໍ່. ໃນອາທິ​ດນີ້​ ການຄາດຄະເນຂອງສື່​ມວນ​ຊົນ​
ໄດ້ມີຂຶ້ນອີກວ່າ ​ໃນອີກບໍ່​ຊ້ານີ້ທ່ານ​ອາດຈະຖືກບັງຄັບໃຫ້ລາ​ອອກຈາກ​ໜ້າ​ທີ່​ຂອງ​ທ່ານ ​
ເຖິງ​ແມ່ນ​ປະທານ​າທິບໍດີ ດໍ​ໂ​ນລ ທຣໍາ ​ໄດ້​ປະຕິ​ເສດ​ຢູ່​ໃນ​ການ​ສົ່ງ​ຂໍ້ຄວາມທາງທວີດເຕີ້
ວ່າ​ເປັນ ​“ຂ່າວ​ຂີ້​ຕົວະ.”

​ເອກ​ອັກຄະ​ລັດຖະທູດສະຫະລັດປະຈຳ​ສະຫະ​ປະຊາ​ຊາດ ທ່ານ​ນາງ ນິກກີ ເຮລີ ​ເປັນ​
ສະມາຊິກໃນຄະນະ​ລັດຖະບານ​ທ່ານທຣໍາ ​ໂດຍຖືວ່າ ຕຳແໜ່ງຂອງ​ທ່ານ​ນາງ​ຢູ່ໃນ​ລະ
ດັບ​ລັດຖະມົນຕີ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG