ລັດຖະມົນຕີຢືນຢັນວ່າ ການພັດທະນາ ລາວ ໃຫ້ເປັນໝໍ້ໄຟຂອງ ອາຊຽນ ຍັງຈະສືບຕໍ່
ໂດຍລັດຖະບານ ລາວ ໄດ້ແຕ່ງຕັ້ງຄະນະສະເພາະກິດໃນການກວດກາທຸກໂຄງການ
ເຂື່ອນໄຟຟ້າ ເພື່ອຮັບປະກັນມາດຕະຖານການກໍ່ສ້າງ.
ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີວ່າການກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຢືນ
ຢັນວ່າ ການພັດທະນາ ລາວ ໃຫ້ເປັນຜູ້ສົ່ງອອກພະລັງງານໄຟຟ້າລາຍໃຫຍ່ ຫຼື ເປັນໝໍ້
ໄຟຂອງອາຊຽນ ຍັງຈະສືບຕໍ່ ແລະ ເພື່ອເປັນການຮັບປະກັນວ່າ ການກໍ່ສ້າງທຸກໂຄງ
ການເຂື່ອນໄຟຟ້າໃນ ລາວ ໄດ້ມາດຕະຖານສາກົນຢ່າງແທ້ຈິງນັ້ນ ລັດຖະບານ ລາວ
ກໍໄດ້ແຕ່ງຕັ້ງຄະນະສະເພາະກິດ ເພື່ອຮັບຜິດຊອບການກວດກາທຸກໂຄງການເຂື່ອນ
ໃນທົ່ວປະເທດຢ່າງລະອຽດ ແລະ ຮອບດ້ານ ທັງຍັງໄດ້ກຳນົດໃຫ້ທຸກບໍລິສັດທີ່ລົງທຶນ
ກໍ່ສ້າງເຂື່ອນໃນ ລາວ ຈະຕ້ອງມີຄະນະຊ່ຽວຊານປະຈຳໂຄງການຂອງຕົນອີກດ້ວຍ ດັ່ງ
ທີ່ທ່ານ ຄຳມະນີ ຢືນຢັນວ່າ
"ພາຍຫຼັງປີຜ່ານມານີ້ ສະພາບໄພພິບັດອັນໃຫຍ່ຫຼວງ ພວກເຮົາກໍໄດ້ມີການຈັດຕັ້ງຄະ
ນະກຳມະການແກ້ໄຂໄພພິບັດ ຫຼືວ່າ ເປັນຄະນະກຳມະການຄຸ້ມຄອງ ກ່ຽວກັບ ເລື່ອງ
ຄວາມປອດໄພຂອງເຂື່ອນຊຶ່ງແມ່ນມີສາກົນເຂົ້າຮ່ວມ ມີຢູ່ 5-6 ທີມລົງໄປຕິດຕາມ
ກວດກາຄວາມປອດໄພຂອງເຂື່ອນແຕ່ລະເຂື່ອນ ໂດຍສົມທົບກັບຜູ້ລົງທຶນຂອງເຂື່ອນ
ຈະຕ້ອງໄດ້ມີຊ່ຽວຊານຂອງຕົນເອງ ເພື່ອຮັບປະກັນໃຫ້ໄດ້ມີການລາຍງານທາງລັດຖະ
ບານ ແຕ່ລະໄລຍະ ພວກເຮົາກໍພະຍາຍາມທີ່ສຸດເພື່ອຮັບປະກັນໃຫ້ແກ່ຄວາມປອດໄພ
ຄວາມແໜ້ນໜາຂອງເຂື່ອນຫັ້ນ."
ໂດຍກ່ອນໜ້ານີ້ ທ່ານ ສິງເພັດ ບຸນສະຫວັດທິພັນ ຮອງປະທານອົງການກວດກາລັດ
ຖະບານ ໄດ້ຖະແຫຼງສະຫຼຸບຜົນການສືບສວນສອບສວນ ກ່ຽວກັບ ສາເຫດທີ່ເຮັດໃຫ້
ເຂື່ອນໄຟຟ້າ ເຊປຽນ-ເຊນ້ຳນ້ອຍ ແຕກວ່າເປັນຍ້ອນການກໍ່ສ້າງທີ່ບໍ່ໄດ້ມາດຕະຖານ
ໃນສ່ວນຂອງຄັນຄູກັ້ນນ້ຳຢູ່ໂຊນ D ຂອງເຂື່ອນທີ່ພັງທະລາຍລົງຈາກການກັດເຊາະ
ຂອງມວນນ້ຳຢ່າງມະຫາສານໃນຄືນວັນທີ 23 ກໍລະກົດ 2018 ທີ່ຜ່ານມາ.
ທັງນີ້ໂດຍເປັນການສະຫຼຸບຜົນຂອງຄະນະຜູ້ຊ່ຽວຊານຂອງຄະນະກຳມະການສາກົນ
ວ່າດ້ວຍເຂື່ອນຂະໜາດໃຫຍ່ (International Commission on large Dams-
ICOLD) ຕາມການເຊີນຂອງລັດຖະບານ ລາວ ແລະ ກໍໄດ້ທຳການສືບສວນຫາສາ
ເຫດຕົ້ນຕໍທີ່ເຮັດໃຫ້ເຂື່ອນແຕກດັ່ງກ່າວນັບແຕ່ວັນທີ 19 ສິງຫາ 2018 ແລະ ໄດ້ສົ່ງ
ມອບສະຫຼຸບຜົນການສືບສວນໃຫ້ກັບລັດຖະບານ ລາວ ຢ່າງເປັນທາງການ ເມື່ອວັນທີ
26 ມີນາ 2019 ທີ່ຜ່ານມານັ້ນ ໄດ້ມີການຂຸດເຈາະດິນຄັນຄູເຂື່ອນຈຳນວນ 12 ຂຸມ
ເພື່ອນຳມາສຶກສາວິໄຈ ແລະ ສົມທຽບກັນຢ່າງຮອບດ້ານ ກໍເຮັດໃຫ້ສາມາດສະຫຼຸບໄດ້
ວ່າ ສາເຫດທີ່ເຮັດໃຫ້ເຂື່ອນແຕກນັ້ນ ເພາະວ່າໂຄງສ້າງຂອງຄັນເຂື່ອນທີ່ເປັນເຂື່ອນ
ດິນນັ້ນບໍ່ໄດ້ມາດຕະຖານຕາມການອອກແບບກໍ່ສ້າງ ໂດຍເມື່ອປະກອບກັບການທີ່ມີ
ປະລິມານນ້ຳຢ່າງຫຼວງຫຼາຍຈົນລົ້ນອ່າງຕົ່ງນ້ຳໃນເຂື່ອນດ້ວຍແລ້ວ ຈຶ່ງເຮັດໃຫ້ຄັນເຂື່ອນ
ເກີດການຍຸບຕົວ ແລະ ພັງລົງມາໃນທີ່ສຸດ ຈຶ່ງໄດ້ສົ່ງຜົນກະທົບຕໍ່ຊີວິດ ແລະ ຊັບສິນ
ຂອງປະຊາຊົນ ລາວ ໃນເຂດເມືອງສະໜາມໄຊ ແຂວງອັດຕະປື ຢ່າງກວ້າງຂວາງນັ້ນ
ເອງ.
ແຕ່ຢ່າງໃດກໍຕາມ ບໍລິສັດ SK ວິສະວະກຳ ແລະ ກໍ່ສ້າງຈາກເກົາຫຼີໃຕ້ ຜູ້ຮ່ວມລົງທຶນ
ແລະ ຜູ້ຮັບຜິດຊອບໃນການກໍ່ສ້າງເຂື່ອນເຊປຽນ-ເຊນ້ຳນ້ອຍ ກໍໄດ້ອອກຖະແຫຼງການ
ເພື່ອສະແດງການບໍ່ຍອມຮັບຜົນການສືບສວນດັ່ງກ່າວ ໂດຍລະບຸວ່າເປັນຜົນການສືບ
ສວນທີ່ບໍ່ມີພິຍານຫຼັກຖານທາງວິທະຍາສາດແຕ່ຢ່າງໃດ ເນື່ອງຈາກວ່າຄະນະຊ່ຽວຊານ
ໄດ້ດຳເນີນການວິເຄາະດິນຕາມການເລືອກທີ່ຕັ້ງ ແລະ ລະບຽບວິທີຂອງຕົນເປັນດ້ານ
ຫຼັກ ທັງຍັງເປັນການວິເຄາະຂໍ້ມູນຈາກປາກົດການທີ່ບໍ່ສາມາດພິສູດໄດ້ຈິງອີກດ້ວຍ
ໂດຍສະເພາະແມ່ນການລະບຸວ່າເກີດການພັງທະລາຍຂອງຄູກັ້ນນ້ຳ D ແລະຊັ້ນຮາກ
ຖານນັ້ນ.
ທາງດ້ານທ່ານນາງ ເປມລຶດີ ດາວເຣືອງ ຜູ້ປະສານງານໃນເຄືອຂ່າຍການຕິດຕາມການ
ລົງທຶນສ້າງເຂື່ອນໃນ ລາວ ໃຫ້ຄວາມຄິດເຫັນວ່າ ລາຍງານການສອບສວນດັ່ງກ່າວຍັງ
ບໍ່ໄດ້ເປີດເຜີຍລາຍລະອຽດຢ່າງຄົບຖ້ວນ ຫາກແຕ່ເປັນການຖະແຫຼງໄປໃນແນວທາງ
ດຽວຄືການກໍ່ສ້າງມີບັນຫາເທົ່ານັ້ນ ນອກຈາກນີ້ການທີ່ບໍລິສັດຜູ້ລົງທຶນຈາກ ເກົາຫຼີໃຕ້
ບໍ່ເຫັນພ້ອມກັບສະຫຼຸບຜົນດັ່ງກ່າວຍັງເຮັດໃຫ້ເກີດການສົງໄສດ້ວຍວ່າ ຈະມີການປ້ອງ
ກັນບໍ່ໃຫ້ເກີດເຫດອີກເທື່ອໃໝ່ແນວໃດ ຖ້າຫາກວ່າຍັງຈະເດີນໜ້າກໍ່ສ້າງເຂື່ອນຕໍ່ໄປ.
ໃນປັດຈຸບັນນີ້ ລາວມີແຫຼ່ງຜະລິດພະລັງງານໄຟຟ້າ 61 ໂຄງການ ໃນນີ້ແບ່ງເປັນ
ເຂື່ອນ 53 ໂຄງການໂຮງໄຟຟ້າຖ່ານຫີນລິກໄນຕ໌ 1 ໂຄງການໂຮງໄຟຟ້າພະລັງງານ
ແສງອາທິດ 5 ແຫ່ງ ແລະຊີວະມວນ 2 ແຫ່ງ ມີກຳລັງຕິດຕັ້ງຮວມ 7,207 ເມກະວັດ
ແລະຜະລິດກະແສໄຟຟ້າໄດ້ 37,367 ລ້ານກິໂລວັດ/ໂມງ ຕໍ່ປີ ແລະ ກຳລັງກໍ່ສ້າງເພີ່ມ
39 ໂຄງການໃຫ້ແລ້ວສຳເລັດໃນປີ 2021 ຊຶ່ງຈະເຮັດໃຫ້ ລາວ ມີແຫຼ່ງຜະລິດໄຟຟ້າເຖິງ
100 ແຫ່ງມີກຳລັງຕິດຕັ້ງລວມ 13,000 ເມກະວັດ ຜະລິດໄຟຟ້າໄດ້ 67,000 ລ້ານກິໂລ
ວັດ/ໂມງ ໃນນີ້ 85 ເປີເຊັນເພື່ອການສົ່ງອອກ.
ເບິ່ງຄວາມເຫັນ (1)
ໂຫລດຄວາມເຫັນ ຕື່ມອີກ