ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຈີນຈະນໍາເຂົ້າ ສິນຄ້າກະສິກໍາຈາກລາວ 9 ຊະນິດ, ມູນຄ່າລວມ 1,500 ລ້ານໂດລາພາຍໃນ 5 ປີ


ການເຊັນສັນຍາລົງນາມຮ່ວມ ລະຫວ່າງ ລາວ-ຈີນ ໃນການຈັດຊື້ສິນຄ້າປຸງແຕ່ງກະສິກໍາ ຈາກປະເທດລາວ.
ການເຊັນສັນຍາລົງນາມຮ່ວມ ລະຫວ່າງ ລາວ-ຈີນ ໃນການຈັດຊື້ສິນຄ້າປຸງແຕ່ງກະສິກໍາ ຈາກປະເທດລາວ.

ລັດຖະມົນລາວຢືນຢັນວ່າ ຈີນຈະນໍາເຂົ້າສິນຄ້າກະສິກໍາ 9 ຊະນິດຈາກລາວໃນມູນຄ່າລວມ 1,500 ລ້ານໂດລາພາຍໃນ 5 ປີ ໂດຍຕັ້ງບໍລິສັດຮ່ວມທຶນລາວ-ຈີນ ເພື່ອຮັບຜິດຊອບ ການຜະລິດກະສິກໍາຄົບວົງຈອນ ໃນລາວ. ເຊິ່ງ ຊົງຣິດ ໂພນເງິນ ມີລາຍງານເລື້ອງນີ້ ຈາກບາງກອກ.

ທ່ານຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກໍາແລະການຄ້າ ຖະ ແຫລງວ່າ ປັດໄຈສໍາຄັນປະການນຶ່ງ ທີ່ຈະມີສ່ວນເຮັດໃຫ້ມູນຄ່າການສົ່ງອອກສິນຄ້າຂອງລາວເພີ້ມຂຶ້ນໃນປີ 2021 ນີ້ກໍ່ຄືການທີ່ໄດ້ມີການລົງນາມໃນຂໍ້ຕົກລົງຮ່ວມມືດ້ານການຄ້າຜົນຜະລິດກະສິກໍາລະຫວ່າງລາວ-ຈີນ, ທັງນີ້ ໂດຍຝ່າຍຈີນໄດ້ຕົກລົງ ຈະນໍາເຂົ້າສິນຄ້າກະສິກໍາຈາກລາວເພີ້ມຂຶ້ນອີກ 9 ຊະນິດ ນັບແຕ່ປີ 2021 ເປັນຕົ້ນໄປ ໂດຍຖືເປັນການເພີ້ມເຕີມ ຈາກໂຄຕ້າເຂົ້າ ແລະງົວທີ່ທາງການຈີນໄດ້ຊື້ຈາກລາວ ໃນຊ່ວງກ່ອນໜ້ານີ້ ດັ່ງທີ່ທ່ານຄໍາແພງ ໄດ້ໃຫ້ການຢືນ ຢັນວ່າ:

“ກະຊວງອຸດສາຫະກໍາ ແລະການຄ້າ ກໍ່ໄດ້ສົມທົບກັບກະຊວງກະສິກໍາ ແລະປ່າໄມ້ ຮ່ວມກັບບໍລິສັດເອກະຊົນພາຍໃນຂອງ ສປປ ລາວ ຂອງພວກເຮົາ ໃນການຈັດການເຊັນບົດບັນທຶກຮ່ວມກັບບໍລິສັດໃຫຍ່ຈາກ ສປ ຈີນ ເພື່ອຮັບຊື້ ແລະການສົ່ງອອກ 9 ລາຍການສິນຄ້າກະສິກໍາຂອງ ສປປ ລາວ ກໍ່ເປັນອີກວຽກນຶ່ງທີ່ສາມາດຮັບປະກັນຕະຫລາດໃຫ້ແກ່ຜູ້ຜະລິດ ນອກຈາກໂຄຕ້າການສົ່ງອອກງົວ ແລະເຂົ້າທີ່ໄດ້ຮັບຈາກຈີນມາກ່ອນໜ້ານີ້.”

ທັງນີ້ ບໍລິສັດ AIDC Lao ຈໍາກັດ ກັບບໍລິສັດ Zhengzhou ອຸດສາຫະກໍາສະບຽງອາຫານຈໍາກັດຈາກຈີນ ໄດ້ຕົກລົງຮ່ວມມືດໍາເນີນການຈັດຊື້ສິນຄ້າປຸງແຕ່ງກະສິກໍາໃນລາວເພື່ອສົ່ງອອກໄປຈີນເພີ້ມຂຶ້ນເມື່ອບໍ່ດົນມານີ້ ໂດຍສິນຄ້າປຸງແຕ່ງກະສິກໍາທີ່ຈີນຕ້ອງການນໍາເຂົ້າຈາກລາວພາຍໃຕ້ການຕົກລົງຄັ້ງນີ້ປະກອບມີ 9 ຊະນິດກໍ່ຄືຖົ່ວດິນ, ຖົ່ວເຫລືອງ, ແປ້ງມັນຕົ້ນ, ກ້ວຍຫອມ, ນໍ້າຕານ,
ໝາກໝ່ວງ, ໝາກໝ່ວງຫິນມະພານ, ຖົ່ວລຽນ ແລະຊີ້ນງົວແຊ່ແຂງ ຄິດເປັນປະລິມານລວມ 1.45 ລ້ານຕັນ ແລະຄິດເປັນມູນຄ່າລວມເຖິງ 1,500 ລ້ານໂດລາ ໃນຊ່ວງປີ 2021-2025.

ໂດຍຄາດໝາຍວ່າ ການຮ່ວມມືດັ່ງກ່າວນີ້ ຈະສາມາດສ້າງງານ ແລະລາຍຮັບໃຫ້ກັບຊາວກະສິກອນລາວໄດ້ເກີນກວ່າ 1 ແສນຄອບຄົວ ໂດຍສະເພາະແມ່ນກະສິກອນທີ່ມີທີ່ດິນກະສິກໍາຢູ່ຕາມເຂດແລວທາງລົດໄຟລາວ-ຈີນນັ້ນ ຍັງຈະໄດ້ຮັບການສະດວກໃນການຂົນສົ່ງສິນຄ້າລາວໄປຈີນອີກດ້ວຍ ເຊັ່ນດຽວກັນກັບການຮ່ວມມືລະຫວ່າງກົມຜະລິດກະສິກໍາຂອງກອງທັບປະຊາຊົນລາວ ກັບບໍລິ ສັດສາງຈຽງການລົງທຶນຈາກຈີນທີ່ໄດ້ຮ່ວມກັນສ້າງຕັ້ງບໍລິສັດຮ່ວມທຶນກິສິກໍາຄົບວົງຈອນຈໍາກັດ ດ້ວຍເງິນລົງທຶນລວມ 300 ລ້ານໂດລາ ເພື່ອດໍາເນີນກິດຈະ ການ 30 ປີຕໍ່ສັນຍາໄດ້ສອງຄັ້ງ ຄັ້ງລະ 30 ປີ, ໂດຍແນໃສ່ການຜະລິດ ແລະສົ່ງງົວໄປຂາຍໃຫ້ຈີນໃຫ້ໄດ້ເຖິງ 400,000 ໂຕຕໍ່ປີ ຄິດເປັນ 80 ເປີເຊັນຂອງໂຄຕ້າທັງໝົດທີ່ລັດຖະບານຈີນຈະຮັບຊື້ງົວຈາກລາວຈໍານວນ 5 ແສນໂຕໃນແຕ່ລະປີນັ້ນ.

ໂດຍສາຍເຫດທີ່ຕ້ອງມີການສ້າງຕັ້ງບໍລິສັດຮ່ວມທຶນລາວ-ຈີນດັ່ງກ່າວນີ້ ກໍ່ເພາະ ວ່າການລ້ຽງສັດໃນລາວ ຍັງຈະຕ້ອງໄດ້ຮັບການພັດທະນາ ໃນດ້ານເທັກນິກສະໄໝໃໝ່ຢ່າງຮີບດ່ວນທີ່ສຸດ ຫາກບໍ່ສະນັ້ນກໍ່ຈະບໍ່ສາມາດຕອບສະໜອງໂຄຕ້າຂອງລັດຖະບານຈີນໄດ້ເລີຍ ເນື່ອງຈາກການລ້ຽງງົວ-ຄວາຍຂອງຊາວກະສິກອນລາວໃນປັດຈຸບັນນີ້ ຍັງຂາດທັງຫລັກວິຊາການ, ເທັກນິກທີ່ທັນສະໄໝ ແລະແຫລ່ງທຶນກູ້ຢືມ ຈຶ່ງເຮັດໃຫ້ບໍ່ສາມາດເພີ້ມຈໍານວນງົວ-ຄວາຍທີ່ລ້ຽງໄດ້ຕາມຄວາມຕ້ອງການຂອງຕະຫລາດທັງພາຍໃນ ແລະຕ່າງປະເທດໄດ້ຢ່າງແທ້ຈິງ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງຂອງກະຊວງກະສິກໍາ ແລະປ່າໄມ້ລາວໄດ້ໃຫ້ການຢືນຢັນວ່າ:

“ສໍາລັບວຽກງານລ້ຽງສັດ ຫາກທຽບໃສ່ຄວາມຮຽກຮ້ອງຕ້ອງການຂອງສັງຄົມແລ້ວຖືວ່າຍັງບໍ່ພໍ, ສາຍເຫດຍັງບໍ່ພໍນີ້ ມັນຍ້ອນວ່າພື້ນຖານຈໍານວນຝູງສັດເຮົານີ້ມັນຍັງໜ້ອຍຢູ່ ຖ້າທຽບຈະລ້ຽງເປັນສິນຄ້ານີ້ເຮົາຕ້ອງໄດ້ຊອກຈໍານວນຝູງນີ້ມາເພີ້ມເຕີມໃຫ້ມັນຫລາຍເປັນຖານ ເພື່ອເຮົາຈະມີໂຮງງານຂ້າສັດທັນສະໄໝ ແລ້ວມັນຕ້ອງໄດ້ສະໜອງໃຫ້ແຕ່ລະມື້ໆ ອັນໂຕນີ້ ແມ່ນຖານທີ່ພວກເຮົາຍັງຈະຕ້ອງໄດ້ເພີ້ມອີກ.”

ທັງນີ້ ການລ້ຽງສັດໃນລາວ ຈະຕ້ອງໄດ້ຮັບການຍົກລະດັບໃນການຜະລິດການພັດທະນາເຕັກນິກ ທີ່ເປັນໂຕແບບທີ່ດີ, ການພັດທະນາການຜະລິດງົວເປັນສິນ ຄ້າທີ່ກະສິກອນລາວເປັນເຈົ້າຂອງ, ການພັດທະນາພໍ່-ແມ່ພັນ, ການຕອບສະໜອງອາຫານສັດທີ່ພຽງພໍ, ການພັດທະນາດ້ານການຮັກສາສຸຂະພາບສັດ, ການສ້າງນັກວິໄຈ ແລະການລ້ຽງສັດທີ່ເປັນມິດກັບສິ່ງແວດລ້ອມ ເພາະການລ້ຽງງົວຂອງລາວຕ້ອງໄດ້ມາດຕະຖານຕາມຄວາມຕ້ອງການຂອງຈີນ ກໍ່ຄືງົວທີ່ຈະສາມາດສົ່ງໄປຈີນໄດ້ນັ້ນ ຕ້ອງມີນໍ້າໜັກຕັ້ງແຕ່ 350 ກິໂລກຣາມຂຶ້ນໄປ ແລະມີອາຍຸບໍ່ເກີນ 4 ປີ, ໂດຍໃນປີ 2019 ລາວໄດ້ສົ່ງງົວແລະຄວາຍໄປຈີນ 8 ໝື່ນກວ່າໂຕ ກັບສອງໝື່ນໂຕໂຕຕາມລໍາດັບ ທັງຍັງຫລຸດລົງໃນປີ 2020 ຍ້ອນການລະບາດຂອງເຊື້ອໄວຣັສ COVID-19 ນັ້ນເອງ.

XS
SM
MD
LG