ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລັດຖະມົນຕີ ຢືນຢັນໃນຄວາມໝັ້ນຄົງແຫ່ງຊາດ ເຖິງແມ່ນວ່າ ປຊຊ ລາວ ມີທ່າອຽງເສື່ອມສັດທາ ຕໍ່ການນຳພາຂອງພັກເພີ້ມຂຶ້ນ


ປະຊາຊົນລາວບັນດາເຜົ່າມີທ່າອຽງທີ່ຈະເສື່ອມສັດທາຕໍ່ການນຳພາຂອງພັກເພີ້ມຂຶ້ນນັບມື້ ໂດຍມີສາເຫດສຳຄັນຈາກການຈັດຕັ້ງປະຕິບັດວຽກງານທີ່ບໍ່ມີປະສິດທິພາບຂອງບຸກຄະລາກອນພັກ ສໍ້ລາດບັງຫລວງ.
ປະຊາຊົນລາວບັນດາເຜົ່າມີທ່າອຽງທີ່ຈະເສື່ອມສັດທາຕໍ່ການນຳພາຂອງພັກເພີ້ມຂຶ້ນນັບມື້ ໂດຍມີສາເຫດສຳຄັນຈາກການຈັດຕັ້ງປະຕິບັດວຽກງານທີ່ບໍ່ມີປະສິດທິພາບຂອງບຸກຄະລາກອນພັກ ສໍ້ລາດບັງຫລວງ.

ລັດຖະມົນຕີ ຢືນຢັນໃນຄວາມໝັ້ນຄົງແຫ່ງຊາດ ເຖິງແມ່ນວ່າ ປະຊາຊົນລາວ ມີທ່າອຽງເສື່ອມສັດທາຕໍ່ການນຳພາຂອງພັກເພີ້ມຂຶ້ນ ໂດຍມີສາເຫດມາຈາກການທຸຈະລິດທີ່ເກີດຂຶ້ນຢ່າງກວ້າງຂວາງກໍຕາມ.

ພົນເອກຈັນສະໝອນ ຈັນຍາລາດ ລັດຖະມົນຕີວ່າການກະຊວງປ້ອງກັນປະເທດ ຖະແຫລງຢືນຢັນວ່າ ກອງທັບປະຊາຊົນລາວ ສາມາດຮັບປະກັນດ້ານຄວາມໝັ້ນຄົງແຫ່ງຊາດໄດ້ຢ່າງເຕັມສ່ວນ ທັງຍັງສາມາດປົກປັກຮັກສາ ແລະສ້າງເສີມລະບອບການເມືອງການປົກຄອງຂອງຊາດໄດ້ຢ່າງແຂງແຮງ ແລະເປັນທີ່ຍອມຮັບໃນເວທີສາກົນຫລາຍຂຶ້ນນັບມື້ອີກດ້ວຍ ທັງນີ້ ກໍຍ້ອນວ່າ ກອງທັບໄດ້ປະຕິບັດຕາມການຊີ້ນຳຂອງພັກປະຊາຊົນປະຕິວັດລາວຢ່າງເຂັ້ມງວດ ດັ່ງທີ່ ພົນເອກຈັນສະໝອນ ຢືນຢັນວ່າ:

“ພາຍໃຕ້ການຊີ້ນຳໆພາຂອງຄະນະພັກກະຊວງປ້ອງກັນປະເທດໃນການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກລັດ ວຽກງານຈຸດສຸມຂອງກະຊວງປ້ອງກັນປະເທດ ພວກເຮົາໄດ້ສາມາດຍາດໄດ້ຜົນສຳເລັດໃນຫລາຍດ້ານ ອັນພົ້ນເດັ່ນແມ່ນຮັບປະກັນໄດ້ສະຖຽນລະພາບທາງດ້ານການເມືອງ ຄວາມສະຫງົບ ຄວາມປອດໄພທາງສັງຄົມ ອັນໄດ້ເຮັດໃຫ້ບົດບາດ ອິດທິພົນຂອງ ສປປ ລາວ ພວກເຮົາໄດ້ພົ້ນເດັ່ນຂຶ້ນໃນພາກພື້ນ ໃນສາກົນ ໃນນັ້ນ ກອງທັບເຮົາ ໄດ້ເປັນກຳລັງຫລັກແຫລ່ງ ເຮັດໃຫ້ລະບອບພວກເຮົາ ປະເທດພວກເຮົາມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ.”

ທ່ານບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ ຖະແຫລງຍອມຮັບວ່າ ປະຊາຊົນລາວບັນດາເຜົ່າມີທ່າອຽງທີ່ຈະເສື່ອມສັດທາຕໍ່ການນຳພາຂອງພັກເພີ້ມຂຶ້ນນັບມື້
ທ່ານບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ ຖະແຫລງຍອມຮັບວ່າ ປະຊາຊົນລາວບັນດາເຜົ່າມີທ່າອຽງທີ່ຈະເສື່ອມສັດທາຕໍ່ການນຳພາຂອງພັກເພີ້ມຂຶ້ນນັບມື້

ທາງດ້ານ ທ່ານບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ ຖະແຫລງຍອມຮັບວ່າ ປະຊາຊົນລາວບັນດາເຜົ່າມີທ່າອຽງທີ່ຈະເສື່ອມສັດທາຕໍ່ການນຳພາຂອງພັກເພີ້ມຂຶ້ນນັບມື້ ໂດຍມີສາເຫດສຳຄັນຈາກການຈັດຕັ້ງປະຕິບັດວຽກງານທີ່ບໍ່ມີປະສິດທິພາບຂອງບຸກຄະລາກອນພັກ ຊຶ່ງລວມເຖິງການທຸຈະລິດທີ່ມີທ່າອຽງເກີດຂຶ້ນຢ່າງກວ້າງຂວາງທັງໃນຂັ້ນສູນກາງ ແລະທ້ອງຖິ່ນ ຈຶ່ງໄດ້ກາຍເປັນອຸປະສັກທີ່ມີຕໍ່ການສ້າງຄວາມເຂັ້ມແຂງຂອງພັກໂດຍກົງ ທັງກໍຍັງປາກົດວ່າ ສະມາຊິກພັກຈຳນວນບໍ່ນ້ອຍເປັນບຸຄະລາກອນທີ່ບໍ່ມີຄຸນນະພາບອີກດ້ວຍ ດັ່ງທີ່ ທ່ານບຸນທອງ ໄດ້ໃຫ້ການຢືນຢັນວ່າ:

“ການປັບປຸງຮາກຖານພັກເປັນຕົ້ນ ການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ແລະໜັກແໜ້ນ ຫລາຍບ່ອນບໍ່ທັນໄດ້ຕາມຄາດໝາຍ ທັງບໍ່ຮັບປະກັນທາງດ້ານຄຸນນະພາບ ການຂະຫຍາຍພັກຈຳນວນນຶ່ງ ບໍ່ຕໍ່ເນື່ອງ ການຂະຫຍາຍພັກຢູ່ເຂດຊົນນະບົດຫ່າງໄກສອກຫລີກ ຍັງພົບກັບບັນຫາຫຍຸ້ງຍາກສະພາບສະພາບມະຫາຊົນຢູ່ຮາກຖານ ບ້ານ ບໍ່ຢາກເຂົ້າພັກຍັງມີຢູ່ໃນຊົນນະບົດ ການຂະຫຍາຍພັກຢູ່ສຳນັກງານ ອົງການ ຍັງແລ່ນນຳຈຳນວນ ບໍ່ຮັບປະກັນມາດຕະຖານແລະຄຸນນະພາບ.”

ທ່ານບຸນທອງ ໄດ້ຍົກຕົວຢ່າງກ່ຽວກັບການກວດກາບັນດາໂຄງການລົງທຶນຂອງລັດຖະບານຈຳນວນ 209 ໂຄງການທີ່ຈັດຕັ້ງປະຕິບັດບໍ່ຖືກຕ້ອງຕາມກົດໝາຍນັ້ນແບ່ງເປັນ 103 ໂຄງການທີ່ບໍ່ໄດ້ຈັດການປະມູນແລະ 106 ໂຄງການທີ່ຈັດການປະມູນແຕ່ບໍ່ຖືກຕ້ອງຕາມກົດໝາຍ ເຮັດໃຫ້ລັດຖະບານສູນເສຍງົບປະມານໄປ 5,331 ກວ່າຕື້ກີບ ທັງຍັງໄດ້ກວດພົບການທຸຈະລິດໃນໂຄງການພັດທະນາຂອງລັດຖະບານ ທີ່ເປັນການຮ່ວມມືລະຫວ່າງພະນັກງານລັດກັບນັກທຸລະກິດ ຈຳນວນ 1,285 ຄົນ ເຮັດໃຫ້ລັດຖະບານເສຍຫາຍໄປຫລາຍກວ່າ 999 ຕື້ກີບ ແລະກວ່າ 67 ລ້ານໂດລາ ສະເພາະໃນປີທີ່ຜ່ານມາ.

ນອກຈາກນີ້ ກໍຍັງກວດພົບໂຄງການນອກແຜນການຂອງລັດຖະບານເຖິງ 285 ໂຄງການທີ່ມີມູນຄ່າເສຍຫາຍຫລາຍກວ່າ 4,483 ຕື້ກີບ ທີ່ບໍ່ເປັນໄປຕາມລະບຽບດ້ານງົບປະມານ ແລະບໍ່ຜ່ານການຮັບຮອງຂອງສະພາແຫ່ງຊາດ ທັງມີການລັກລອບຂົນສົ່ງໄມ້ໄປຕ່າງປະເທດກວ່າ 4 ລ້ານແມັດກ້ອນ ຊຶ່ງເຮັດໃຫ້ອົງການເພື່ອຄວາມໂປ່ງໃສສາກົນ (Transparency International) ລາຍງານວ່າ ລັດຖະບານລາວມີຄວາມໂປ່ງໃສໃນການບໍລິຫານງານທີ່ລະດັບ 29 ຈາກ 100 ຄະແນນເຕັມ ໃນປີ 2019 ທີ່ຜ່ານມາ ຊຶ່ງເທົ່າກັບໃນປີ 2018 ໝາຍຄວາມວ່າ ມີນັກທຸລະກິດຊາວຕ່າງຊາດທີ່ລົງທຶນໃນລາວພຽງແຕ່ 29 ຄົນໃນ 100 ຄົນ ທີ່ເຫັນວ່າ ການບໍລິຫານງານໃນວົງການພັກແລະລັດຖະບານລາວ ໄດ້ດຳເນີນໄປຢ່າງໂປ່ງໃສ ຫລືບໍ່ມີການທຸຈະລິດ ກໍຄືການແກ້ໄຂບັນຫາແລະການປາບປາມການທຸຈະລິດໃນລາວ ຍັງມີປະສິດທິພາບຕ່ຳ ຈຶ່ງເຮັດໃຫ້ເກີດການເສຍຫາຍດ້ານງົບປະມານໄປຢ່າງຫລວງຫລາຍດັ່ງກ່າວ.

XS
SM
MD
LG