ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ລັດຖະມົນຕີລາວ ຢືນຢັນວ່າ ຂະບວນການຄ້າຢາເສບຕິດ ຂ້າມຊາດ ໄດ້ສົ່ງເສີມ ໃຫ້ມີການປູກຝິ່ນ ໃນລາວ


ທ່ານສົມພາວ ໄພສິດ ຜູ້ວ່າການທະນາຄານແຫ່ງຊາດລາວ ໄດ້ຖະແຫລງຢືນຢັນ ກ່ຽວກັບ ໜ່ວຍງານຂໍ້ມູນຕ້ານການຟອກເງິນ ທີ່ຢູ່ພາຍໃຕ້ການຊີ້ນຳ ໂດຍກົງຂອງທະນາຄານແຫ່ງ ສປປ. ລາວ
ທ່ານສົມພາວ ໄພສິດ ຜູ້ວ່າການທະນາຄານແຫ່ງຊາດລາວ ໄດ້ຖະແຫລງຢືນຢັນ ກ່ຽວກັບ ໜ່ວຍງານຂໍ້ມູນຕ້ານການຟອກເງິນ ທີ່ຢູ່ພາຍໃຕ້ການຊີ້ນຳ ໂດຍກົງຂອງທະນາຄານແຫ່ງ ສປປ. ລາວ

ລັດຖະມົນຕີລາວ ຢືນຢັນວ່າ ຂະບວນການຄ້າຢາເສບຕິດ
ຂ້າມຊາດ ໄດ້ສົ່ງເສີມໃຫ້ມີການປູກຝິ່ນຢູ່ໃນລາວ ຫຼາຍຂຶ້ນ
ດ້ວຍການລັກລອບໂອນເງິນເຂົ້າມາໃນລາວ ເພື່ອໃຫ້ການ
ສະໜັບສະໜູນ ໂດຍຜິດກົດໝາຍ.

ທ່ານບຸນເຮືອງ ດວງພະຈັນ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີຂອງລາວ
ໃຫ້ການຢືນຢັນວ່າ ສາເຫດສຳຄັນທີ່ເຮັດໃຫ້ມີການລັກລອບປູກຝິ່ນ ໃນແຂວງພາກເໜືອ
ຂອງລາວ ເພີ່ມຂຶ້ນໃນເວລານີ້ ກໍເພາະວ່າ ໄດ້ມີການລັກບໍລອບໂອນເງິນຈາກຕ່າງປະເທດ
ເຂົ້າມາຊຸກຍູ້ໃຫ້ປະຊາຊົນລາວ ພາກັນສືບຕໍ່ປູກຝິ່ນຢູ່ເລື້ອຍມາ ເມື່ອປະກອບກັບປະຊາ
ຊົນລາວ ກໍຍັງມີສະພາບຊີວິດ ການເປັນຢູ່ທີ່ຍາກຈົນຢ່າງຍິ່ງ ຈຶ່ງໄດ້ພາກັນລັກລອບປູກ
ຝິ່ນ ຢູ່ເລື້ອຍມາ.

ແຕ່ຢ່າງໃດກໍຕາມ ການທີ່ທາງສະຫະລັດອາເມຣິກາໄດ້ໃຫ້ການຊ່ວຍເຫຼືອ ໃນການພັດ
ທະນາປັບປຸງ ການບັງຄັບໃຊ້ກົດໝາຍ ຕໍ່ຜູ້ທຳຄວາມຜິດ ກ່ຽວກັບຢາເສບຕິດໃນລາວ
ນັບແຕ່ກາງປີ 2014 ເປັນຕົ້ນມາ ກໍເຊື່ອວ່າ ຈະເຮັດໃຫ້ການບັງຄັບໃຊ້ກົດໝາຍໃນລາວ
ມີປະສິດທິພາບ ສູງຂຶ້ນນັບມື້.

ບັນດາລູກຄ້າ ຂອງທະນະຄານ ຢູ່ໃນລາວ ກຳລັງນຳໃຊ້ ຕູ້ ATM ຂອງທະນາຄານ
ບັນດາລູກຄ້າ ຂອງທະນະຄານ ຢູ່ໃນລາວ ກຳລັງນຳໃຊ້ ຕູ້ ATM ຂອງທະນາຄານ

ທາງດ້ານທ່ານສະເຫລີມໄຊ ກົມມະສິດ ລັດຖະມົນຕີຊ່ວຍວ່າ
ການຕ່າງປະເທດ ກໍໄດ້ໃຫ້ການຢືນຢັນວ່າ ລັດຖະບານລາວ
ໄດ້ດຳເນີນການພັດທະນານິຕິກຳ ກ່ຽວກັບການຕ້ຮານການ
ຟອກເງິນ ແລະສະໜອງທຶນ ໃຫ້ແກ່ການກໍ່ການຮ້ານນັບແຕ່ປີ
2005 ເປັນຕົ້ນມາ ໂດຍຈະເຫັນໄດ້ ຈາກການບັນຍັດໄວ້ໃນ
ມາດຕາ 64 ຂອງກົດໝາຍອາຍາ ເພື່ອຕ້ານການຟອກເງິນ
ຕາມດ້ວຍດຳລັດວ່າດ້ວຍການຕ້ານການຟອກເງິນ ເລກທີ
55/ນຍ ເມື່ອປີ 2006 ແລະ ໃນປີ 2010 ກໍເປັນຄັ້ງທຳອິດ ທີ່
ກຸ່ມເອເຊຍ-ປາຊີຟິກ ເພື່ອຕ້ານການຟອກເງິນ ໄດ້ມີການປະ
ເມີນຜົນ ການຈັດຕັ້ງປະຕິບັດ ວຽກງານຕ້ານການຟອກເງິນ ໃນລາວ ຕາມຫລັກມາດຕະຖານສາກົນ.

ຍິ່ງໄປກວ່ານັ້ນ ສະມາຊິກສະພາແຫ່ງຊາດລາວ ຊຸດທີ 7 ຍັງໄດ້ລົງມະຕິຮັບຮອງເອົາ ກົດ
ໝາຍວ່າດ້ວຍ ການຕ້ານ ແລະການສະກັດກັ້ນ ການຟອກເງິນ ແລະການສະໜອງທຶນໃຫ້
ແກ່ການກໍ່ການຮ້າຍຕາມການສະເໜີຂອງທະນາຄານແຫ່ງຊາດລາວ ໃນກອງປະຊຸມ ສະ
ໄໝສາມັນ ຄັ້ງທີ 7 ເມື່ອເດືອນກໍລະກົດ 2014 ອີກດ້ວຍ.

ໂດຍກົດໝາຍດັ່ງກ່າວນີ້ ຖືເປັນກົດໝາຍຕ້ານການຟອກເງິນ ສະບັບທຳອິດໃນລາວ ເນື່ອງ
ຈາກວ່າ ການຈັດຕັ້ງປະຕິບັດເພື່ອຕ້ານການຟອກເງິນໃນລາວນັ້ນ ເປັນການປະຕິບັດຕາມ
ດຳລັດ ທີ່ປະກາດບັງຄັບໃຊ້ເມື່ອປີ 2006 ໂດຍມີໜ່ວຍງານຂໍ້ມູນຕ້ານການຟອກເງິນ ໃນສັງ
ກັດຂອງທະນາຄານໃນລາວ ເພີ່ມຂຶ້ນຢ່າງຕໍ່ເນື່ອງ ດັ່ງທີ່ທ່ານສົມພາວ ໄພສິດ ຜູ້ວ່າການ
ທະນາຄານແຫ່ງຊາດລາວ ໄດ້ຖະແຫລງຢືນຢັນວ່າ:

“ໜ່ວຍງານຂໍ້ມູນຕ້ານການຟອກເງິນ ທີ່ຢູ່ພາຍໃຕ້ການຊີ້ນຳ ໂດຍກົງຂອງທະນາຄານ
ແຫ່ງ ສປປ. ລາວ ສາມາດເກັບກຳຂໍ້ມູນກ່ຽວກັບການເຄື່ອນໄຫວທຸລະກຳ ທີ່ສົງໄສ ວ່າ
ເປັນການຟອກເງິນໄດ້ 104 ກໍລະນີ.”

ຄະນະກຳມະການແຫ່ງຊາດເພື່ອຕ້ານການຟອກເງິນ ແລະການສະໜອງທຶນໃຫ້ແກ່
ການກໍ່ການຮ້າຍ ຂອງລັດຖະບານລາວ ພາຍໃຕ້ການເປັນປະທານຂອງ ທ່ານບຸນປອນ
ບຸດຕະນະວົງ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳເສດຖະກິດມະຫາພາກ ແລະບໍລິການ ໄດ້
ພົບປະກັບຄະນະທູດຕານຸທູດ ຈາກ ສະຫັດອາເມຣິກາ ອອສເຕຣເລຍ ຝຣັ່ງເສດ ຍີ່ປຸ່ນ
ເກົາຫຼີໃຕ້ ຟີລິບປິນ ອິນເດຍ ແລະ ອັງກິດ ລວມເຖິງ ຜູ້ຕາງໜ້າຂອງທະນາຄານໂລກ
ທະນາຄານພັດທະນາເອເຊຍ ແລະອົງການຄວບຄຸມຢາເສບຕິດ ແລະ ອາຊະຍາກຳ ແຫ່ງ
ສະຫະປະຊາຊາດ ເມື່ອບໍ່ນານມານີ້ ຢູ່ນະຄອນຫຼວງວຽງຈັນ.

ໂດຍຈຸດປະສົງສຳຄັນ ຂອງການພົບປະໃນຄັ້ງນີ້ ເພື່ອເຜີຍແຜ່ກ່ຽວກັບການຈັດຕັ້ງ ປະຕິບັດ
ວຽກງານຕ້ານການຟອກເງິນ ແລະສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ທີ່ລັດຖະບານລາວ
ໄດ້ຕົກລົງເຂົ້າຮ່ວມເປັນສະມາຊິກ ໃນກຸ່ມເອເຊຍ-ປາຊີຟິກ ເພື່ອຕ້ານການຟອກເງິນ (APG)
ເປັນອັນດັບທີ 36 ນັບຈາກປີ 2007 ເປັນຕົ້ນມາ ຊຶ່ງລັດຖະບານລາວ ກໍໄດ້ມອບໝາຍໃຫ້
ທະນາຄານແຫ່ງຊາດ ຮັບຜິດຊອບວຽກງານດັ່ງກ່າວນີ້ ດ້ວຍການສ້າງຕັ້ງໜ່ວຍງານຂໍ້ມູນ
ຕ້ານການຟອກເງິນຂຶ້ນ ນັບແຕ່ປີ 2007 ເປັນຕົ້ນມາ.

XS
SM
MD
LG