ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດ​ຖະ​ມົນ​ຕີ​ຢືນ​ຢັນ​ວ່າ ແມ່​ຍິງ​ລາວ​ເຂົ້າ​ໄປ​ກ່ຽວ​ຂ້ອງ​ໃນ​ອາ​ຊະ​ຍາ​ກຳ ​ທີ່​ກ່ຽວ​ກັບ​ການ​ຄ້າ​ຢາ​ເສບ​ຕິດຫຼາຍ​ຂຶ້ນ


ນັກ​ໂທດ​ຄ້າ​ຢາ​ເສບ​ຕິດ ຖືກ​ໂທດ​ປະ​ຫານ​ຊີ​ວິດ.
ນັກ​ໂທດ​ຄ້າ​ຢາ​ເສບ​ຕິດ ຖືກ​ໂທດ​ປະ​ຫານ​ຊີ​ວິດ.

ລັດ​ຖະ​ມົນ​ຕີ​ຢືນ​ຢັນ​ວ່າແມ່​ຍິງ​ລາວ​ເຂົ້າ​ໄປ​ກ່ຽວ​ຂ້ອງ​ໃນ​ອາ​ຊະ​ຍາ​ກຳ​ທີ່​ກ່ຽວ​ກັບ​ການ​ຄ້າ​ຢາ​ເສບ​ຕິດຫຼາຍ​ຂຶ້ນ ຊຶ່ງ​ເຫັນ​ໄດ້​ຈາກ​ການ​ຈັບ​ກຸມ​ຜູ້​ຕ້ອງ​ຫາ 5,818 ຄົນ, ໃນ​ນີ້​ເປັນ​ຜູ້​ຕ້ອງ​ຫາ​ເພດ​ຍິງ​ເຖິງ 618 ຄົນ.

ພົນ​ເອກ ວິ​ໄລ ຫຼ້າ​ຄຳ​ຟອງ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ຄວາມ​ສ​ະ​ຫງົບ​ຖະ​ແຫຼງວ່າ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ວາ​ລະ​ແຫ່ງ​ຊາດ​ລາວ​ວ່າ​ດ້ວຍ​ການ​ປາບ​ປາມ​ການ​ຄ້າ​ຢາ​ເສບ​ຕິດ​ໃນ​ຊ່ວງ​ເດືອນ​ກໍ​ລະ​ກົດ 2021 ເຖິງ​ເດືອນ​ພຶດ​ສະ​ພາ 2022 ທີ່​ຜ່ານ​ມາ ກຳ​ລັງ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ສາ​ມາດ​ສະ​ກັດ​ກັ້ນ​ການ​ຄ້າ​ຢາ​ເສບ​ຕິດ​ໄດ້ 4,094 ກໍ​ລະ​ນີ ແລະ ຈັບ​ກຸມ​ຜູ້​ຕ້ອງ​ຫາ​ໄດ້​ທັງ​ໝົດ 5,818 ຄົນ​ໃນ​ນີ້​ເປັນ​ຜູ້​ຕ້ອງ​ຫາ​ເພດ​ຍິງ 618 ຄົນ​ທີ່​ຮ່ວມ​ໃນ​ການ​ກະ​ທຳ​ຜິດ​ດ້ວຍ ຊຶ່ງນອກ​ຈາກ​ຈະ​ກວມ​ເອົາ​ເກີນກວ່າ 10 ເປີ​ເຊັນ​ຂອງ​ຈຳ​ນວນ​ຜູ້​ຕ້ອງ​ຫາ​ທັງ​ໝົດ​ແລ້ວ ກໍ​ຍັງ​ຖື​ເປັນ​ຄັ້ງ​ທຳ​ອິດ​ທີ່​ແມ່​ຍິງ​ລາວ ກ່ຽວ​ຂ້ອງ​ກັບການ​ຄ້າ​ຢາ​ເສບ​ຕິດ​ໃນ​ສັດ​ສ່ວນ​ເກີນກວ່າ 10 ເປີ​ເຊັນ​ອີກ​ດ້ວຍ ດັ່ງ​ທີ່​ພົນ​ເອກ ວິ​ໄລ ໄດ້​ໃຫ້​ການ​ຢືນ​ຢັນ​ວ່າ

“ກຳ​ລັງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ຂັ້ນ​ສູນ​ກາງ ແລະ ທ້ອງ​ຖິ່ນ​ໄດ້​ຍົກ​ສູງ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ຕົນ​ເຂົ້າ​ໃນ​ການ​ເຄື່ອນ​ໄຫວ​ຕາມຫຼັກ​ການ ແລະ ວິ​ທີ​ການ​ວິ​ຊາ​ສະ​ເພາະ ນັບ​ແຕ່​ເດືອນ 7, 2021 ຮອດ​ວັນ​ທີ 24 ເດືອນ​ 5, 2022 ສາ​ມາດ​ແກ້​ໄຂ ແລະ ມ້າງ​ຄະ​ດີ​ຢາ​ເສບ​ຕິດ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ​ໄດ້ 4,094 ເລື່ອງ ຈັບ​ຜູ້​ຖືກ​ຫາ​ໄດ້ 5,818 ຄົນ​ໃນ​ນັ້ນ​ມີ​ຜູ້​ຍິງ 618 ຄົນ.”

ສ່ວນ​ທ່ານ ໄຊ​ຊະ​ນະ ໂຄດໂຍ​ທາ ຫົວ​ໜ້າ​ອົງ​ການ​ໄອ​ຍະ​ການ​ປະ​ຊາ​ຊົນ​ສູງ​ສຸດ​ໄດ້​ຖະ​ແຫຼງຍອມ​ຮັບ​ວ່າ​ການ​ກໍ່​ອາ​ຊະ​ຍາ​ກຳ​ທີ່​ມີ​ທ່າ​ອຽງ​ເພີ່ມ​ຂຶ້ນຫຼາຍ​ທີ່​ສຸດ​ກໍ​ຄື​ອາ​ຊະ​ຍາ​ກຳ​ທີ່​ກ່ຽວ​ກັບ​ການ​ຄ້າ​ຢາ​ເສບ​ຕິດ​ທັງ​ຍັງ​ເຮັດ​ໃຫ້​ເກີດ​ບັນ​ຫາ​ແອ​ອັດ​ໃນ​ສະ​ຖານ​ທີ່​ກັກ​ຂັງ ແລະ ສະ​ຖານ​ດັດ​ສ້າງ​ໃນ​ທົ່ວ​ປະ​ເທດ​ອີກ​ດ້ວຍ ເພາະ​ມີ​ຈຳ​ນວນ​ຜູ້​ຕ້ອງ​ຫາ ແລະ ນັກ​ໂທດ​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ​ໂດຍ​ໃນ​ປັດ​ຈຸ​ບັນ​ສະ​ຖານ​ດັດ​ສ້າງ​ທັງ 23 ແຫ່ງ​ໃນ​ທົ່ວ​ປະ​ເທດ​ຕ້ອງ​ຮອງ​ຮັບ​ນັກ​ໂທດຫຼາຍກວ່າ 15,000 ຄົນ ແລະ ໃນ​ນີ້​ເກີນກວ່າ 90 ເປີ​ເຊັນຫຼື​ເກີນກວ່າ 12,000 ຄົນ ກໍ​ຄື​ນັກ​ໂທດ​ທີ່​ກະ​ທຳ​ຜິດ​ກ່ຽວ​ກັບ​ຢາ​ເສບ​ຕິດ​ໃນ​ນີ້​ເປັນ​ນັກ​ໂທດ​ເພດ​ຍິງ​ລວມ​ຢູ່​ດ້ວຍ​ເກືອບ 2,000 ຄົນ​ໂດຍບໍ່​ລວມ​ເຖິງ​ຜູ້​ຕ້ອງ​ຫາ​ເພດ​ຍິງ​ທີ່​ຖືກ​ຈັບ​ກຸມ​ເພີ່ມ​ຂຶ້ນ​ອີກ 618 ຄົນ​ແຕ່​ຢ່າງ​ໃດ.

ສະ​ພາ​ບ​ບັນ​ຫາ​ດັ່ງ​ກ່າວນີ້​ກໍ​ຍັງ​ໄດ້​ສົ່ງ​ຜົນ​ກະ​ທົບ​ຕໍ່​ການ​ບັນ​ລຸ​ເປົ້າ​ໝາຍ​ວາ​ລະ​ແຫ່ງ​ຊາດ​ວ່າ​ດ້ວຍ​ການ​ປາບ​ປາມ​ການ​ຄ້າ​ຢາ​ເສບ​ຕິດ​ໃຫ້​ໄດ້​ຢ່າງ​ສິ້ນ​ເຊີງ​ໃນ​ປີ 2023 ດ້ວຍ​ໂດຍ​ກົມ​ໃຫຍ່​ຕຳຫຼວດ​ກະ​ຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ໄດ້​ຂຶ້ນ​ບັນ​ຊີ​ລາຍ​ຊື່​ຂອງ​ນັກ​ຄ້າ​ຢາ​ເສບ​ຕິດ​ທີ່​ເປັນ​ເປົ້າ​ໝາຍ​ໃນ​ການ​ຕິດ​ຕາມ​ຈັບ​ກຸມ 2,299 ຄົນ​ໃນ​ນີ້​ກໍ​ມີ​ເຖິງ 1,996 ຄົນ​ເປັນ​ເຄືອ​ຂ່າຍ​ຂະ​ບວນ​ການ​ຄ້າ​ຢາ​ເສບ​ຕິດ​ຂ້າມ​ຊາດ ສ່ວນ 196 ຄົນ​ນັ້ນ​ໄດ້​ພົ້ນ​ໂທດ​ແລ້ວ​ແຕ່​ຍັງ​ສືບ​ຕໍ່​ການ​ຄ້າ​ຢາ​ເສ​ບ​ຕິດ ແລະ 7 ຄົນ​ເປັນ​ນັກ​ໂທດ​ທີ່ຫຼົບ​ໜີ​ຈາກ​ສະ​ຖານ​ທີ່​ຄຸມ​ຂັງ​ພ້ອມ​ກັນ​ນີ້​ກໍ​ຍັງ​ໄດ້​ອອກ​ໝາຍ​ຈັບ​ຜູ້​ຕ້ອງ​ຫາ​ໃນ​ຄະ​ດີ​ຄ້າ​ຢາ​ເສບ​ຕິດ​ເພີ່ມ​ຂຶ້ນ 100 ຄົນ​ທີ່​ເປັນ​ຜົນ​ຈາກ​ການ​ແລກ​ປ່ຽນ​ຂໍ້​ມູນ​ຂ່າວ​ສານ​ລະ​ຫວ່າງ​ລາວ​ກັບ​ປະ​ເທດ​ໃນ​ເຂດ​ລຸ່ມ​ແມ່​ນ້ຳ​ຂອງ​ດ້ວຍ​ກັນ ຊຶ່ງ​ຈາກ​ການ​ຮ່ວມ​ລາດ​ຕະ​ເວດ​ໃນ​ແນວ​ແມ່​ນ້ຳ​ຂອງ​ລະ​ຫວ່າງ​ທາງ​ການ​ຕຳຫຼວດ​ຈີນ, ມຽນ​ມາ, ລາວ, ໄທ ໃນ​ຕະຫຼອດ​ປີ 2021 ຜ່ານ​ມາ​ກໍ​ສາ​ມາດ​ຈັບ​ກຸມ​ການ​ລັກ​ລອບ​ຄ້າ​ຢາ​ເສບ​ຕິດ​ໄດ້​ເຖິງ 8,325 ກໍ​ລະ​ນີ​ຈັບ​ກຸມ​ຜູ້​ຕ້ອງ​ຫາ 8,043 ຄົນ, ຍຶດ​ຢາ​ເສບ
​ຕິ​ດກວ່າ 35 ໂຕນ, ຍຶດ​ອາ​ວຸດ ແລະ ອຸ​ປະ​ກອນ​ສື່​ສານ​ທັນ​ສະ​ໄໝ​ໄດ້ຫຼາຍກວ່າ 2 ໝື່ນ​ລາຍ​ການ ສ່ວນສ​ະ​ເພາະ​ເຂດ​ນະ​ຄອນຫຼວງວຽງ​ຈັນ​ນັ້ນ​ສາ​ມາດ​ມ້າງ​ເຄືອ​ຂ່າຍ​ຄ້າ​ຢາ​ເສບ​ຕິດ​ໄດ້ 1,909 ກໍ​ລະ​ນີ, ຈັບ​ກຸມ​ຜູ້​ຖືກ​ຫາ 2,982 ຄົນ ພ້ອ​ມ​ທັງ​ຍຶດ​ຢາ​ບ້າ​ໄດ້ຫຼາຍກວ່າ 190 ລ້ານ​ເມັດ, ຢາ​ໄອ​ຊ໌ກວ່າ 3 ໂຕນ, ສານ​ເຄ​ມີ​ສ່ວນ​ປະ​ສົມ​ໃນ​ການ​ຜະ​ລິດ​ຢາ​ເສບ​ຕິດ​ເກີນກວ່າ 45 ໂຕນ ແລະ ຍຶດ​ຊັບ​ສິນ​ຂອງ​ຜູ້​ຕ້ອງ​ຫາ​ໄດ້ຫຼາຍກວ່າ 150 ລ້ານ​ບາດ.

ທັງ​ນີ້​ປະ​ເທດ​ລາວ​ຖືກ​ໃຊ້​ເປັນ​ທາງ​ຜ່ານ​ຂອງ​ການ​ລັກ​ລອບ​ຂົນ​ສົ່ງ​ຢາ​ເສບ​ຕິດ​ຈາກ​ເຂດ​ສາມຫຼ່ຽມ​ຄຳ​ໄປ​ຕ່າງ​ປະ​ເທ​ດ​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ​ຊຶ່ງ​ເຫັນ​ໄດ້​ຈາກ​ການ​ຈັບ​ກຸມ​ນັກ​ຄ້າ​ຢາ​ເສບ​ຕິດ​ໄດ້​ເພີ່ມ​ຂຶ້ນ​ສ່ວນ​ຢາ​ເສບ​ຕິດ​ທີ່​ຍຶດ​ໄດ້​ໃນ​ແຕ່​ລະ​ຄັ້ງ​ກໍ​ມີ​ປະ​ລິ​ມານ​ເພີ່ມ​ຂຶ້ນ​ຢ່າງຫຼວງຫຼາຍ ຊຶ່ງ​ກໍ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ​ການ​ລັກ​ລອບ​ຂົນ​ສົ່ງ​ຢາ​ເສບ​ຕິດ​ຜ່ານ​ລາວ​ໄປ​ຕ່າງ​ປະ​ເທດ​ນັ້ນ ກໍ​ຄື​ຂະ​ບວນ​ການ​ຂ້າມ​ຊາດ​ຂະ​ໜາດ​ໃຫຍ່​ມີ​ເຄືອ​ຂ່າຍ​ຢ່າງກວ້າງ​ຂວາງ​ໃນ​ລາວ ແລະ ລຸ່ມ​ນ້ຳ​ຂອງ.

ສ່ວນ​ທ່ານ ເຈ​ເຣ​ມີ ດັກ​ກ​ລາ​ສ ຜູ້​ແທນ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ເພື່ອ​ການ​ຄວບ​ຄຸມ​ອາ​ຊະ​ຍາ​ກຳ ແລະ ຢາ​ເສບ​ຕິດ​ຖະ​ແຫຼງວ່າ​ການ​ຮ່ວມ​ມື​ເພື່ອ​ປາບ​ປາມ​ການ​ຄ້າ​ຢາ​ເສບ​ຕິດ​ໃນ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້​ໃນ​ຕະຫຼອດ​ປີ 2021 ສາ​ມາດ​ຍຶດ​ຢາ​ບ້າ​ ແລະ ຢາ​ໄອ​ຊ໌​ໄດ້ຫຼາຍກວ່າ 171.5 ໂຕນ​ໂດຍ​ໃນ​ນີ້​ເກີນກວ່າ 90 ເປີ​ເຊັນເປັນ​ຢາ​ເສບ​ຕິດ​ທີ່​ຍຶດ​ໄດ້​ໃນ​ເຂດ​ສາມຫຼ່ຽມ​ຄຳ ທີ່​ເປັນ​ຊາຍ​ແດນ​ລະ​ຫວ່າງ ມຽນ​ມາ, ລາວ ແລະ ໄທ​ນັ້ນທັງ​ຍັງ​ເປັນ​ການ​ຍຶດ​ຢາ​ເສບ​ຕິດ​ທີ່​ເພີ່ມ​ຂຶ້ນ​ເກີນກວ່າ 7 ເທົ່າ​ຕົວ ທຽບ​ກັບ​ປີ 2020 ສ່ວນ​ກະ​ຊວງ​ຍຸ​ຕິ​ທຳ​ຂອງ​ໄທ​ລາຍ​ງານ​ວ່າ​ການ​ຜະ​ລິດ​ຢາບ້າ​ໃນ​ລຸ່ມ​ແມ່​ນ້ຳ​ຂອງ​ມີປະລິ​ມານຫຼາຍກວ່າ 7 ພັນ​ໂຕນ​ຫາທີ່​ມີ​ມູນ​ຄ່າ​ເຖິງ 1 ແສນ​ລ້ານ​ໂດ​ລາ​ຕໍ່​ປີ.

XS
SM
MD
LG