ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລັດຖະມົນຕີລາວ ໝັ້ນໃຈວ່າ ລາວຈະໄດ້ຮັບຜົນປະໂຫຍດ ຈາກການເຂົ້າຮ່ວມ ຂໍ້ຕົກລົງ RCEP


15 ປະເທດ ໄດ້ລົງນາມພ້ອມກັນຜ່ານລະບົບການປະຊຸມທາງໄກ (VDO Conference) ໃນໂອກາດກອງປະຊຸມສຸດຍອດຜູ້ນຳອາຊຽນ ຄັ້ງທີ 37 ໂດຍນາຍົກລັດຖະມົນຕີຫວຽດນາມ ເປັນປະທານໃນການປະຊຸມ ເມື່ອວັນທີ 15 ພະຈິກ 2020 ທີ່ຜ່ານມາ.
15 ປະເທດ ໄດ້ລົງນາມພ້ອມກັນຜ່ານລະບົບການປະຊຸມທາງໄກ (VDO Conference) ໃນໂອກາດກອງປະຊຸມສຸດຍອດຜູ້ນຳອາຊຽນ ຄັ້ງທີ 37 ໂດຍນາຍົກລັດຖະມົນຕີຫວຽດນາມ ເປັນປະທານໃນການປະຊຸມ ເມື່ອວັນທີ 15 ພະຈິກ 2020 ທີ່ຜ່ານມາ.

ລັດຖະມົນຕີໝັ້ນໃຈວ່າ ລາວຈະໄດ້ຮັບຜົນປະໂຫຍດຫຼາຍຂຶ້ນ ຈາກການເຂົ້າເປັນສະມາຊິກໃນຂໍ້ຕົກລົງ ການເປັນຮຸ້ນສ່ວນທາງເສດຖະກິດຢ່າງຮອບດ້ານໃນພາກພື້ນ ໂດຍສະເພາະແມ່ນໃນດ້ານການຄ້ານັ້ນ.

ທ່ານນາງເຂັມມະນີ ພົນເສນາ ລັດຖະມົນຕີວ່າການ ກະຊວງອຸດສາຫະກຳແລະການຄ້າ ຢືນຢັນວ່າ ການເຂົ້າຮ່ວມເປັນສະມາຊິກໃນຂໍ້ຕົກລົງການເປັນຮຸ້ນສ່ວນທາງເສດຖະກິດຢ່າງຮອບດ້ານໃນພາກພື້ນ (Regional Comprehensive Economic Partnership – RCEP) ລະຫວ່າງ 10 ປະເທດສະມາຊິກໃນອາຊຽນກັບຈີນ ຍີ່ປຸ່ນ ເກົາຫລີໃຕ້ ອອສເຕຣເລຍ ແລະນິວຊີແລນ ໂດຍລັດຖະມົນຕີການຄ້າຂອງທັງ 15 ປະເທດ ໄດ້ລົງນາມພ້ອມກັນຜ່ານລະບົບການປະຊຸມທາງໄກ (VDO Conference) ໃນໂອກາດກອງປະຊຸມສຸດຍອດຜູ້ນຳອາຊຽນ ຄັ້ງທີ 37 ໂດຍນາຍົກລັດຖະມົນຕີຫວຽດນາມ ເປັນປະທານໃນການປະຊຸມ ເມື່ອວັນທີ 15 ພະຈິກ 2020 ທີ່ຜ່ານມາ ຈະເປັນການເພີ້ມໂອກາດທາງການຄ້າໃຫ້ກັບ ສປປ ລາວ ເພາະວ່າ ຈະເຮັດໃຫ້ສິນຄ້າຂອງລາວ ມີຕະຫຼາດຮອງຮັບທີ່ໃຫຍ່ຂຶ້ນ ດັ່ງທີ່ ທ່ານນາງເຂັມມະນີ ຢືນຢັນວ່າ:

“ການສືບຕໍ່ໃນການເປີດການຄ້າແລະການລົງທຶນຂອງບັນດາປະເທດທີ່ວ່າ ໄດ້ເຊັນສັນຍາ 15 ປະເທດຂອງພວກເຮົານີ້ ຈະເຮັດໃຫ້ພວກເຮົານີ້ ສາມາດຊຸກຍູ້ເຮັດໃຫ້ການລົງທຶນ ກໍຄືການຄ້າຫັ້ນເພີ້ມຂຶ້ນຢູ່ໃນຂົງເຂດຂອງພວກເຮົາ ແລ້ວກະພ້ອກັນແກ້ໄຂຄວາມຫຍຸ້ງຍາກທີ່ວ່າ ໂຄວິດໄດ້ນຳມາໃຫ້ພວເຮົາໃນນີ້ນິ ພວກເຮົາກະສິໄດ້ສຸມໃສ່ເຮັດແນວໃດໃຫ້ການອຳນວຍຄວາມສະດວກທາງດ້ານການຄ້າ ເຊັ່ນວ່າ ຢູ່ດ່ານ ການນຳເຂົ້າ ການສົ່ງອອກ ແລ້ວກະການທີ່ວ່າ ບໍ່ຫ້າມການນຳເຂົ້າສິນຄ້າທີ່ຈຳເປັນສຳລັບຊີວິດການເປັນຢູ່ຂອງປະຊາຊົນ.”

ແຜນທີ່ສະແດງໃຫ້ເຫັນ ບັນດາປະເທດທີ່ລົງນາມໃນຂໍ້ຕົກລົງການເປັນຮຸ້ນສ່ວນທາງເສດຖະກິດຢ່າງຮອບດ້ານໃນພາກພື້ນ (Regional Comprehensive Economic Partnership – RCEP)
ແຜນທີ່ສະແດງໃຫ້ເຫັນ ບັນດາປະເທດທີ່ລົງນາມໃນຂໍ້ຕົກລົງການເປັນຮຸ້ນສ່ວນທາງເສດຖະກິດຢ່າງຮອບດ້ານໃນພາກພື້ນ (Regional Comprehensive Economic Partnership – RCEP)

ແຕ່ຢ່າງໃດກໍຕາມ ການຜະລິດສິນຄ້າໃນລາວເພື່ອສົ່ງອອກໄປຕ່າງປະເທດນັ້ນ ກໍຍັງຕ້ອງປະເຊີນກັບບັນຫາໃນຫຼາຍດ້ານ ໂດຍສະເພາະແມ່ນການຜະລິດທີ່ຍັງບໍ່ໄດ້ມາດຕະຖານສາກົນ ຂອງບັນດາວິສາຫະກິດຂະໜາດນ້ອຍ ແລະຂະໜາດກາງ (SME) ເພາະຂາດແຫລ່ງເງິນທຶນສະໜັບສະໜຸນໃນການພັດທະນາຄຸນນະພາບສິນຄ້າ ຊຶ່ງໃນປີ 2020 ນີ້ ກໍປາກົດວ່າ ລັດຖະບານລາວ ໄດ້ຈັດສັນງົບປະມານໃຫ້ກັບກອງທຶນເງິນກູ້ຢືມສຳລັບ SME ໃນມູນຄ່າລວມພຽງແຕ່ 200 ຕື້ກີບເທົ່ານັ້ນ.

ນອກຈາກນີ້ ກໍມີອີກບັນຫານຶ່ງທີ່ເຮັດໃຫ້ SME ສ່ວນຫລາຍໃນລາວ ບໍ່ໄດ້ຮັບການອະນຸມັດວົງເງິນກູ້ເພີ້ມຈາກທະນາຄານ ກໍຄື ບັນຫາທີ່ຜູ້ປະກອບການ SME ສ່ວນຫຼາຍໃນລາວຍັງຂາດທັກຊະ-ຄວາມຮູ້ ຄວາມເຂົ້າໃນໃນດ້ານການຜະລິດສິນຄ້າເພື່ອແຂ່ງຂັນໃນຕະຫຼາດຕ່າງປະເທດ ຊຶ່ງເຮັດໃຫ້ສິນຄ້າລາວຂາຍບໍ່ໄດ້ໃນຕະຫຼາດຕ່າງປະເທດ ໂດຍຜົນທີ່ຕາມມາກໍຄື SME ລາວບໍ່ມີລາຍໄດ້ສຳລັບໃຊ້ຊຳລະຄືນໜີ້ເງິນກູ້ໃຫ້ກັບທະນາຄານໃນເວລານີ້ ດັ່ງທີ່ເຈົ້າໜ້າທີ່ຂອງທະນາຄານການຄ້າໃນລາວ ໄດ້ໃຫ້ການຢືນຢັນວ່າ:

“ທຶນຂອງເຮົານີ້ ເຖິງວ່າມີຂໍ້ຈຳກັດ ແຕ່ຍັງພໍມີໃຫ້ທຸລະກິດ ໂດຍສະເພາະ SME ເຮັດການຜະລິດດີ ແຕ່ວ່າມັນບັນຫາຢູ່ບ່ອນວ່າ ເຮົາຢາກຊອກຮູ້ SME ທີ່ເຮັດການຜະລິດທີ່ມີຄຸນນະພາບ ຄວາມກະຕືລືລົ້ນຂອງປະຊາຊົນນີ້ມີ ຂ້າພະເຈົ້າກໍຍອມຮັບ ແຕ່ວ່າ ຄວາມຮູ້ຄວາມສາມາດຂອງເຂົາເຈົ້າທີ່ນຳທຶນໄປໃຫ້ມີປະສິດທິຜົນໃຫ້ເກີດຜົນແລະກະສາມາດຄືນເງິນໃຫ້ກັບແຫລ່ງທຶນຕ່າງໆໄດ້ນີ້ ໂຕນີ້ໂຕນີ້ເຫັນວ່າ ຍັງມີນ້ອຍ.”

ແຕ່ຢ່າງໃດກໍຕາມ ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ໃຫ້ການຢືນຢັນວ່າ ທ່ານໄດ້ຮັບການຮ້ອງຮຽນຈາກຜູ້ປະກອບການ SME ວ່າ ຕ້ອງໄດ້ຈ່າຍເງິນ 180,000 ກີບໃຫ້ກັບພະນັກງານລັດ ເພື່ອຈະໄດ້ຮັບສິດເຂົ້າຮ່ວມໂຄງການຝຶກອົບຮົມ ທີ່ຮັບຜິດຊອບໂດຍກອງທຶນ SME ຂອງລັດຖະບານ ດ້ວຍຫວັງວ່າ ຈະມີໂອກາດໄດ້ຮັບເງິນກູ້ຢືມຈາກກອງທຶນ SME ຊຶ່ງບໍ່ມີຄ່າໃຊ້ຈ່າຍແຕ່ເມື່ອມີການຮຽກເກັບເງິນດັ່ງກ່າວ ຈຶ່ງເປັນການຈັດຕັ້ງປະຕິບັດທີ່ຜິດລະບຽບຂອງລັດຖະບານລາວຢ່າງຊັດເຈນ.

ທັງນີ້ ການລະບາດຂອງພະຍາດໄວຣັສໂຄວິດ-19 ໄດ້ສົ່ງຜົນກະທົບຕໍ່ລາຍໄດ້ຂອງ SME ໃນລາວຢ່າງໜັກ ເຖິງແມ່ນວ່າ ລັດຖະບານລາວຈະໄດ້ອອກມາດຕະການແລະຂໍຄວາມຮ່ວມມື ຈາກທະນາຄານການຄ້າ ເພື່ອຜ່ອນຜັນການຊຳລະໜີ້ໃຫ້ແກ່ SME ເປັນເວລາ 3-12 ເດືອນກໍຕາມ ແຕ່ການປະຕິບັດຕົວຈິງ ກັບປາກົດວ່າ ມີການຕິດຕາມທວງໜີ້ແລະຍຶດເອົາຊັບສິນຂອງໜ່ວຍທຸລະກິດເກີດຂຶ້ນຢ່າງກວ້າງຂວາງ ໂດຍທະນາຄານທຸລະກິດ 43 ລາຍ ກໍບໄດ້ລາຍງານຕໍ່ທະນາຄານແຫ່ງຊາດວ່າ ມີລູກໜີ້ທະນາຄານ 4,918 ລາຍ ທີ່ໄດ້ຮັບກະທົບຈາກການລະບາດຂອງເຊື້ອໄວຣັສໂຄວິດ-19 ໄດ້ຂໍເລື່ອນການຊຳລະໜີ້ມີມູນຄ່າລວມກັນຫຼາຍກວ່າ 13,000 ຕື້ກີບ ຫຼືປະມານ 1,445 ລ້ານໂດລາ ໃນປັດຈຸບັນນີ້.

XS
SM
MD
LG