ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວວ່າ ລະດັບຄວາມຮູ້ ແລະເຂົ້າໃຈກົດໝາຍ ຂອງປະຊາຊົນລາວຍັງຕໍ່າ


ຄະນະລັດຖະບານປົກຄອງປະເທດ ສປປ ລາວ
ຄະນະລັດຖະບານປົກຄອງປະເທດ ສປປ ລາວ

ລັດຖະມົນຕີລາວເຊື່ອໝັ້ນວ່າ ລະບົບກົດໝາຍຂອງລາວມີການພັດທະນາດີຂຶ້ນ ຫາກແຕ່ ຍັງມີບັນຫາໃນການບັງຄັບໃຊ້ ເນື່ອງຈາກປະຊາຊົນລາວສ່ວນໃຫຍ່ຍັງຂາດຄວາມຮູ້ ແລະ ຄວາມເຂົ້າໃຈໃນກົດໝາຍຕ່າງໆ.

ທ່ານ ຈະເລີນ ເຢຍບາວເຮີ ລັດຖະມົນຕີວ່າການກະຊວງຍຸດຕິທໍາຖະແຫຼງຢືນຢັນ ໃນໂອ ກາດປະກາດບັງຄັບໃຊ້ລັດຖະທໍາມະນູນການປົກຄອງສະບັບປັດຈຸບັນຂອງລາວຄົບຮອບ
20 ປີ ໃນວັນທີ 15 ສິງຫາ ທີ່ຜ່ານມານີ້ວ່າ ນັບຕັ້ງແຕ່ທີ່ໄດ້ມີການປະກາດບັງຄັບໃຊ້ລັດ
ຖະທໍາມະນູນການປົກຄອງດັ່ງກ່າວເປັນຕົ້ນມາ ໄດ້ເຮັດໃຫ້ການປົກຄອງໂດຍກົດໝາຍ
ໃນລາວມີການພັດທະນາດີຂຶ້ນ ແລະເຮັດໃຫ້ນາໆຊາດໄດ້ໃຫ້ການຍອມຮັບລະບົບກົດ ໝາຍຂອງລາວຫຼາຍຂຶ້ນນັບມື້ອີກດ້ວຍ.

ທ່ານຈະເລີນ ເຢຍປາວເຮີ, ລັດຖະມົນຕີກະຊວງ ຍຸດຕິທໍາຂອງລາວ
ທ່ານຈະເລີນ ເຢຍປາວເຮີ, ລັດຖະມົນຕີກະຊວງ ຍຸດຕິທໍາຂອງລາວ

ໃນປັດຈຸບັນ ສະພາແຫ່ງຊາດລາວໄດ້ໃຫ້
ການຮັບຮອງ ແລະຜ່ານກົດໝາຍຕ່າງໆ
ອອກມາບັງຄັບໃຊ້ຢ່າງເປັນທາງການແລ້ວ
ຈໍານວນທັງໝົດ 91 ສະບັບ ກັບທັງມີກົດ
ລະບຽບ ແລະດໍາລັດຕ່າງໆອີກຈໍານວນ
ຫຼາຍຮ້ອຍສະບັບ ທີ່ໄດ້ມີການບັງຄັບໃຊ້
ຢູ່ໃນປັດຈຸບັນນີ້ ຕ່າງກໍລ້ວນແລ້ວແຕ່ເປັນ
ໝາກຜົນຈາກການທີ່ໄດ້ມີການປະກາດ
ບັງຄັບໃຊ້ລັດຖະທໍາມະນູນການປົກຄອງ
ໃນລາວທັງນັ້ນ.

ແຕ່ຢ່າງໃດກໍຕາມ ທ່ານຈະເລີນກໍຍອມຮັບ
ວ່າ ລາວຍັງມີບັນຫາກ່ຽວກັບການບັງຄັບໃຊ້ກົດໝາຍໃນພາກປະຕິບັດຕົວຈິງ ໂດຍມີສາ
ເຫດສໍາຄັນມາຈາກການ ທີ່ປະຊາຊົນລາວ ສ່ວນໃຫຍ່ຍັງຂາດຄວາມຮູ້ ແລະ ຄວາມເຂົ້າ ໃຈໃນຕົວບົດກົດໝາຍທີ່ໄດ້ປະກາດບັງຄັບໃຊ້ໄປແລ້ວນັ້ນ ຈຶ່ງບໍໄດ້ພາກັນປະຕິບັດຕາມ
ກົດໝາຍ ກັບທັງຍັງເຮັດໃຫ້ພະນັກງານລັດບໍ່ສາມາດບັງຄັບໃຊ້ກົດໝາຍໄດ້ຢ່າງເຂັ້ມງວດ
ອີກດ້ວຍ.

ກ່ອນໜ້ານີ້ທ່ານ ທອງສິງ ທໍາມະວົງ ນາຍົກລັດຖະມົນຕີ ກໍຍອມຮັບວ່າ ການຮ່າງກົດໝາຍ ແລະການຮັບຮອງກົດໝາຍອອກມາບັງຄັບໃຊ້ໂດຍສະພາແຫ່ງຊາດລາວໃນໄລຍະທີ່ຜ່ານມາ
ນັ້ນ ເຖິງແມ່ນວ່າຈະສາມາດຜ່ານກົດໝາຍອອກມາບັງຄັບໃຊ້ໄດ້ຫຼາຍພໍສົມຄວນກໍຕາມ,
ຫາກແຕ່ປະກົດວ່າ ມີຈໍານວນບໍ່ໜ້ອຍທີ່ເປັນການດັດແກ້ກົດໝາຍເກົ່າ ເພື່ອໃຫ້ສອດຄ່ອງກັບ ສະພາບການທີ່ປ່ຽນແປງໄປຢ່າງໄວວາ.

ເພາະສະນັ້ນເມື່ອເປັນແນວນີ້ ກໍໄດ້ເປັນຜົນເຮັດໃຫ້ສະມາຊິກສະພາແຫ່ງຊາດ ຕ້ອງໃຊ້ເວລາ
ບໍ່ໜ້ອຍຄືກັນເພື່ອດັດແກ້ກົດໝາຍເກົ່າໃຫ້ທັນສະໄໝດັ່ງກ່າວ. ນອກຈາກນີ້ກໍຍັງໄດ້ສົ່ງຜົນກະ ທົບຕໍ່ເນື່ອງເຮັດໃຫ້ມີເວລາໃນການສ້າງກົດໝາຍໃໝ່ໄດ້ໝ້ອຍລົງ ກັບທັງຍັງເປັນການສະ
ທ້ອນເຖິງຄຸນນະພາບຕໍ່າຂອງກົດໝາຍໃນລາວອີກດ້ວຍ ດັ່ງທີ່ ທ່ານ ທອງສິງ ໄດ້ຖະແຫຼງ
ເນັ້ນຢໍ້າໃນຕອນນຶ່ງວ່າ:

ທ່ານ ທອງສິງ ທໍາມະວົງ, ນາຍົກລັດຖະມົນຕີລາວ
ທ່ານ ທອງສິງ ທໍາມະວົງ, ນາຍົກລັດຖະມົນຕີລາວ

ສະພາແຫ່ງຊາດຂອງພວກເຮົາເຖິງວ່າ
ໄດ້ພິຈາລະນາຮັບເອົາກົດໝາຍຫຼາຍ
ສົມຄວນ ຫາກແຕ່ເນື້ອໃນຂອງກົດ
ໝາຍຈໍານວນໜຶ່ງຍັງມີບາງບັນຫາທີ່
ບໍ່ທັນສອດຄ່ອງສະນັ້ນ ພວກເຮົາສ້າງ
ກົດໝາຍກັບ
ພວກເຮົາປັບປຸງກົດໝາຍ
ໃນໄລຍະ 5 ປີຜ່ານມາເກືອບເທົ່າກັນ
ແທນທີ່ຈະໄດ້ສ້າງໃໝ່ໃຫ້ຫຼາຍກວ່ານີ້
ແຕ່ວ່າຕ້ອງໃຊ້ເວລາເສຍເວລາກັບ
ການປັບປຸງກົດໝາຍເກົ່າຫຼາຍສົມ
ຄວນ, ອັນນີ້ສະແດງເຖິງຄຸນນະພາບກົດໝາຍຂອງພວກເຮົາ
.

ສໍາລັບສະພາແຫ່ງຊາດລາວຊຸດປະຈຸບັນກໍຄືຊຸດທີ່ 7 ນັ້ນກໍໄດ້ວາງແຜນການເອົາໄວ້ວ່າ
ໃນຊ່ວງປີ 2011-2015 ຈະເຮັດຮ່າງກົດໝາຍໃໝ່ ແລະດັດແກ້ກົດໝາຍເກົ່າໃຫ້ໄດ້ລວມ
ເຖິງ 90 ສະບັບ, ເຊິ່ງໃນນີ້ເປັນກົດໝາຍໃໝ່ບໍ່ໜ້ອຍກວ່າ 48 ສະບັບ ໂດຍສະເພາະແມ່ນ
ໃນຂົງເຂດເສດຖະກິດນັ້ນສະພາແຫ່ງຊາດ ກໍໄດ້ວາງແຜນການທີ່ຈະຮ່າງກົດໝາຍໃໝ່ເຖິງ
17 ສະບັບ ສ່ວນທີ່ເຫຼືອ ກໍຈະເປັນກົດໝາຍໃນຂົງເຂດການປົກຄອງ 7 ສະບັບ, ຂົງເຂດ
ວັດທະນາທໍາ-ສັງຄົມ 15 ສະບັບ ຂົງເຂດການປ້ອງການຄວາມສະຫງົບ ແລະປ້ອງກັນ
ປະເທດ 6 ສະບັບ ແລະຂົງເຂດການຕ່າງປະເທດ 3 ສະບັບ.

ສ່ວນການດັດແກ້ກົດໝາຍເກົ່າໃຫ້ທັນສະໄໝ ແລະສອດຄ່ອງກັບສະພາບການທີ່ປ່ຽນແປງ
ໄປນັ້ນ ກໍມີຢູ່ເຖິງ 42 ສະບັບດ້ວຍກັນ ໂດຍໃນນີ້ເປັນການດັດແກ້ກົດໝາຍເກົ່າໃນຂົງເຂດ
ເສດຖະກິດ ເຖິງ 21 ສະບັບ, ຂົງເຂດການປົກຄອງ 10 ສະບັບ, ຂົງເຂດວັດທະນະທໍາສັງ
ຄົມ 10 ສະບັບ ແລະຂົງເຂດປ້ອງກັນຄວາມສະຫງົບແລະການປ້ອງກັນປະເທດ 1 ສະບັບ
ຕາມລໍາດັບ.

XS
SM
MD
LG