ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ລາວຍອມຮັບວ່າ ຄຸນນະພາບການສຶກສາຂອງຕົນ ຍັງຕໍ່າກວ່າປະເທດອື່ນ ໃນອາຊ່ຽນຫລາຍ


ນັກຮຽນວິຊາຊີບ ທີ່ໂຮງຮຽນການຊ່າງແຫ່ງນຶ່ງ ໃນລາວ
ນັກຮຽນວິຊາຊີບ ທີ່ໂຮງຮຽນການຊ່າງແຫ່ງນຶ່ງ ໃນລາວ

ລາວຍອມຮັບວ່າ ຍັງຈະຕ້ອງມີ ການພັດທະນາປັບປຸງ ຄຸນນະພາບດ້ານການສຶກສາອີກຫຼາຍ ເພື່ອໃຫ້ເປັນທີ່ຍອມຮັບ ໃນປະເທດສະມາຊິກ ພາຍໃນກຸ່ມອາຊ່ຽນດ້ວຍກັນ.

ທ່ານພັນຄໍາ ວິພາວັນ ລັດຖະມົນຕີວ່າການກະຊວງສຶກສາທິ
ການແລະກິລາ ຖະແຫຼງຢືນຢັນວ່າ ການທີ່ລາວຈະໄດ້ຮັບຜົນ ປະໂຫຍດຢ່າງເຕັມສ່ວນຈາກການເປັນປະເທດສະມາຊິກໃນ
ປະຊາຄົມອາຊ່ຽນນັບຈາກປີ 2015 ເປັນຕົ້ນໄປນັ້ນ ກໍມີຄວາມ ຈໍາເປັນຢ່າງຍິ່ງທີ່ຈະຕ້ອງເລ່ງດໍາເນີນການພັດທະນາປັບປຸງຄຸນ
ນະພາບດ້ານການສຶກສາໃຫ້ໄດ້ມາດຕະຖານດຽວກັນກັບປະ
ເທດສະມາຊິກໃນກຸ່ມອາຊ່ຽນ ເປັນດ້ານທໍາອິດ.

ທັງນີ້ກໍເນື່ອງຈາກວ່າການເປັນປະຊາຄົມອາຊ່ຽນນັບແຕ່ປີ 2015
ເປັນຕົ້ນໄປນັ້ນ ໝາຍເຖິງການເປີດເສລີທັງໃນດ້ານການສຶກສາ ການລົງທຶນແລະການຈ້າງງານ ລະຫວ່າງ 10 ປະເທດສະມາຊິກ
ຂອງອາຊ່ຽນ ໂດຍສໍາລັບໃນດ້ານຂອງການ ຈ້າງງານຢ່າງເສລີ
ນັ້ນ ກໍຍ່ອມຈະເປັນທໍາມະດາທີ່ຜູ້ລົງທຶນຈະພິດຈາລະນາວ່າຈ້າງ
ບຸກຄະລາກອນທີ່ມີຄວາມຮູ້ຄວາມສາມາດສູງກວ່າຢູ່ແລ້ວ ແລະ ເພາະສະນັ້ນ ການທີ່ລາວ
ຈະສາມາດແຂ່ງຂັນໃນດ້ານດັ່ງກ່າວນີ້ ໄດ້ຢ່າງແທ້ຈິງນັ້ນ ຈຶ່ງມີຄວາມຈໍາເປັນຢ່າງຍິ່ງ ທີ່ຈະ ຕ້ອງເລັ່ງດໍາເນີນການພັດທະນາປັບປຸງຄຸນນະພາບຂອງບຸກຄະລາກອນໃຫ້ເປັນທີ່ຍອມ ຮັບຂອງບັນດານາຍຈ້າງນັ້ນເອງ.

ການທີ່ຈະເຮັດໃຫ້ບັນດານາຍຈ້າງຍອມຮັບໃນຄຸນນະພາບຂອງບຸກຄະລາກອນລາວ ຈຶ່ງມີ
ພຽງການພັດທະນາຄຸນນະພາບດ້ານການສຶກສາຂອງລາວ ໃຫ້ໄດ້ມາດຕະຖານດຽວກັນ ໃນອາຊ່ຽນເທົ່ານັ້ນ ດັ່ງທີ່ທ່ານ ພັນຄໍາ ໄດ້ໃຫ້ການອະທິບາຍ ວ່າ:

ທ່ານພັນຄໍາ ພິລາວັນ ລັດຖະມົນຕີກະຊວງສຶກສາ ແລະກິລາ
ທ່ານພັນຄໍາ ພິລາວັນ ລັດຖະມົນຕີກະຊວງສຶກສາ ແລະກິລາ

“ປັບປຸງຄຸນນະພາບພາຍໃນຂອງເຮົາແລ້ວ ບັດນີ້ສິ ເຊື່ອມໂຍງມັນກະມີກົນໄກຂອງມັນ ກົນໄກທໍາອິດກໍ
ຮັບຮູ້ໜ່ວຍກິດ ຫຼືວ່າຮັບຮູ້ໃນປະກາດສະນີຍະບັດຊຶ່ງ
ກັນ ແລະກັນ ແຕ່ວ່າຄັນເຮົາບໍ່ປັບປຸງຄຸນນະພາບ ເຂົາ
ປັບໃຫ້ເຮົາ ເຮົາເວົ້າໄດ້ຢູ່ວ່າຈົບ ເສດຖະສາດ ບໍລິຫານ ທຸລະກິດມະຫາວິທະຍາໄລແຫ່ງຊາດ ແຕ່ວ່າສິໄປທຽບ
ກັບຂອງເຂົາ ເຂົາກະປັບເຈົ້າ ທີ່ຈິງແລ້ວກ່ອນທີ່ຈະ ປ ທຽບມັນຕ້ອງມີການປະເມີນ.”


ທາງການດ້ານທ່ານເຈືອງ ສົມບູນຂັນ ຫົວໜ້າຄະນະໂຄສະນາອົບລົມສູນກາງພັກປະຊາ ຊົນປະຕິວັດລາວ ກໍໄດ້ລະບຸວ່າການພັດທະນາຊັບພະຍາກອນມະນຸດໃນລາວ ໄດ້ດໍາເນີນ ໄປໃນທິດທາງທີ່ກົງກັນຂ້າມກັບຄວາມຕ້ອງການທີ່ເປັນຈິງໃນການພັດທະນາທາງເສດຖະ ກິດແລະສັງຄົມຂອງປະເທດ ໂດຍສາເຫດທີ່ສໍາຄັນທີ່ເຮັດ ໃຫ້ເກີດສະພາບການດັ່ງກ່າວນີ້ ໃນລາວກໍຄືຄ່ານິຍົມທີ່ຜິດພາດທາງດ້ານການສຶກສາຂອງປະຊາຊົນ.

ໃນສົກຮຽນປະຈໍາປີການສຶກສາ 2012 ກະຊວງສຶກສາທິການແລະກິລາຂອງລາວກໍໄດ້ ຕັ້ງເປົ້າໝາຍທີ່ຈະຮັບນັກຮຽນເຂົ້າສຶກສາຕໍ່ໃນລະດັບວິຊາຊີບຊັ້ນຕົ້ນໃຫ້ ໄດ້ຫຼາຍກວ່າ 16,000 ຄົນ ຫາກແຕ່ກໍປາກົດວ່າມີນັກຮຽນພຽງ 8,000 ກວ່າ ຄົນເທົ່ານັ້ນ ທີ່ໄດ້ສະມັກ ເຂົ້າຮຽນຕໍ່ໃນລະດັບດັ່ງກ່າວ ສ່ວນນອກນັ້ນກໍໄດ້ພາກັນ ສະມັກເຂົ້າຮຽນໃນລະດັບປະລິນ ຍາ ຕາມສະຖານສຶກສາຂອງເອກກະຊົນອີກ ດ້ວຍຫວັງວ່າຈະມີໂອກາດໄດ້ວຽກເຮັດງານ ທໍາ ທີ່ມີລາຍໄດ້ສູງ ທັງໆທີ່ວ່າຈະເປັນຄວາມຈິງໄດ້ຍາກກໍຕາມ.


ນັກສຶກສາຮັບໃບປະກາດຈົບປະລິນຍາຕີ ຈາກວິທະຍາໄລແຫ່່ງນຶ່ງ ໃນສົກປີ 2011-2012
ນັກສຶກສາຮັບໃບປະກາດຈົບປະລິນຍາຕີ ຈາກວິທະຍາໄລແຫ່່ງນຶ່ງ ໃນສົກປີ 2011-2012

ສ່ວນການພັດທະນາກໍາລັງແຮງງານເພື່ອໃຫ້ເປັນຊັບພະຍາກອນ
ມະນຸດທີມີຄວາມສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງ
ການພັດທະນາປະເທດລາວໃນປັດຈຸບັນ ກໍປາກົດວ່າ ຜົນການ
ປະຕິບັດງານໄດ້ດໍາເນີນໄປໃນທິດກົງກັນຂ້າມ ຊຶ່ງກໍຄື ໃນຂະນະ
ທີ່ພາກການຜະລິດ ແລະຫົວໜ້າໜ່ວຍທຸລະກິດຕ່າງໆທີ່ຢູ່ໃນ
ລາວນັ້ນ ຕ້ອງການກໍາລັງແຮງງານທີ່ຈົບການສຶກສາຊັ້ນຕົ້ນ ແລະ
ຊັ້ນກາງເປັນສ່ວນໃຫຍ່ຫາກແຕ່ກໍປາກົດວ່າຄົນລາວສ່ວນຫຼາຍ
ຕ່າງກໍໄດ້ພາກັນເຂົ້າຮຽນໃນລະດັບສູງ ຫຼືປະລິນຍາຕີ.

ທັງນີ້ໂດຍສະພາບຕົວຈິງຢູ່ລາວໃນປັດຈຸບັນນີ້ ກໍຄືໃນຈໍານວນ
ປະຊາກອນລາວທຸກ 1 ແສນຄົນ ຈະມີ 2,015 ຄົນ ທີ່ຈົບຈາກການສຶກສາຊັ້ນສູງ ຫຼືປະ ລິນຍາຕີ ສ່ວນທີ່ຈົບຈາກການສຶກສາຊັ້ນຕົ້ນ ແລະຊັ້ນກາງ ຫຼືດ້ານວິຊາຊີບກັບມີພຽງ 295 ຄົນ ຕໍ່ທຸກໆ 1 ແສນຄົນເທົ່ານັ້ນ. ດ້ວຍເຫດນີ້ຈຶ່ງເຮັດໃຫ້ຫົວໜ້າໜ່ວຍທຸລະກິດ ແລະ ພາກການຜະລິດຕ່າງໆໃນລາວຕ້ອງປະເຊີນ ກັບບັນຫາຂາດແຄນກໍາລັງແຮງງານໃນ ດ້ານວິຊາຊີບ ແລະເທັກນິກຢ່າງຮຸນແຮງໃນເວລານີ້.
XS
SM
MD
LG