ລັດຖະມົນຕີລາວຍອມຮັບວ່າ ລາວກໍາລັງປະເຊີນກັບບັນຫາການຊົມໃຊ້ຢາເສບຕິດຫຼາຍຂຶ້ນ ແລະໃນຂະນະດຽວກັນປະຊາຊົນລາວກໍ່ໄດ້ພາກັນກັບຄືນໄປລັກລອບປູກຝິ່ນຫຼາຍຂຶ້ນເລື້ອຍໆ
ອີກດ້ວຍ.
ທ່ານສຸບັນ ສະລິດທິລາດ
ລັດຖະມົນຕີປະຈໍາສໍານັກ
ງານນາຍົກລັດຖະມົນຕີໄດ້
ຖະແຫລງຍອມຮັບໃນຖານະ
ປະທານຄະນະກໍາມະການ
ຄວບຄຸມ ແລະກວດກາຢາ
ເສບຕິດແຫ່ງຊາດລາວວ່າ
ປະເທດລາວກໍາລັງປະເຊີນ
ກັບບັນຫາການຊົມໃຊ້ຢາ
ເສບຕິດເພີ້ມຫຼາຍຂຶ້ນນັບມື້
ໂດຍສະເພາະແມ່ນການຊົມ
ໃຊ້ຢາບ້າຂອງບັນດາເຍົາວະຊົນລາວນັ້ນ ຖືເປັນສະຖານະການທີ່ໜ້າເປັນຫ່ວງຢ່າງຍິ່ງ ແລະໃນຂະນະດຽວກັນກໍຍັງປະກາດວ່າ ມີປະຊາຊົນໄດ້ພາກັນກັບຄືນໄປລັກລອບປູກ
ຝິ່ນຫຼາຍຂຶ້ນເລື້ອຍໆອີກດ້ວຍ.
ທ່ານສຸບັນ ໄດ້ໃຫ້ການອະທິບາຍວ່າສາເຫດທີ່ເຮັດໃຫ້ມີຄົນລາວຊົມໃຊ້ຫຼືຕິດຢາບ້າ
ຫຼາຍຂຶ້ນນັ້ນ ກໍຍ້ອນວ່າລາວໄດ້ຕົກໄປເປັນປະເທດເຂດທາງຜ່ານຂອງການລັກລອບ ຂົນສົ່ງຢາເສບຕິດໄປຍັງຕ່າງປະເທດ ຫລື ປະເທດທີສາມເພີ້ມຫຼາຍຂຶ້ນນັບມື້ ສ່ວນ
ການສາເຫດທີ່ເຮັດໃຫ້ປະຊາຊົນລາວໄດ້ພາກັນກັບຄືນໄປລັກລອບປູກຝິ່ນຫລາຍຂຶ້ນ
ນັ້ນ ກໍຍ້ອນວ່າ ໂຄງການພັດທະນາເພື່ອແກ້ໄຂປັນຫາຄວາມຢາກຈົນ ເຂົ້າໄປບໍ່ເຖີງ
ໝູ່ບ້ານສ່ວນໃຫ່ຍທີ່ເຂົ້າຮ່ວມໃນແຜນການລົບລ້າງການປູກຝິ່ນຢ່າງສີ້ນເຊີງ ຈໍານວນ
1,100 ກວ່າໝູ່ບ້ານ ນັບແຕ່ປີ 2006 ເປັນຕົ້ນມາ.
ນອກຈາກນີ້ ເມື່ອປະກອບກັບການທີ່ຢູ່ໃນລາວ ກໍຍັງຄົນຕິດຢາຝິ່ນຢູ່ຫຼາຍກວ່າ
15,000 ຄົນ ແລະໃນຂະນະດຽວກັນລາຄາຢາຝິ່ນໃນປັດຈຸບັນນີ້ ກໍໄດ້ເພີ້ມຂຶ້ນເຖິງ
16 ເທົ່າ ເມື່ອທຽບກັບປີ 2011 ຈຶ່ງເຮັດໃຫ້ປະຊາຊົນລາວໄດ້ພາກັນກັບຄືນໄປປູກ
ຝິ່ນອີກເທື່ອໄໝ່.
ພໍ່ຄ້າຢາເສບຕິດຄົນນຶ່ງທີ່ຖືກຈັບ ໃນລາວ
ກ່ອນໜ້ານີ້ ອົງການຄວບຄຸມຢາເສບຕິດ ແລະອາຊະຍາກໍາແຫ່ງສະຫະປະຊາຊາດ (UNODC) ໄດ້ຖະແຫລງ
ຜົນການສໍາຫລວດ ກ່ຽວກັບ
ການລັກລອບປູກຝິ່ນໃນເອ
ເຊຍຕາເວັນອອກສຽງໃຕ້
ປະຈໍາປີ 2010 ວ່າມຽນມາ
ຍັງຄົງເປັນປະເທດທີ່ມີການ
ລັກລອບປູກຝິ່ນຫລາຍທີ່ສຸດ
ຫາກແຕ່ວ່າລາວກໍນັບເປັນປະເທດທີ່ມີການລັກລອບປູກຝິ່ນເພີ້ມຈາກ 1,900 ເຮັກ
ຕາໃນປີ 2009 ຂຶ້ນມາເປັນ 3,000 ເຮັກຕາໃນປີ 2010 ນີ້ ຫລື ຄິດເປັນອັດຕາສະ
ເລ່ຍທີ່ເພີ້ມຂຶ້ນເຖິງ 58%. ຍິ່ງໄປກວ່ານັ້ນ ຖ້າຫາກປຽບທຽບໃສ່ກັບປີ 2007 ທີ່ມີ
ການລັກລອບປູກຝິ່ນໃນລາວ ຄິດເປັນພື້ນທີ່ລວມ 1,500 ເຮັກຕານັ້ນ ກໍຈະເຫັນໄດ້
ວ່າໃນໄລຍະ 3 ປີມານີ້ ການລັກລອບປູກຝິ່ນ ໃນລາວ ໄດ້ເພີ້ມຂຶ້ນເຖິງ 100%
ອີກດ້ວຍ ແລະໃນປີ 2011 ນີ້ ກໍເຊື່ອວ່າ ພື້ນທີ່ປູກຝິ່ນໃນລາວກໍຍັງຈະເພີ້ມຂຶ້ນອີກ.
ທາງດ້ານທ່ານໄຊສົມພອນ ພົມວິຫານ ຮອງປະທານສະພາແຫ່ງຊາດລາວ ກໍໄດ້ສະ
ເໜີວ່າ ລັດຖະບານລາວຄວນຈະດໍາເນີນມາດຕະການກວດສອບແລະທົບທວນແຜນ
ການລົບລ້າງການປູກຝິ່ນຄືນໄໝ່ ເພື່ອທີ່ວ່າຈະໄດ້ປະຕິບັດການແກ້ໄຂບັນຫາໄດ້ຢ່າງ
ສອດຄ່ອງກັບສະພາບການທີ່ເປັນຈິງໃນປະຈຸບັນນີ້ ດັ່ງທີ່ທ່ານໄດ້ຖະແຫລງເນັ້ນຢໍ້າ
ໃນຕອນໜຶ່ງວ່າ:
“ການຮັກສາຜົນປະໂຫຍດຂອງການຢຸດຕິການປູກຝິ່ນໃຫ້ໄດ້ຖາວອນນັ້ນ
ກະໃຫ້ກວດຄືນເບິ່ງວ່າ ການສະຫລຸບຕີລາຄານັ້ນ ແມ່ນໄດ້ຕາມຄາດໝາຍທີ່
ກອງປະຊຸມ ຂອງສະພາແຫ່ງຊາດ ໄດ້ຮັບຮອງເອົາແລ້ວຫລືບໍ່ ຫລືຍັງມີບັນຫາ
ໃດຕື່ມ ທີ່ວ່າຍັງບໍ່ທັນຈະແຈ້ງ ຫຼືບໍ່ທັນແທດແໝາະກັບບັນຫາທີ່ເປັນຈິງ”
ທາງການລາວໄດ້ປະເມີນສະຖານະການວ່າ ໃນປັດ
ຈຸບັນນີ້ມີປະຊາຊົນແລະເຍົາວະຊົນລາວ ຫຼາຍກວ່າ
5 ໝື່ນຄົນທີ່ເສບຢາບ້າ. ສ່ວນໃນດ້ານຂອງການ
ປາບປາມນັ້ນ ກໍປາກົດວ່າທາງການລາວສາມາດ
ຢຶດຢາເສບຕິດໄດ້ເພີ້ມຂຶ້ນຢ່າງຫລວງຫຼາຍ. ໃນປີ
2010 ທາງການລາວຢຶດເຮໂຣອີນໄດ້ 84 ກິໂລ
ກຣາມ ແລະຢຶດຢາບ້າໄດ້ເກືອບ 25 ລ້ານເມັດຫຼື
ເພີ້ມຂຶ້ນຈາກປີ 2008 ຄິດເປັນສັດສ່ວນເຖິງ 4 ເທົ່າ ແລະ 18 ເທົ່າຕາມລຳດັບ.
ລັດຖະມົນຕີລາວຍອມຮັບວ່າ ລາວກຳລັງປະເຊີນກັບບັນຫາການຊົມໃຊ້ຢາເສດຕິດຫຼາຍຂື້ນ ແລະໃນຂະນະດຽວກັນປະຊາຊົນລາວກໍ່ໄດ້ພາກັນກັບຄືນໄປລັກລອບປູກຝິ່ນຫຼາຍຂື້ນເລື້ອຍໆອີກດ້ວຍ.
ທ່ານສຸບັນ ສະລິດທິລາດ ລັດຖະມົນຕີປະຈຳສຳນັກງານນາຍຍົກລັດຖະມົນຕີ ໄດ້ຖະແຫລງຍອມຮັບໃນຖານະປະທານຄະນະກໍາມະການຄວບຄຸມ ແລະກວດກາຢາເສບຕິດແຫ່ງຊາຕິລາວວ່າ ປະເທດລາວກຳລັງປະເຊີນກັບບັນຫາການຊົມໃຊ້ຢາເສບຕິດເພີ້ມຫຼາຍຂື້ນນັບມື້ ໂດຍສະເພາະແມ່ນການຊົມໃຊ້ຢາບ້າຂອງບັນດາເຍົາວະຊົນລາວນັ້ນ ຖືເປັນສະຖານະການທີ່ໜ້າເປັນຫ່ວງຢ່າງຍິ່ງ ແລະໃນຂະນະດຽວກັນກໍຍັງປະກາດວ່າ ມີປະຊາຊົນໄດ້ພາກັນກັບຄືນໄປລັກລອບປູກຝິ່ນຫຼາຍຂື້ນເລື້ອຍໆອີກດ້ວຍ.
ທ່ານສຸບັນ ໄດ້ໃຫ້ການອະທິບາຍວ່າສາເຫດທີ່ເຮັດໃຫ້ມີຄົນລາວຊົມໃຊ້ ຫຼືຕິດຢາບ້າຫຼາຍຂື້ນນັ້ນ
ກໍຍ້ອນວ່າລາວໄດ້ຕົກໄປເປັນປະເທດເຂດທາງຜ່ານ ຂອງການລັກລອບຂົນສົ່ງຢາເສບຕິດໄປຍັງຕ່າງປະເທດ ຫລື ປະເທດທີສາມເພີ້ມຫຼາຍຂຶ້ນນັບມື້ ສ່ວນການສາເຫດທີ່ເຮັດໃຫ້ປະຊາຊົນລາວໄດ້ພາກັນກັບຄືນໄປລັກລອບປູກຝິ່ນຫລາຍຂຶ້ນນັ້ນ ກໍຍ້ອນວ່າ ໂຄງການພັດທະນາ ເພື່ອແກ້ໄຂປັນຫາຄວາມຢາກຈົນເຂົ້າໄປບໍ່ເຖີງໝູ່ບ້ານສ່ວນໃຫ່ຍທີ່ເຂົ້າຮ່ວມໃນແຜນການ ລົບລ້າງການປູກຝິ່ນຢ່າງສີ້ນເຊີງ ຈໍານວນ 1,100 ກວ່າ
ໝູ່ບ້ານ ນັບແຕ່ປີ 2006 ເປັນຕົ້ນມາ.
ນອກຈາກນີ້ ເມື່ອປະກອບກັບການທີ່ຢູ່ໃນລາວ ກໍຍັງຄົນຕິດຢາຢາຝິ່ນຢູ່ ຫຼາຍກວ່າ 15,000 ຄົນ ແລະໃນຂະນະດຽວກັນລາຄາຢາຝິ່ນໃນປັດຈຸບັນນີ້ ກໍໄດ້ເພີ້ມຂຶ້ນເຖິງ 16 ເທົ່າ ເມື່ອທຽບກັບປີ 2011 ຈຶ່ງເຮັດໃຫ້ປະຊາຊົນລາວໄດ້ພາກັນກັບຄືນໄປປູກຝິ່ນອີກເທື່ອໄໝ່.
ກ່ອນໜ້ານີ້ ອົງການຄວບຄຸມຢາເສບຕິດ ແລະອາຊະຍາກໍາແຫ່ງສະຫະປະຊາຊາດ (UNODC) ໄດ້ຖະແຫລງ ຜົນການສໍາຫລວດ ກ່ຽວກັບການລັກລອບປູກຝິ່ນໃນເອເຊຍຕາເວັນອອກສຽງໃຕ້ ປະຈໍາປີ 2010 ວ່າມຽນມາ ແລະ ຍັງຄົງເປັນປະເທດ ທີ່ມີການລັກລອບປູກຝິ່ນຫລາຍທີ່ສຸດ ຫາກແຕ່ວ່າ ລາວກໍນັບເປັນປະເທດທີ່ມີການລັກລອບປູກຝິ່ນເພີ້ມຈາກ 1,900 ເຮັກຕາໃນປີ 2009 ຂຶ້ນມາເປັນ 3,000 ເຮັກຕາໃນປີ 2010 ນີ້ ຫລືຄິດເປັນອັດຕາສະເລ່ຍທີ່ເພີ້ມຂຶ້ນເຖິງ 58%. ຍິ່ງໄປກວ່ານັ້ນ ຖ້າຫາກປຽບທຽບໃສ່ກັບປີ 2007 ທີ່ມີການລັກລອບປູກຝິ່ນໃນລາວຄິດເປັນພື້ນທີ່ລວມ 1,500 ເຮັກຕານັ້ນ ກໍຈະໄດ້ເຫັນວ່າໃນໄລຍະ 3 ປີມານີ້ ການລັກລອບປູກຝິ່ນໃນລາວ ໄດ້ເພີ້ມຂຶ້ນເຖິງ 100% ອີກດ້ວຍ ແລະໃນປີ 2011 ນີ້ກໍເຊື່ອວ່າ ພື້ນທີ່ປູກຝິ່ນໃນລາວກໍຍັງຈະເພີ້ມຂຶ້ນອີກ.
ທາງດ້ານທ່ານໄຊສົມພອນ ພົມວິຫານ ຮອງປະທານສະພາແຫ່ງຊາດລາວ ກໍໄດ້ສະເໜີວ່າ ລັດຖະບານລາວຄວນຈະດຳເນີນມາດຕະການກວດສອບ ແລະທົບທວນແຜນການລົບລ້າງການປູກຝິ່ນຄືນໄໝ່ ເພື່ອທີ່ວ່າຈະໄດ້ປະຕິບັດການແກ້ໄຂບັນຫາໄດ້ຢ່າງສອດຄ່ອງກັບສະພາບການທີ່ເປັນຈິງໃນປະຈຸບັນນີ້ ດັ່ງທີທ່ານໄດ້ຖະແລງເນັນຢໍ້າໃນຕອນໜຶ່ງວ່າ:
“ການຮັກສາຜົນປະໂຫຍດຂອງການຢຸດຕິການປູກຝິ່ນໃຫ້ໄດ້ຖາວອນນັ້ນ ກະໃຫ້ກວດຄືນເບິ່ງວ່າ ການສະຫລຸບຕີລາຄານັ້ນ ແມ່ນໄດ້ຕາມຄາດໝາຍທີ່ກອງປະຊຸມ ຂອງສະພາແຫ່ງຊາດ ໄດ້ຮັບຮອງເອົາແລ້ວຫລືບໍ່ ຫລືຍັງມີບັນຫາໃດຕື່ມ ທີ່ວ່າຍັງບໍ່ທັນຈະແຈ້ງ ຫຼືບໍ່ທັນແທດແໝາະກັບບັນຫາທີ່ເປັນຈິງ”
ທາງການລາວໄດ້ປະເມີນສະຖານະການວ່າ ໃນປະຈຸບັນນີ້ມີປະຊາຊົນແລະເຍົາວະຊົນລາວຫຼາຍກວ່າ 5 ໝື່ນຄົນທີ່ເສບຢາບ້າ. ສ່ວນໃນດ້ານຂອງການປາບປາມນັ້ນ ກໍປະກົດວ່າທາງການລາວສາມາດຢຶດຢາເສບຕິດໄດ້ເພີ້ມຂື້ນຢ່າງຫລວງຫຼາຍ. ໃນປີ 2010 ທາງການລາວຢຶດເຮໂຣອີນໄດ້ 84 ກິໂລກຣາມ ແລະຢຶດຢາບ້າໄດ້ເກືອບ 25 ລ້ານເມັດ ຫຼືເພີ້ມຂື້ນຈາກປີ 2008 ຄິດເປັນສັດສ່ວນເຖິງ 4 ເທົ່າແລະ 18 ເທົ່າຕາມລຳດັບ.