ລັດຖະມົນຕີຍອມຮັບວ່າ ການດຳເນີນຂະບວນການທາງດ້ານຕຸລາການ ແລະ ສານຍຸຕິ
ທຳໃນລາວ ຍັງບໍ່ມີປະສິດທິພາບ ແລະບໍ່ໄດ້ລະດັບມາດຕະຖານສາກົນ ໃນທຸກດ້ານ ໂດຍ
ສະເພາະແມ່ນດ້ານບຸກຄະລາກອນນັ້ນ ຊຶ່ງຊົງລິດ ໂພນເງິນ ມີລາ ຍງານຈາກບາງກອກ.
ທ່ານໄພວີ ສີບົວພິລາ ລັດຖະມົນຕີກະຊວງຍຸຕິທຳ ຖະແຫຼງຍອມຮັບວ່າ ການຈັດ ຕັ້ງປະຕິ
ບັດຄະບວນການທາງດ້ານຕຸລາການ ແລະສານຍຸຕິທຳຂອງລາວ ໃນປັດ ຈຸບັນຍັງບໍ່ມີປະ
ສິດທິພາບ ແລະຍັງບໍ່ທັນໄດ້ລະດັບມາດຕະຖານສາກົນໃນທຸກດ້ານ ໂດຍສະເພາະແມ່ນ
ໃນດ້ານບຸກຄະລາກອນ ທີ່ຍັງບໍ່ມີຄຸນນະພາບ ແລະປະຕິບັດ ໜ້າທີ່ບໍ່ໂປ່ງໃສ ຊຶ່ງກໍເຫັນ
ໄດ້ຈາກການທີ່ບໍ່ສາມາດບັງຄັບຄະດີ ຕາມການຕັດສິນ ຂອງສານໄດ້ຢ່າງແທ້ຈິງ ແລະ
ການກວດກາການປະຕິບັດໜ້າທີ່ຂອງພະນັກງານ ລັດ ທີ່ກ່່ຽວຂ້ອງໃນຂະບວນການດ້ານ
ຕຸລາການ ແລະສານຍຸຕິທຳທຸກຂັ້ນ ໃນທົ່ວ ປະເທດ ກໍຍັງມີປະສິດທິພາບຕໍ່າອີກດ້ວຍ
ດັ່ງທີ່ທ່ານໄພວີ ຢືນຢັນວ່າ:
“ແບບແຜນກົນໄກ ຂັ້ນຕອນຂອງການຈັດຕັ້ງປະຕິບັດ ບໍ່ມີປະສິດທິພາບ ການ ນຳພາຊີ້
ນຳມີຫຼາຍຂັ້ນຫຼາຍຂອດ ບັນຫາງົບປະມານທີ່ຮັບໃຫ້ວຽກງານ ກໍບໍ່ສາມາດ ແກ້ໄຂໄດ້ ບໍ່
ມີວິທີແກ້ໄຂບັນດາຄຳຕັດສິນ ທີ່ບໍ່ມີເງື່ອນໄຂປະຕິບັດລະບົບກົງຈັກ ການຈັດຕັ້ງບໍ່ເໝາະ
ສົມກັບສະພາບຄວາມເປັນຈິງຂອງສັງຄົມໃນປັດຈຸບັນ ການຄຸ້ມຄອງພະນັກງານ ປະຕິ
ບັດຄຳຕັດສິນຂອງສານ ຍັງບໍ່ມີລະບຽບການທີ່ຊັດເຈນ ລະບົບການເກັບກຳສະທິຕິ
ຄຳຕັດສິນຂອງສານ ບໍ່ມີຄຸນນະພາບ ການກວດກາວຽກງານປະຕິບັດຄຳຕັດສິນບໍ່ສາ
ມາດດຳເນີນໄປຢ່າງເປັນລະບົບ ແລະມີຄຸນນະພາບ.”
ໂດຍໃນປີ 2021 ການບັງຄັບຄະດີຕາມການຕັດສິນຂອງສານປະຊາຊົນລາວ ສາມາດ
ຈັດຕັ້ງປະຕິບັດໄດ້ພຽງແຕ່ 3.43 ເປີເຊັນ ຂອງຄະດີອາຍາຈຳນວນ 32,229 ຄະດີ ແລະ
7.97 ເປີເຊັນ ຂອງຄະດີແພ່ງຈຳນວນ 8,798 ຄະດີ ໃນທົ່ວປະເທດ ດັ່ງທີ່ທ່ານໄຊຊະນ
ະ ໂຄດພູທອນ ຫົວໜ້າອົງການໄອຍະການ ປະຊາຊົນສູງສຸດຢືນຢັນວ່າ:
“ການຕິດຕາມກວດກາປະຕິບັດຄຳຕັດສິນຂອງສານ ຄະດີອາຍາຮວມທັງໝົດ 32,229 ເ
ລື້ອງ ປະຕິບັດສຳເລັດແລ້ວ 3.43 ເປີເຊັນ ຄະດີແພ່ງຮວມທັງໝົດ 8,798 ເລື້ອງ ປະຕິບັດ
ສຳເລັດແລ້ວ 7.97 ເປີເຊັນ ສາເຫດຂອງການຈັດຕັ້ງປະ ຕິບັດຄຳຕັດສິນບໍ່ສຳເລັດສ່ວນ
ນຶ່ງແມ່ນຍ້ອນວົງຈອນຂອງການດຳເນີນຄະດີຈຳ ນວນນຶ່ງ ບໍ່ມີມື້ສິນສຸດຕາມກົດໝາຍ ອີກ
ດ້ານນຶ່ງຄູ່ຄວາມໃນຄະດີຈຳນວນບໍ່ໜ້ອຍ ໄດ້ຍື່ນຄຳຮ້ອງຫາພາກສ່ວນຕ່າງໆ ເພື່ອແກ່
ຍາວເວລາໃນການຈັດຕັ້ງປະຕິບັດຕັດ ສິນຂອງສານອອກໄປ.”
ພາຍໃຕ້ສະພາບການດັ່ງກ່າວນນີ້ຍັງເຮັດໃຫ້ເກີດບັນຫາກ່ຽວກັບການມີຄະດີ ຄ້າງຄາຢູ່
ສານປະຊາຊົນລາວທຸກຂັ້ນເພີ້ມຂຶ້ນນັບມື້ອີກດ້ວຍ ໂດຍທີ່ມີສາເຫດມາຈາກຄວາມບົກ
ຜ່ອງ ໃນການປະຕິບັດໜ້າທີ່ຂອງພະນັກງານສານ ທີ່ບໍ່ໄດ້ອີງກັບສະ ພາບບັນຫາທີ່ເປັນ
ຈິງຈຶ່ງເຮັດໃຫ້ຄູ່ຄວາມຂອງຄະດີບໍ່ຍອມຮັບການຕັດສິນຂອງສານ ແລະໄດ້ຟ້ອງຮ້ອງໃຫ້
ເປັນຄະດີຄວາມຕໍ່ໄປອີກ ສ່່ວນຄູ່ຄວາມທີ່ມີສາຍ ພົວພັນໃນວົງການພັກລັດທີີ່ເໜືອກວ່າ
ອີກຝ່າຍນຶ່ງນັ້ນ ກໍເປັນອີກສາເຫດນຶ່ງ ທີ່ເຮັດໃຫ້ຄູ່ຄວາມໃນຄະດີ ບໍ່ຍອມຮັບຜິດຕາມ
ການຕັດສິນຂອງສານ ເພາະໝັ້ນໃຈວ່າດ້ວຍສາຍພົວພັນໃນວົງການພັກລັດນັ້ນຈະເຮັດ
ໃຫ້ຝ່າຍຕົນພົ້ນຈາກຄວາມຜິດໄດ້ໃນທີ່ສຸດ ໂດຍສະເພາະແມ່ນໃນຂັ້ນຮວບຮວມພະ
ຍານຫລັກຖານ ເພື່ອປະກອບສຳນວນຄະດີໃນການຟ້ອງຮ້ອງຕໍ່ສານ ໂດຍພະນັກງານ
ໄອຍະການນັ້ນກໍນັບເປັນປັດໄຈສຳຄັນທີ່ເຮັດໃຫ້ຜູ້ທີ່ກະທຳຜິດໃນຄະດີກາຍເປັນຝ່າຍ
ທີ່ບໍ່ຕ້ອງຮັບໂທດໃດໆ ໃນຄະດີຄວາມອີກດ້ວຍ
ສ່ວນທ່ານທອງລຸນ ສີສຸລິດ ປະທານປະເທດຖະແຫຼງຢືນຢັນເນື່ອງໃນໂອກາດທີ່ ລາວ
ໄດ້ປະກາດໃຊ້ບັງຄັບລັດຖະທຳມະນູນຄົບຮອບ 30 ປີ ເມື່ອບໍ່ນານມານີ້ວ່າ ເປົ້າໝາຍ
ສຳຄັນຂອງການພັດທະນາໃນລາວຄືການກ້າວໄປເປັນລັດປົກຄອງດ້ວຍກົດໝາຍ ທີ່
ສາມາດຮັບປະກັນໄດ້ໃນຄວາມສະເໝີພາບ ແລະຄວາມຍຸຕິທຳໃຫ້ກັບ ປະຊາຊົນລາວ
ບັນດາເຜົ່າ ໃຫ້ໄດ້ຢ່າງແທ້ຈິງດ້ວຍການພັດທະນາ ແລະປັບປຸງລະ ບົບກົນໄກໃນການ
ບັງຄັບໃຊ້ກົດໝາຍ ແລະການດຳເນີນຄະດີໃນສານທຸກຂັ້ນ ທີີມີ ຄວາມໂປ່ງໃສຢ່າງ
ແທ້ຈິງ.
ທາງດ້ານທ່ານນາງວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດ ຖະແຫຼງວ່າ
ປະຊາຊົນໄດ້ຕັ້ງຂໍ້ສົງໄສ ຕໍ່ການປະຕິບັດໜ້າທີ່ຂອງບັນດາຜູ້ພິພາກສາສານ ທຸກຂັ້ນ
ເພີ້ມຂຶ້ນນັບມື້ ໂດຍສະເພາະຂໍ້ສົງໄສຕໍ່ການພິຈາລະນາຕັດສິນຄະດີບໍ່ໂປ່ງ ໃສ ແລະ
ບໍ່ຍຸຕິທຳ ສ່ວນອົງການ Human Right Watch ລາຍງານວ່າ ການ ບັງຄັບໃຊ້ກົດ
ໝາຍໃນລາວຍັງບໍ່ມີປະສິດທິພາບ ແລະປາກົດດ້ວຍວ່າໄດ້ມີການບັງ
ຄັບໃຊ້ກົດໝາຍເກົ່າ ທີ່ຖືກແທນໂດຍກົດໝາຍໃໝ່ໄປແລ້ວ ພາຍໃຕ້ສະພາບການ
ດັ່ງກ່າວນີ້ກໍຍັງເຮັດໃຫ້ມີການເລືອກປະຕິບັດກົດໝາຍຕໍ່ປະຊາຊົນ ທີ່ຂັດແຍ້ງ ກັບ
ພະນັກງານລັດ ກ່ຽວກັບຜົນປະໂຫຍດໃນທີ່ດິນທີ່ຖືກເວນຄືນຢ່າງບໍ່ຍຸຕິທຳ ໂດຍ
ເຫັນໄດ້ຈາກການທີ່ນາຍົກລັດຖະມົນຕີ ໄດ້ອອກຄຳສັ່ງໃຫ້ເລັ່ງດ່ວນບັງຄັບຄະດີ
ຕາມການຕັດສິນຂອງສານ ເພື່ອເຮັດໃຫ້ປະຊາຊົນເຊື່ອໝັ້ນ ແລະສັດທາຕໍ່ລະບົບ
ຍຸຕິທຳໃນລາວ ເພາະວ່າມີຄະດີສານໄດ້ຕັດສິນໄປແລ້ວເກືອບ 30,000 ຄະດີ ທີ່
ຍັງບໍ່ມີການບັງຄັບຄະດີໃນປັດຈຸບັນນີ້.