ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລມຕ ລາວ ຍອມຮັບວ່າ ການບໍລິຫານງານ ແບບຊ້ຳຊ້ອນ ເຮັດໃຫ້ ຂະແໜງການ ທ່ອງທ່ຽວລາວ ຫລຸດລົງ


ສະຖານທີ່ທ່ອງທ່ຽວທີ່ສຳຄັນ ແລະເປັນທີ່ນິຍົມຊົມຊອບ ຂອງນັກທ່ອງທ່ຽວຊາວຕ່າງປະເທດ ຢູ່ໃນລາວ
ສະຖານທີ່ທ່ອງທ່ຽວທີ່ສຳຄັນ ແລະເປັນທີ່ນິຍົມຊົມຊອບ ຂອງນັກທ່ອງທ່ຽວຊາວຕ່າງປະເທດ ຢູ່ໃນລາວ

ລັດຖະມົນຕີລາວ ຍອມຮັບວ່າ ການບໍລິຫານງານໃນພາກລັດ ທີ່ຊ້ຳຊ້ອນກັນ ເຮັດໃຫ້
ພາກການທ່ອງທ່ຽວຂອງລາວ ຕົກຕ່ຳລົງ ທັງປາກົດວ່າ ການທ່ອງທ່ຽວໃນລາວ ມີຄ່າ
ໃຊ້ຈ່າຍຕ່າງໆ ສູງກວ່າປະເທດເພື່ອນບ້ານອີກດ້ວຍ.

ທ່ານບໍ່ແສງຄຳ ວົງດາລາ ລັດຖະມົນຕີວ່າການ ກະຊວງຖະແຫລງຂ່າວ-ວັດທະນະທຳ
ແລະທ່ອງທ່ຽວ ຍອມຮັບວ່າ ສາເຫດສຳຄັນທີ່ເຮັດໃຫ້ຊາວຕ່າງຊາດ ເດີນທາງເຂົ້າມາ
ທ່ອງທ່ຽວໃນລາວລົດລົງ ໃນໄລຍະທີ່ຜ່ານມາ ມີ 2 ສາເຫດດ້ວຍກັນ ຄືການບໍລິຫານ
ວຽກງານດ້ານການທ່ອງທ່ຽວ ໃນພາກລັດ ມີລັກສະນະທີ່ຊ້ຳຊ້ອນກັນ ແລະການທ່ອງ
ທ່ຽວໃນລາວ ມີຄ່າໃຊ້ຈ່າຍຕ່າງໆ ສູງກວ່າຢູ່ປະເທດເພື່ອນບ້ານ ຈຶ່ງເຮັດໃຫ້ນັກທ່ອງ
ທ່ຽວຊາວຕ່າງຊາດ ບໍ່ຢາກເດີນທາງເຂົ້າມາໃນລາວ ອີກເທື່ອໃໝ່ ດັ່ງທີ່ທ່ານບໍ່ແສງຄຳ
ໄດ້ໃຫ້ການຢືນຢັນວ່າ:

“ການບໍລິການ ການເຂົ້າ-ອອກຢູ່ດ່ານຕ່າງໆ ຍັງມີຄວາມຫຍຸ້ງເຫຍີງຍັງຊັກ
ຊ້າ ການກວດກາຢູ່ຈຸດກວດກາ ແລະຢູ່ແຫລ່ງທ່ອງທ່ຽວຕ່າງໆ ຫຼືວ່າ ຢູ່ຕາມ
ຖະໜົນທີ່ຕິດພັນກັບການປັບໃໝ ທີ່ບໍ່ສົມເຫດສົມຜົນ ເຮັດໃຫ້ນັກທ່ອງທ່ຽວ
ບໍລິສັດທ່ອງທ່ຽວມີຄວາມບໍ່ສະດວກສະບາຍ ໃນການມາທ່ອງທ່ຽວຢູ່ໃນ
ປະເທດເຮົາ ການເກັບຄ່າການຂົນສົ່ງໂດຍສານທີ່ຍັງສູງ ການເກັບຄ່າຜ່ານ
ປະຕູເຂົ້າຊົມແຫລ່ງທ່ອງທ່ຽວຕ່າງໆ ກະຍັງບໍ່ທັນສົມເຫດສົມຜົນ ແລະນອກ
ຈາກນັ້ນ ຄ່າຄອງຊີບຢູ່ປະເທດພວກເຮົານີ້ ຍັງສູງຖ້າທຽບໃສ່ບັນດາປະເທດ
ໃກ້ຄຽງ ທີ່ນັກທ່ອງທ່ຽວເຂົາເຈົ້າຜ່ານມານັ້ນ ອັນນີ້ ກະແມ່ນຄວາມເປັນຈິງ
ອັນນຶ່ງ ທີ່ພວກເຮົາຍັງເຮັດບໍ່ທັນໄດ້ດີ ເທົ່າທີ່ຄວນ.”

ນັກທ່ອງທ່ຽວຊາວຕ່າງປະເທດ ພາກັນໄປທ່ຽວຊົມ ນ້ຳຕົກຕາດກວາງຊີ ໃນແຂວງຫລວງພະບາງ
ນັກທ່ອງທ່ຽວຊາວຕ່າງປະເທດ ພາກັນໄປທ່ຽວຊົມ ນ້ຳຕົກຕາດກວາງຊີ ໃນແຂວງຫລວງພະບາງ

ໂດຍໃນປີ 2017 ມີນັກທ່ອງທ່ຽວຊາວຕ່າງຊາດເດີນທາງເຂົ້າມາລາວ ຈຳນວນທັງໝົດ
3,868,831 ຄົນ ຊຶ່ງຫລຸດລົງ 8.73 ເປີເຊັນ ທຽບໃສ່ປີ 2016 ທີ່ມີນັກທ່ອງທ່ຽວຊາວ
ຕ່າງຊາດ ເດີນທາງເຂົ້າມາໃນລາວຫຼາຍກວ່າ 4.23 ລ້ານຄົນ ໂດຍນັກທ່ອງທ່ຽວ ຈາກ
ປະເທດໃນອາຊຽນດ້ວຍກັນ ຖືເປັນກຸ່ມທີ່ລົດລົງຫຼາຍທີ່ສຸດ.

ທາງດ້ານສະມາຄົມວິໄຈການທ່ອງທ່ຽວອາຊຽນ ລະບຸວ່າ ລັດຖະບານລາວ ຈະຕ້ອງ
ດຳເນີນມາດຕະການຢ່າງຮອບດ້ານ ເຂົ້າໃນການພັດທະນາປັບປຸງ ເພື່ອຍົກລະດັບ
ຄຸນນະພາບການທ່ອງທ່ຽວໃນລາວ ໃຫ້ໄດ້ມາດຕະຖານສາກົນຢ່າງແທ້ຈິງ ທັງນີ້ ດ້ວຍ
ການເພັ່ງເລັງໃສ່ການຄຸ້ມຄອງ ສະຖານບັນເທີງ ແລະບໍລິການຕ່າງໆ ເພື່ອໃຫ້ດຳເນີນ
ທຸລະກິດຕາມລະບຽບກົດໝາຍ ຢ່າງເຂັ້ມງວດ ທັງຍັງຈະສ້າງນິຕິກຳໃໝ່ໆ ໃນການ
ຄຸ້ມຄອງທຸລະກິດບໍລິການ ແລະທ່ອງທ່ຽວໃຫ້ສາມາດແຂ່ງຂັນກັບເພື່ອບ້ານໄດ້ ຢ່າງ
ແທ້ຈິງອີກດ້ວຍ.

ທັງນີ້ ໂດຍອີງຕາມຂໍ້ມູນການວິໄຈ ຂອງສະມາຄົມວິໄຈການທ່ອງທ່ຽວອາຊຽນ ຍັງໄດ້
ລະບຸດ້ວຍວ່າ ພາກບໍລິການ ແລະທ່ອງທ່ຽວໃນລາວ ມີລາຍຮັບຕ່ຳທີ່ສຸດໃນອາຊຽນ
ດ້ວຍກັນ ຕົວຢ່າງກໍຄືໃນຂະນະທີ່ລາຍຮັບພາກການທ່ອງທ່ຽວຂອງໄທ ໃນປີ 2017 ມີມູນຄ່າລວມເກີນກວ່າ 92,300 ລ້ານໂດລາ ຊຶ່ງຄິດເປັນ 12 ເປີເຊັນ ຂອງຍອດ
ຜະລິດຕະພັນລວມພາຍໃນ (GDP) ຫາກແຕ່ລາຍຮັບພາກບໍລິການ ແລະທ່ອງທ່ຽວ
ໃນລາວ ກັບມີມູນຄ່າລວມພຽງ 650 ລ້ານໂດລາ ຊຶ່ງຄິດເປັນ 7​ ເປີເຊັນເທົ່ານັ້ນ ຂອງ
GDP ທັງໝົດຂອງລາວ ໃນປີ 2017 ເທົ່ານັ້ນ ດ້ວຍເຫດນີ້ ການທີ່ທາງການລາວ ໄດ້
ວາງເປົ້າໝາຍຈະດຶງດູດເອົານັກທ່ອງທ່ຽວຕ່າງຊາດ ໃຫ້ໄດ້ 5 ລ້ານກວ່າຄົນ ໃນປີ
2018 ຈຶ່ງບໍ່ແມ່ນເລື້ອງງ່າຍ.

ທັງນີ້ ເພາະພາຍຫລັງຈາກລັດຖະບານລາວ ໄດ້ຈັດພິທີເປີດປີທ່ອງທ່ຽວລາວ 2018
ຢ່າງເປັນທາງການໃນວັນທີ 28 ຕຸລາ 2017 ຜ່ານມາ ຊຶ່ງໄດ້ຈັດຂຶ້ນໃນໂອກາດດຽວ
ກັນກັບງານບຸນນະມັດສະການ ພະທາດຫລວງ ປະຈຳປີ 2017 ທັງຍັງໄດ້ເຊີນສື່
ມວນຊົນ ແລະຜູ້ຕາງໜ້າລັດຖະບານອາຊຽນ ແລະພູມິພາກອື່ນໆ ຈາກທົ່ວໂລກ
ເຂົ້າຮ່ວມໃນພິທີດ້ວຍນັ້ນ ກໍປາກົດວ່າ ມີນັກທ່ອງທ່ຽວຊາວຕ່າງຊາດ ເດີນທາງເຂົ້າ
ມາ ລາວຫຼາຍກວ່າ 1.04 ລ້ານຄົນໃນ 3 ເດືອນທ້າຍປີ 2017 ຫາກແຕ່ກໍເປັນຈຳນວນ
ທີ່ລົດລົງຈາກໄລຍະດຽວກັນ ໃນປີ 2016 ຄິດເປັນອັດຕາສະເລ່ຍ 2.2 ເປີເຊັນ ທັງຍັງ
ລົດລົງເກີນກວ່າ 10 ເປີເຊັນ ເມື່ອທຽບໃສ່ 3 ເດືອນທ້າຍປີ 2015 ອີກດ້ວຍ.

ແຕ່ຢ່າງໃດກໍຕາມ ລັດຖະບານລາວ ໄດ້ວາງຄາດໝາຍທີ່ຈະດຶງດູດເອົານັກທ່ອງທ່ຽວ
ຊາວຕ່າງຊາດໃຫ້ໄດ້ຫຼາຍກວ່າ 5 ລ້ານຄົນ ຊຶ່ງຈະເຮັດໃຫ້ພາກບໍລິການ ແລະທ່ອງ
ທ່ຽວໃນລາວມີລາຍຮັບເກີນກວ່າ 900 ລ້ານໂດລາ ໃນປີ 2018 ນີ້ ດ້ວຍການຈັດ
ກິດຈະກຳ ແລະງານບຸນປະເພນີຕ່າງໆ ໃນ 18 ແຂວງທົ່ວປະເທດ ເຊັ່ນ ການຈັດ
ຄາລາວານລົດທ່ອງທ່ຽວ ແຕ່ເໜືອຮອດໃຕ້ ບຸນມະໂຫລານການສະແດງ ສິນລະປະ
ວັດທະນະທຳ ພື້ນເມືອງຂອງບັນດາເຜົ່າ ການແຂ່ງລົດວິບາກ ການປີນໜ້າຜາ ການ
ຈັດງານວັນລາວ ໃນໄທ ຍີ່ປຸ່ນ ເຢຍຣະມັນ ຝຣັ່ງ ອັງກິດ ແລະຫວຽດນາມ ເປັນຕົ້ນ.

ພ້ອມກັນນີ້ ກໍໄດ້ອຳນວຍຄວາມສະດວກດ້ວຍການຍົກເວັ້ນ ວີຊາ (Visa) ໃຫ້ກັບນັກ
ທ່ອງທ່ຽວຊາດເດັນມາກ ນໍເວ ຟິນແລນ ແລະສະວິດເຊີແລນ ອີກດ້ວຍ.

XS
SM
MD
LG