ພວກຫົວຮຸນແຮງລັດ ອິສລາມ ໄດ້ວາງລະເບີດຝັງດິນໃສ່ທົ່ວພື້ນທີ່ ຂອງເມືອງ Palmyra ອັນເປັນສະຖານທີ່ມໍລະດົກໂລກຂອງ UNESCO ໃນປະເທດ ຊີເຣຍ ນັ້ນ, ໜຶ່ງເດືອນຫຼັງຈາກທີ່ພວກເຂົາ ໄດ້ເຂົ້າຄວບຄຸມເມືອງດັ່ງກ່າວ. ເຈົ້າໜ້າທີ່ດ້ານວັດຖຸເກົ່າແກ່ ແລະ ຜູ້ສັງເກດການ ຄວາມບໍ່ສະຫງົບ ໄດ້ກ່າວໃນວັນອາທິດວານນີ້.
ລູກລະເບີດຝັງດິນຫຼາຍລູກແມ່ນໄດ້ຖືກວາງໄວ້ໃນວັນເສົາທີ່ຜ່ານມາ, ອີງຕາມອົງການສິ້ງຊອມສິດທິມະນຸດໃນ ຊີເຣຍ ທີ່ມີຫ້ອງການຢູ່ປະເທດອັງກິດ, ເຊິ່ງໄດ້ລວບລວມຂໍ້ມູນຈາກແຫຼ່ງຂ່າວຢູ່ພາຍໃນ ຊີເຣຍ.
ຜູ້ອຳນວຍການຂອງອົງການສິ້ງຊອມສິດທິມະນຸດໃນ ຊີເຣຍ ກ່າວຕໍ່ແຫຼ່ງຂ່າວ ຝຣັ່ງ ວ່າ
“ບໍ່ທັນເປັນທີ່ຮູ້ຈັກເທື່ອວ່າ ຈຸດປະສົງຂອງພວກເຂົາແມ່ນເພື່ອລະເບີດທຳລາຍຊາກຫັກ
ພັງດັ່ງກ່າວ ຫຼື ປ້ອງກັນບໍ່ໃຫ້ກອງກຳລັງຂອງ ຊີເຣຍ ເຄື່ອນເຂົ້າໄປໃນເມືອງ.”
ໄດ້ມີການຍົກຍ້າຍວັດຖຸໂບຮານຕ່າງໆ ອອກໄປຈາກຫໍພິພິທະພັນຢູ່ ໃນສະຖານທີ່ແຫ່ງນັ້ນ ກ່ອນທີ່ພວກຫົວຮຸນແຮງໄດ້ໄປຮອດເມືອງ ໃນເດືອນພຶດສະພາ. ການຍົກຍ້າຍແມ່ນໄດ້ຖືກ
ກະຕຸ້ນໃຫ້ມີຂຶ້ນ ຍ້ອນການໂຈມຕີທຳລາຍ ງານສິລະປະ ແລະ ສິ່ງປະດິດບູຮານຕ່າງໆ ໂດຍພວກຫົວຮຸນແຮງ ໃນການປຸກລະດົມຂອງພວກເຂົາ ເພື່ອສ້າງຕັ້ງອານາຈັກອິສລາມ
ທີ່ເອີ້ນວ່າ “Caliphate” ຂຶ້ນໃນທົ່ວປະເທດ ຊີເຣຍ ແລະ ອີຣັກ.
ຈັ່ງໃດກໍຕາມ, ຊາກຫັກພັງຈາກເມືອງບູຮານ Palmyra ເຊິ່ງເປັນທີ່ຮູ້ຈັກໃນອີກຊື່ໜຶ່ງວ່າ Tadmur ນັ້ນ ແມ່ນບໍ່ສາມາດທີ່ຈະເຄື່ອນຍ້າຍໄປບ່ອນໃໝ່ໄດ້.
ໃນເດືອນທັນວາ ປີກາຍນີ້, ອົງການສະຫະປະຊາຊາດ ໄດ້ກ່າວວ່າ ໃນລະຫວ່າງຄວາມວຸ້ນວາຍບັ້ນຕ່າງໆຂອງ ຊີເຣຍ ເຊິ່ງປະຈຸບັນນີ້ລວມມີ ຄວາມຮຸນແຮງຈາກສົງຄາມກາງເມືອງ ແລະ ຈາກພວກກຸ່ມລັດອິສລາມ ນຳນັ້ນ ມີສະຖານທີ່ມໍລະດົກທາງວັດທະນະທຳ
ຫຼາຍກວ່າ 300 ແຫ່ງ ໄດ້ຖືກທຳລາຍ, ເປ່ເພເສຍຫາຍ ຫຼື ຖືກລັກຂະໂມຍເອົາໄປ.