ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຄວາມວຸ້ນວາຍ ທີ່ເມືອງ Milwaukee ເບົາບາງລົງ ຫຼັງຈາກ ໄດ້ມີການປະທ້ວງ 2 ຄືນ


US Milwaukee Violence
please wait
Embed

No media source currently available

0:00 0:00:56 0:00

ບັນດາ​ເຈົ້າ​ໜ້າ​ທີ່​ໃນ​ເມືອງ Milwaukee ທາງ​ພາກ​ຕາ​ເວັນ​ຕົກ​ຕອນ​ກາງຂອງ​ສະຫະລັດ ​ໄດ້ສະ​ແດງ​ຄວາມ​ຫວັງຢ່າງ​ລະມັດ​ລະວັງ​ໃນແລງວັນ​ຈັນ​ວານ​ນີ້ ​ໃນ​ການຫຼຸດຜ່ອນ​ຄວາມ
​ເຄັ່ງ​ຕຶງ​ລົງ ຫລັງ​ຈາກ​ໄດ້​ມີ​ການ​ປະ​ທ້ວງ​ເປັນ​ເວລາສອງ​ຄືນ ​ເພື່ອ​ຕອບ​ໂຕ້ຕໍ່​ການ​ສັງຫານ​ຊາຍ​ຜີວ​ດຳ​ໂດຍຕຳຫຼວດ.

“ມັນ​ບໍ່​ແມ່ນ​ສະຖານະ​ການ ບ່ອນ​ທີ່​ພວກ​ເຮົາ​ສາມາດ​ເວົ້າ​ໄດ້​ວ່າ ທຸກ​ສິ່ງ​ຢ່າງ​ແມ່ນ​ດີ​ເລີດ ​ແຕ່​ອີກ​ຄັ້ງນຶ່ງ ມາຈົນ​ເທົ່າ​ເຖິງ​ຈຸດນີ້ ມັນ​ໄດ້​ສົ່ງ​ສັນຍານ​ໃຫ້​ເຫັນ​ວ່າ ມັນ​ເປັນ​ໄປ​ໃນທາງ​ທີ່​ດີ​ຂຶ້ນ,” ​ນັ້ນ​ແມ່ນ​ຄຳເວົ້າຂອງ​ເຈົ້າ​ຄອງ​ກຳ​ແພງ ​ເມືອງ Milwaukee ທ່ານ Tom Barrett.

ຜູ້​ບັນຊາ​ການ​ຕຳຫຼວດຂອງ​ເມືອງ ທ່ານ Edward Flynn ​ໄດ້​ກ່າວ​ວ່າ ​ໄດ້​ມີ​ການ​ປະເຊີນ​ໜ້າກັນຢ່າງແຮງ​ຈຳນວນ​ນຶ່ງໃນ​ວັນ​ຈັນ​ວານ​ນີ້ ​ແລະ​ພວກ​ເຈົ້າ​ໜ້າ​ທີ່​ໄດ້​ຈັບ​ກຸມ 6 ຄົນ.

ນອກ​ນັ້ນ ເຈົ້າ​ໜ້າ​ທີ່​ ​ຍັງ​ໄດ້ປະກາດ​ຫ້າມ​ອອກ​ນອກ​ເຮືອນ​ໃນ​ເວລາ 10 ​ໂມງ​ແລງ​ ສຳລັບ ​ພວກ​ຊາວ​ໜຸ່ມ​ທັງຫຼາຍ.

ການປະທ້ວງໄດ້​ເລີ່​ມຂຶ້ນ ​ໃນ​ວັນ​ເສົາ​ທີ່ຜ່ານ​ມາ​ນີ້ ຫຼັງ​ຈາກ​ທີ່​ໄດ້​ມີ​ການ​ສັງຫານ​ທ້າວ
Sylville Smith ​ໄວ 23 ປີ. ຄືນ​ທຳ​ອິດ​ແມ່ນ​ຮ້າຍແຮງສຸດ ທີ່ເຮັດ​ໃຫ້ທຸລະ​ກິດ​ຢ່າງ​ນ້ອຍ 6 ​ຮ້ານຖືກ​ທຳລາຍ. ວັນ​ອາທິດ​ຜ່ານ​ມາ​ນີ້ ​ໄດ້​ມີ​ການ​ປະ​ທ້ວງ​ເພີ້ມ​ຂຶ້ນ ​ແຕ່​ວ່າ​ບໍ່​ແມ່ນ​ລະດັບ​ດຽວ​ກັນ ​ໂດຍ​ມີຊາຍ​ໜຸ່ມ ​ໄວ 18 ປີ ຖືກ​ຍິງ ​ໃນ​ຂະນະ​ທີ່​ທຳ​ການ​ປະ​ທ້ວງ​ຢູ່​ນັ້ນ ​ແລະ​ພວກ​ຕຳຫຼວດ​ຫຼາຍ​ຄົນ ກໍ​ໄດ້​ຮັບ​ບາດ​ເຈັບ.

ຊາຍຄົນນຶ່ງຊ່ອຍຜູ້ຊາຍທີ່ຖືກຕຳຫຼວດຍິງ ໃນຂະນະທີ່ມີການວຸ້ນວາຍ ໃນການທີ່ຕຳຫຼວດຍິງຊາຍໜຸ່ມທີ່ Milwaukee, Wisconsin, 14 ສິງຫາ, 2016.
ຊາຍຄົນນຶ່ງຊ່ອຍຜູ້ຊາຍທີ່ຖືກຕຳຫຼວດຍິງ ໃນຂະນະທີ່ມີການວຸ້ນວາຍ ໃນການທີ່ຕຳຫຼວດຍິງຊາຍໜຸ່ມທີ່ Milwaukee, Wisconsin, 14 ສິງຫາ, 2016.

ທ່ານ Flynn ​ໄດ້ ກ່າວ​ວ່າ ທ້າວ Smith ​ໄດ້ແລ່ນ​ໜີ​ອອກ​ຈາກ​ລົດຫຼັງ​ຈາກ​ທີ່ໄດ້​ຖືກ​ສັ່ງ​ໃຫ້ ​ຢຸດ ຊຶ່ງເຈົ້າ​ໜ້າ​ທີ່​ໄດ້​ອະທິບາຍວ່າ ພຶດ​ຕິ​ການ​ແບບ​ນີ້​ຖື​ວ່າ​ເປັນ​ທີ່ຕ້ອງສົງ​ໄສ. ​ຜູ້​ບັນຊາ​ການ​ຕຳຫຼວດ ​ໄດ້​ກ່າວ​ອີກ​ຕື່ມວ່າ ຫຼັງ​ຈາກ​ທີ່​ລາວ​ໄດ້​ແລ່ນ​ໄປ​ຫຼາຍໆ​ແມັດ​ແລ້ວ​ນັ້ນ ທ້າວ Smith ​ໄດ້​ແນ​ປືນ​ໃສ່​ເຈົ້າ​ໜ້າ​ທີ່ ກ່ອນ​ທີ່​ຕຳຫຼວດ ​ໄວ 24 ປີ ຜູ້​ຊຶ່ງ​ເປັນ​ຊາວ​ຜີວ​ດຳ​ເຊັ່ນ​ກັນ ​ໄດ້​ຍິງລາວ.

ເຈົ້າ​ຄອງ​ກຳ​ແພງ Barrett ໄດ້​ກ່າວ​ອີກ​ຕື່ມວ່າ ເຈົ້າ​ໜ້າ​ທີ່ໄດ້​ໃສ່​ເສື້ອທີ່​ຕິດ​ຕັ້ງ​ກ້ອງຖ່າຍແລະ​ໄດ້​ຖ່າຍເອົາ​ເຫດ​ການ ​ແລະ​ພາບ​ວີ​ດີ​ໂອ​ນີ້ ​ຈະ​ເປີດ​ເຜີຍ​ໃຫ້ສາທາລະນະຊົນ​ຮູ້ “​ໃນ​ເວລາ​ທີ່​ອັນ​ຄວນ.” ທ່ານ​ໄດ້​ກ່າວ​ວ່າ ທ່ານ​ໄດ້ເຫັນພາບບໍ່​ເຄື່ອນ​ໄຫວ ທີ່​ສະ​ແດງໃຫ້​ເຫັນວ່າ ​ບໍ່​ມີ​ຄຳ​ຖາ​ມ​ໃດໆ​ເລີຍ ທີ່​ວ່າ​ຊາຍ​ຜູ້​ນັ້ນ​ຖື​ປື​ນ.

ນາງ Kimberly Neal ​ເອື້ອຍ​ຂອງ​ທ້າວ Smith ​ໄດ້​ບອກອົງການ​ຂ່າວ AP ວ່າ ຄອບຄົວ​ຂອງ​ລາວ ຕ້ອງການ​ທີ່​ຢາກ​ໃຫ້​ຄະນະໄອ​ຍະ​ການ ທຳ​ການ​ຟ້ອງ​ຮ້ອງຕຳຫຼວດ​ທີ່​ກ່ຽວຂ້ອງ​ນີ້.

​ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG