ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກຸ່ມຫົວຮຸນແຮງ ໂຈມຕີ ເຮືອນມື້ລາງ ຜູ້ກໍ່ຕັ້ງ ປາກິສຖານ


ແຜນທີ່ ປາກິສຖານ
ແຜນທີ່ ປາກິສຖານ
ຕໍາຫລວດປາ​ກິ​ສຖານ ກ່າວ​ວ່າ ພວກຫົວ​ຮຸນ​ແຮງ ​ໄດ້​ທໍາລາຍ​
ເຮືອນ​ເກົ່າ​ແ​ກ່ທີ່​ມີ​ຄວາມ​ສຳຄັນ​ທາງປະຫວັດສາດຫຼັງນຶ່ງທີ່​ພົວ
ພັນ​ກັບ​ຜູ້​ກໍ່​ຕັ້ງປະ​ເທດ ​ໂດຍ​ໄດ້ສັງຫານ ຍາມ​ຄົນ​ນຶ່ງ ​ໃນ​ການ​
ໂຈມ​ຕີຄັ້ງນີ້.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ພວກ​ທໍາ​ການໂຈມ​ຕີ ​ໄດ້​ວາງ​ລະ​ເບີດ
​ຫລາຍ​ລູກ ​ໃນ​ວັນ​ເສົາ​ມື້​ນີ້ ​ເພື່ອ​ທໍາລາຍ​ເຮື​ອນໄມ້​ເກົ່າ​ແກ່​ທີ່​ປຸກ
ໃນ​ສັດ​ຕະວັດ ທີ 19 ຢູ່ເທິງພູໃນ​ເມືອງຕາກ​ອາກາດ Ziarat ​
ແຂວງ Baluchistan ບ່ອນ​ທີ່​ທ່ານ Mohammad Ali Jinnah ​
ໄດ້​ພັກ​ຢູ່​ ກ່ອນ​ທີ່​ທ່ານ​ໄດ້​ ​ເຖິງ​ແກ່​ອະສັນ​ຍະ​ກຳ ໃນ​ປີ 1948 ນຶ່ງ​
ປີ ຫລັງ​ຈາກ​ທ່ານ​ນໍາພາປາ​ກິ​ສຖານ ໄປ​ສູ່​ຄວາມ​ເປັນ​ເອກ​ກະລາດ.

ຕໍາ​ຫລວດກ່າວ​ວ່າ ພວກ​ໂຈມ​ຕີ​ ໄດ້​ຍິງ​ຕໍາຫລວດທີ່ຍາມຢູ່​
ເຮືອນ​ຫຼັງນີ້​ຄົນ​ນຶ່ງ​ຕາຍ ​ໃນການ​ໂຈມ​ຕີ​ໃນ​ຕອນ​ເຊົ້າ​ມືດມື້ນີ້.

ແຂວງ Baluchistan ແມ່ນ​ເປັນ​ທີ່​ຕັ້ງ ຂອງ​ກຸ່ມ​ຫົວຊາ​ດນິຍົມ​ບາຫຼຸດ ຫຼາຍໆ​ກຸ່ມ ທີ່ທວງ​ເອົາ​ສິດ​ໃນ​ການ​ປົກຄອງ​ຕົນ​ເອງ​ຫລາຍ​ຂື້ນ ​ແລະ​ແບ່ງປັນເງິນ ລາຍ​ໄດ້ ຈາກ​ການ​ຂາຍ​ແກັສທຳ​ມະ​ຊາດ ​ແລະ​ແຮ່ທາດ​ຕ່າງໆ.

ກ່ຽວຂ້ອງກັນ

XS
SM
MD
LG