ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

​ຫຼາຍ​ລ້ານ​ຄົນ​ບໍ່​ມີ​ໄຟ​ຟ້າ​ໃຊ້ ຫຼັງ​ຈາກ​ການ​ໂຈມ​ຕີ​ທາງ​ອາ​ກາດ ​ຂອງ​ຣັດ​ເຊຍ ປະ​ທາ​ນາ​ທິ​ບໍ​ດີ​ເຊ​ເລນ​ສ​ກີກ່າວ


ຮູບ​ໃນ​ວັນ​ທີ 17 ພະ​ຈິກ 2022 ສະ​ແດງ​ໃຫ້​ເຫັນ​ທຸງ​ຊາດ​ຂອງ​ຢູ​ເຄ​ຣນ ທີ່​ຈະ​ຕຸ​ລັດ​ເອກ​ກະ​ລາດຢູ່ນະ​ຄອນ​ຫຼວງ​ກີ​ຢິບ ຊຶ່ງ​ເປັນ​ສັນ​ຍາ​ລັກ​ໃນ​ການ​ເສຍ​ຊີ​ວິດ​ຂອງ​ທະ​ຫານ​ຢູ​ເຄ​ຣນ ຢູ່​ໃນ​ບັນ​ຫາ​ຂັດ​ແຍ້ງ ທີ່​ປົກ​ຄຸມ​ດ້ວຍ​ຫິ​ມະ ຫຼັງ​ຈາກ​ຫິ​ມະ​ໄດ້​ຕົກ​ລົງ​ມາ​ເປັນ​ເທື່ອ​ທຳ​ອິດໃນ​ລະ​ດູ​ໜາວນີ້.
ຮູບ​ໃນ​ວັນ​ທີ 17 ພະ​ຈິກ 2022 ສະ​ແດງ​ໃຫ້​ເຫັນ​ທຸງ​ຊາດ​ຂອງ​ຢູ​ເຄ​ຣນ ທີ່​ຈະ​ຕຸ​ລັດ​ເອກ​ກະ​ລາດຢູ່ນະ​ຄອນ​ຫຼວງ​ກີ​ຢິບ ຊຶ່ງ​ເປັນ​ສັນ​ຍາ​ລັກ​ໃນ​ການ​ເສຍ​ຊີ​ວິດ​ຂອງ​ທະ​ຫານ​ຢູ​ເຄ​ຣນ ຢູ່​ໃນ​ບັນ​ຫາ​ຂັດ​ແຍ້ງ ທີ່​ປົກ​ຄຸມ​ດ້ວຍ​ຫິ​ມະ ຫຼັງ​ຈາກ​ຫິ​ມະ​ໄດ້​ຕົກ​ລົງ​ມາ​ເປັນ​ເທື່ອ​ທຳ​ອິດໃນ​ລະ​ດູ​ໜາວນີ້.

ເຈົ້າ​ໜ້າ​ທີ່​ຢູ​ເຄ​ຣນ​ລາຍ​ງານ​ວ່າ ການ​ຍິງ​ໂຈມ​ຕີ​ດ້ວຍ​ລູກ​ສອນ​ໄຟຮອບ​ໃໝ່ ໃສ່ຫ​ລາຍໆ​ເຂດ​ຂອງ​ປະ​ເທດ ​ໃນ​ວັນ​ພະ​ຫັດ​ວານນີ້ ​ຊຶ່ງ​ເປົ້າ​ໝາຍ​ໃນ​ການ​ໂຈມ​ຕີ​ແມ່ນ​ຮວມ​ທັງສະ​ຖານ​ທີ່​ແຈກ​ຈ່າຍ​ແກັ​ສ​ທຳ​ມະ​ຊາດ​.

ການ​ໂຈມ​ຕີ ດ້ວຍ​ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ​ຫຼື​ໂດ​ຣນ ແລະ​ລູກ​ສອນ​ໄຟ ຍັງ​ດຳ​ເນີນ​ຢູ່​ຕໍ່​ມາ ໃສ່​ພື້ນ​ຖານ​ໂຄງ​ລ່າງ​ທາງ​ດ້ານ​ພະ​ລັງ​ງານ ອີງ​ຕາມ​ຖະ​ແຫຼງ​ການ​ຂອງກອງ​ທັບ​ຢູ​ເຄ​ຣນ ໂດຍ​ກ່າວ​ຕື່ມ​ວ່າ​ການ​ໂຈມ​ຕີ​ເຫຼົ່າ​ນີ້ ແມ່ນ​ໄດ້​ເນັ່ງ​ແຕ່​ນະ​ຄອນ​ຫຼວງ​ກີ​ຢິບ ໄປ​ຫາ​ເມືອງ​ທ່າ​ໂອ​ແດັ​ສ​ຊາ​ໃນ​ພາກ​ໃຕ້​ຂອງ​ປະ​ເທດ.

ຢູ​ເຄ​ຣນ​ກ່າວ​ວ່າ ຕົນ​ໄດ້​ຍິງ​ທຳ​ລາຍ​ລູກ​ສອນ​ໄຟ​ນຳ​ວິ​ຖີ​ຄ​ຣູ​ສ 2 ລູກ ລູກ​ສອນ​ໄຟ​ທີ່​ຍິງ​ຈາກ​ອາ​ກາດ 5 ລູກ ແລະ​ໂດ​ຣນ​ Shahed-136 ທີ່​ເຮັດ​ໂດຍ​ອີ​ຣ່ານ 5 ລຳ ອີງ​ຕາມ​ອົງ​ການ​ຂ່າວ​ຣອຍ​ເຕີ້ ຊຶ່ງ​ເວົ້າ​ວ່າ ​ເປັນ​ລາຍ​ງານ​ຂ່າວ​ສະ​ໜາມທີ່ຍັງບໍ່​ສາ​ມາດ​ໄດ້​ຮັບ​ການ​ຢືນ​ຢັນ​ຢ່າງ​ເປັນ​ອິດ​ສະ​ຫຼະ​ເທື່ອ.

ໃນ​ຂະ​ນະ​ທີ່​ຫິ​ມະ​ໄດ້​ຕົກ​ລົງ​ມາ​ ເປັນ​ເທື່ອ​ທຳ​ອິດ ທີ່​ນະ​ຄອນ​ຫຼວງ​ກີ​ຢິບ ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ພວກ​ຄົນ​ງານ​ດ້ານ​ສາ​ທາ​ລະ​ນຸ​ປະ​ໂພກ​ພວມ​ພະ​ຍາ​ຍາມ​ສ້ອມ​ແປງ​ໄຟ​ຟ້າ​ໃນ​ທົ່ວ​ປະ​ເທດ ຫຼັງ​ຈາກ​ການ​ໂຈມ​ຕີ​ທາງ​ອາ​ກາດ​ຂອງ​ຣັດ​ເຊຍ​ໄດ້​ເລີ້ມ​ຂຶ້ນ​ໃນ​ຕົ້ນ​ອາ​ທິດນີ້.

ມີ​ປະ​ຊາ​ຊົນ​ປະ​ມານ 10 ລ້ານ​ຄົນ​ບໍ່​ມີ​ໄຟ​ຟ້າ​ໃຊ້ ນັ້ນ​ຄື​ຄຳ​ເວົ້າ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ຢູ​ເຄ​ຣນ ທ່ານ​ໂວ​ໂລ​ດີ​ເມຍ ເຊ​ເລນ​ສ​ກີ​ ກ່າວ​ໃນ​ຄືນ​ວັນ​ພະ​ຫັດ ໃນລາຍ​ງານ​ທາງວີ​ດີ​ໂອ ​ທີ່​ມີ​ຂຶ້ນ​ເປັນ​ປະ​ຈຳ​ນັ້ນ.

ພະ​ແນກ​ການ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ກ່າວ​ວ່າ ຕົນ​ຢ້ານ​ວ່າ​ຈະ​ເກີດ​ວີ​ກິດ​ການ​ທາງ​ດ້ານ​ມະ​ນຸດ​ສະ​ທຳ​ໃນ​ລະ​ດູ​ໜາວນີ້ ຖ້າ​ຫາກ​ໄຟ​ຟ້າ​ມອດ​ຍັງ​ດຳ​ເນີນ​ຢູ່​ຕໍ່​ໄປ.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຢູ​ເຄ​ຣນ ທ່ານ​ດະ​ມີ​ໂຕ​ຣ ຄູ​ເລ​ບາ ໄດ້​ຂຽນ​ລົງ​ໃນ​ທວີດ​ເຕີ້ ໃນ​ຕອ​ນ​ເຊົ້າ​ວັນ​ພະ​ຫັດ​ວານນີ້​ວ່າ ທ່ານ​ໄດ້​ໂອ້​ລົມ​ທາງ​ໂທ​ລະ​ສັບ​ກັບ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ແອນ​ໂທ​ນີ ບ​ລິງ​ເກັນ ໃນ​ຂະ​ນະ​ທີ່​ຣັດ​ເຊຍ “ທຳ​ການ​ໂຈມ​ຕີ​ຢ່າງ​ແຮງ​ດ້ວຍ​ລູກ​ສອນ​ໄຟ​ຮອບ​ໃໝ່​ຕໍ່​ຢູ​ເຄ​ຣນ.”

ທ່ານ​ຄູ​ເລ​ບາ ກ່າວ​ວ່າ ທ່ານ​ຂໍ​ຂອບ​ອົກ​ຂອບ​ໃຈ​ຕໍ່​ສະ​ຫະ​ລັດ ທີ່​ໄດ້​ສະ​ໜອງ​ການ​ຊ່ວຍ​ເຫຼືອ​ທາງ​ດ້ານ​ທະ​ຫານ ແລະ​ໄດ້​ກ່າວ​ຢ້ຳ​ເຖິງ​ຄວາມ​ຈຳ​ເປັນ​ໃນ​ການ​ຈັດ​ສົ່ງ​ລະ​ບົບ​ປ້ອງ​ກັນ​ໄພ​ທາງ​ອາ​ກາດ​ໄປ​ໃຫ້​ໂດຍ​ໄວ້.

ທ່ານ​ໄດ້​ກ່າວ​ອ້າງ​ເຖິງ​ຄວາມ​ສຳ​ເລັດ​ຂອງ​ລະ​ບົບ​ລູກ​ສອນ​ໄຟ​ທີ່​ຍິງ​ຈາກ​ພື້ນ​ດິນ​ສູ່​ອາ​ກາດ ທີ່ກອງ​ກຳ​ລັງ​ຢູ​ເຄ​ຣນ​ເລີ້ມ​ໃຊ້ ໃນ​ຕົ້ນ​ເດືອນນີ້. ນອກນັ້ນ ທ່ານ​ຄູ​ເລ​ບາ ຍັງ​ເວົ້າ​ວ່າ ທ່ານ​ເຊື່ອ​ໝັ້ນ​ວ່າ​ເວ​ລາ​ໄດ້​ມາ​ເຖິງ​ແລ້ວ ສຳ​ລັບ​ຢູ​ເຄ​ຣນ ​ທີ່​ຈະ​ໄດ້​ຮັບ​ລະ​ບົບ​ປ້ອງ​ກັນ​ໄພ​ທາງ​ອາ​ກາດ Patriot ​ທີ່​ກ້າວ​ໜ້າ​ທັນ​ສະ​ໄໝຂອງ​ສະ​ຫະ​ລັດ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG