ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະຊົນຫລາຍລ້ານຄົນ ຢູ່ທົ່ວສະຫະລັດ ພາກັນເບິ່ງກົບກິນຕາເວັນ


ເດືອນກຳລັງເຫັນພົ້ນເຂົ້າບັງຕາເວັນເຖິງ 81 ເປີເຊັນ ລະຫວ່າງ ກົບກິນຕາເວັນ ໃນນະຄອນຫລວງ ວໍຊິງຕັນ ໃນຈັນວານນີ້.
ເດືອນກຳລັງເຫັນພົ້ນເຂົ້າບັງຕາເວັນເຖິງ 81 ເປີເຊັນ ລະຫວ່າງ ກົບກິນຕາເວັນ ໃນນະຄອນຫລວງ ວໍຊິງຕັນ ໃນຈັນວານນີ້.

ປະຊາຊົນຫລາຍ​ລ້ານຄົນ​ຢູ່​ທົ່ວ​ສະຫະລັດ ​ໄດ້ພາກັນ​ເບິ່ງ​ກົບກິນ​ຕາ​ເວັນ​ທີ່​ບໍ່ຄ່ອຍມີຂຶ້ນ
​ເຮັດ​ໃຫ້​ທ້ອງຟ້າ​ມືດ​ມົວ​ຈາກ​ຝັ່ງ​ທະ​ເລ​ Pacific ​ໄປ​ຫາ​ Atlantic ​ເປັນ​ເທື່ອ​ທຳ​ອິດ​ໃນ
ຮອບ 99 ປີ.

ກົບກິນ​ຕາ​ເວັນ ​ໄດ້​ເລີ້ມຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ຈັນ​ວານ​ນີ້ ​ຢູ່​ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ລັດ Oregon ​ເຮັດ​ໃຫ້​ອຸນຫະ​ພູມ​ຕົກຕໍ່າລົງ​ຢ່າງ​ໃຫຽ່ ​ເວລາ​ເດືອນບັງຕາ​ເວັນ.

​ເປັນ​ທີ່​ຄາດ​ກັນວ່າປະມານ 200 ລ້ານ​ຄົນ ​ໄດ້​ພາກັນ​ຂັບ​ລົດ​ຢູ່ຕາມ​ທາງ​ຜ່ານຄວາມ​ມືດ​
ມົວ​ທັງ​ໝົດໃນ​ວັນ​ຈັນ​ວານ​ນີ້​ ທີ່​ຍາວ​ຢຽດ​ຈາກ​ຝັ່ງ​ທະ​ເລ​ Pacific ຂອງລັດ Oregon
ຂ້າມ​ໃຈກາງ​ສະຫະລັດຈົນ​ເຖິງ​ລັດ South Carolina ທີ່ຢູ່ແຄມ​ຝັ່ງ​ທະ​ເລ Atlantic.

Eclipse Watchers in Washington DC
please wait

No media source currently available

0:00 0:01:37 0:00

ບັນດາ​ໂຕ​ເມືອງ​ໃຫຍ່ ​ແລະ​ນ້ອຍ ​ແລະ​ສວນສາທາລະນະ​ຢູ່​ທາງ​ຜ່ານ ​ໄດ້​ພາ ກັນ​ຕຽມ
ພ້ອມ​ສຳລັບການ​ຫລັ່ງໄຫລ​ຂອງ​ຄົນ ພ້ອມ​ດ້ວຍ​ກ້ອງ​ສ່ອງ ກ້ອງຖ່າຍຮູບ ​ແລະ​ແວ່ນ​ຕາ​
ປ້ອງ​ກັນ​ແສງກ້າ ​ເພື່ອ​ເບິ່ງ​ອັນ​ທີ່​ອົງການ NASA ກ່າວ​ວ່າ​ຈະ​ເປັນ ການ​ເບິ່ງ​ບັນທຶກກົບ
ກິນ​ຕາ​ເວັນ​ໃນ​ປະຫວັດສາດ.

ຫລາຍ​ກວ່າ 100,000 ຄົນ​ໄດ້​ພາກັນ​ເຕົ້າ​ໂຮມ​ກັນ​ຢູ່​ເມືອງ Madras ຊຶ່ງ​ເປັນ​ເມືອງ​ຢູ່​ໃນ
​ລັດ Oregon ທີ່ມີ​ພົນລະ​ເມື​ອງ 7,000 ຄົນ ​ແລະ​ເປັນແຫ່ງ​ທຳ​ອິດ​ທີ່​ເປັນ​ພິຍານ​ຂອງ​
ເຫດການ​ມະຫັດສະ​ຈັນນີ້. ອີງ​ຕາມ​ໜັງສືພິມ Los Angeles Time ກຳ​ລັງ​ຮັກສາດິນ​
ແດນ ​ໄດ້ຖືກ​ຮຽກເຂົ້າມາໃຫ້​ຊ່ວຍ​ກ່ຽວກັບ​ການ​ສັນຈອນ​ຕິດ​ຂັດໃນ​ເມືອງ Madras
​ເພາະວ່າ​ມີ​ຫລາຍ​ຄົນຢາກ​ເບິ່ງ​ກົບກິນ​ຕາ​ເວັນ​ຢູ່​ທີ່​ນັ້ນ.

ກົບກິນ​ຕາ​ເວັນ​ທີ່​ໃຊ້​ເວລາ​ນານ​ສຸດ​ເກີດ​ຂຶ້ນ​ຢູ່​ໃກ້​ກັບ​ເມືອງ Carbondale ລັດ Illinois
2 ນາທີ ​ກັບ 44 ວິນາທີ.

ພວກແມ່ຍິງພາກັນແຫງນໜ້າຂຶ້ນທ້ອງຟ້າ ເບິ່ງກົບກິນຕາເວັນ ດ້ວຍການໃສ່ແວນຕາປ້ອງກັນແສງ ທີ່ຫໍພິພິດທະພັນ ອາວະກາດ ທີ່ນະຄອນຫລວງ ວໍຊິງຕັນ.
ພວກແມ່ຍິງພາກັນແຫງນໜ້າຂຶ້ນທ້ອງຟ້າ ເບິ່ງກົບກິນຕາເວັນ ດ້ວຍການໃສ່ແວນຕາປ້ອງກັນແສງ ທີ່ຫໍພິພິດທະພັນ ອາວະກາດ ທີ່ນະຄອນຫລວງ ວໍຊິງຕັນ.

ທ່ານ Gregg Toland ຜູ້​ທີ່​ໄດ້​ເດີນທາງ​ຈາກ​ເມືອງ Palatine ລັດ Illinois ​ໄປ​ຫາ​ເດີ່ນ​
ເຮືອບິນ​ຢູ່​ເມືອງ Perryville ລັດ Missouri ​ເພື່ອ​ເບິ່ງ​ກົບກິນ​ຕາ​ເວັນ ຢູ່​ໃນ​ທາງ​ຜ່ານ​
ຂອ​ງຄວາມ​ມືດ​ມົວ​ທັງ​ໝົດ​ ທີ່ຢູ່​ໃນ​ກ້ອງສ່ອງ​ຂອງ​ທ່ານ ກ່າວ​ວ່າ ”​ມັນ​ໜາວ ມັນເຢັນ
ເປັນ​ປະສົບ​ການ​ຊີວິດ.”

NASA video of total solar eclipse in Hopkinsville, Kentucky
please wait

No media source currently available

0:00 0:00:34 0:00

ທ່ານ​ໄດ້​ກ່າວ​ຕໍ່ ວີ​ໂອ​ເອ ວ່າ “ແມ່ນ​ບາງ​ສິ່ງ​ບາງ​ຢ່າງ​ທີ່​ທ່ານ​ຈະລືມບໍ່​ໄດ້.”

Small Missouri Town Is a Big Draw for Solar Eclipse
please wait

No media source currently available

0:00 0:03:25 0:00

ທາງ​ຜ່ານ​ທີ່ມືດ​ມົວ​ທັງ​ໝົດ ​ເປັນ​ບ່ອນ​ທີ່ເງົາ​ຂອງ​ເດືອນ​ປົກ​ຄຸມຕາ​ເວັນ​ທົງ​ໝົດ ​ ມີ​ລັດສະ
ໝີ​ກວ້າ​ງປະມານ 100 ກິ​ໂລ​ແມັດ ເປັນ​ເສັ້ນ​ຍາວຂ້າມ​ປະ​ເທດ. ສ່ວນ​ບັນດາ​ທີ່ເສັ້ນແຄ​ບໆ
​ຍັງ​ສາມາດ​ເຫັນ​ພາກສ່ວນ​ຂອງກົບກິນ​ຕາ​ເວັນ ຍື່ນ​ອອກ​ໄປ​ເຖິງ​ປະ​ເທດ​ກາ​ນາ​ດາ ​ແລະ
​ລົງ​ໄປ​ເຖິງ​ອາ​ເມຣິກາ​ໃຕ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG