ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຊາວຮິນດູ ຫລາຍລ້ານຄົນ ລົງອາບນໍ້າ ລ້າງສ່ວາຍ ຢູ່ແມ່ນໍ້າຄົງຄາ (ສະໄລດ໌)


ຊາວຮິນດູຄົນນຶ່ງ ເຕັ້ນຂື້ນເຕັ້ນລົງ ໃນຂະນະທີ່ລາວອາບນໍ້າຢູ່ ແມ່ນໍ້າຄົງຄາ ທີ່ ອິນເດຍ ໃນໂອກາດບຸນ Kumbh Mela.
ຊາວຮິນດູຄົນນຶ່ງ ເຕັ້ນຂື້ນເຕັ້ນລົງ ໃນຂະນະທີ່ລາວອາບນໍ້າຢູ່ ແມ່ນໍ້າຄົງຄາ ທີ່ ອິນເດຍ ໃນໂອກາດບຸນ Kumbh Mela.
ຊາວ​ຮິນ​ດູ​ນຶ່ງ​ລ້ານ​ຄົນ ພາກັນ​ໂຕນ​ລົງ​ໄປ​ໃນແມ່​ນໍ້າ​ຄົງ​ຄາ ທີ່ສັກ
ສິດ ອັນ​ໜາວ​ເຢັນ​ເປັນ​ນໍ້າກ້ອນ ​ໃນ​ວັນ​ຈັນ​ມື້​ນີ້ ​ເພື່ອ​ເປັນ​ຂີດ​
ໝາຍ​ການ​ເລີ້​ມ ຕົ້ນສ​ະຫລອງ​ບຸນທາງ​ສາສະໜາ ທີ່​ໃຫຍ່​ທີ່​ສຸດ
ໃນ​ໂລກ.

ບຸນ Kumbh Mela ທີ່ຈັດ​ຂື້ນ​ທຸກໆ 12 ປີ​ຢູ່ເມື​ອງ Allahabad
ຈະ​ເຫັນ​ພວກນັບຖື​ບູຊາ ​ເຖິງ 100 ລ້ານ​ຄົນ​ ພາກັນ​ໄປເຕົ້​າ​ໂຮມ​
ກັນຢູ່​ທີ່​ນັ້ນ ໃນໄລຍະ 55 ມື້ຕໍ່​ໜ້າ​ນີ້ ​ເພື່ອປະກອບສ່ວນ​ໃນ​ພິທີ​
ອາບນໍ້າ​ຢູ່ໃນແມ່ນໍ້າ​ຄົງ​ຄາ ​ທີ່​ເຊື່ອ​ຖື​ກັນວ່າ ​ເປັນ​ການລ້າງບາບ ​ແລະ​ໃຫ້​ພອນ​ອັນ​ປະ​ເສີດ​ຕ່າງໆ.

ອິງ​ຕາມ​ນິທານ​ໂບຮານ​ຂອງ​ຊາວ​ຮິນ​ດູ ການ​ສະຫລອງ​ບຸນ
Kumbh Mela ​ແມ່ນ​ການ​ສະຫລອງ​ໄຊຊະນະ​ຂອງພວກ
ເທວະ​ດາ ​ຕໍ່​ພວກ​ຜີ​ສາດ​ ​ໃນ​ການ​ສູ້​ຫລົບ​ກັນຍາ​ດເອົາ​ນໍ້າທິບ​ອັນ​ນຶ່ງ ທີ່​ເຮັດ​ໃຫ້​ບໍ່​ຕາຍ
ຫລື​ເປັນ​ອໍາ​ມະຕະ​ນັ້ນ.

ເລົ່າ​ກັນວ່າ ​ໃນ​ລະຫວ່າງ​ການ​ຕໍ່ສູ້​ກັນນັ້ນ ນໍ້າ​ທິບ​ດັ່ງກ່າວ​ໄດ້​ຢົດ​ລົງ​ໃສ່​ເມືອງ Allagabad, Nasik, Ujjain ​ແລະ Haridwar. ການ​ສະຫລອງ​ບຸນ Kumbh Mela ​ນີ້ ໄດ້​ຈັດ​ຂື້ນ​ເປັນ​
ປະ​ຈໍາ ​ຢູ່​ໃນ​ເມືອງເຫລົ່າ​ນັ້ນ.

ປະມວນພາບການອາບນໍ້າໃນແມ່ນໍ້າຄົງຄາ:

ກ່ຽວຂ້ອງກັນ

XS
SM
MD
LG