ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເດັກນ້ອຍຈໍານວນ 128 ລ້ານຄົນ ສູນເສຍການເຂົ້າເຖິງລະບົບການສຶກສາ ຍ້ອນສາເຫດຂອງພະຍາດໂຄວິດ-19


ແຟ້ມຮູບ-ນັກຮຽນພາກັນໃຊ້ນໍ້າຢາລ້າງມື ໃນຂະນະທີ່ເຂົ້າຫ້ອງຮຽນ ທີ່ໂຮງຮຽນ ວິກາຣັນນິສາ ນູນ ແລະວິທະຍາໄລ ລຸນຫຼັງທີ່ລັດຖະບານໄດ້ຍຸຕິຂໍ້ຈໍາກັດຕ່າງໆ ໃນສະຖາບັນການສຶກສາ ຫຼັງຈາກຈໍານວນຜູ້ປ່ວຍຍ້ອນໂຄວິດ-19 ຢູ່ໃນນະ​ຄອນດາກາ, ປະເທດບັງກລາແດັສມ ວັນທີ 12 ກັນຍາ 2021.
ແຟ້ມຮູບ-ນັກຮຽນພາກັນໃຊ້ນໍ້າຢາລ້າງມື ໃນຂະນະທີ່ເຂົ້າຫ້ອງຮຽນ ທີ່ໂຮງຮຽນ ວິກາຣັນນິສາ ນູນ ແລະວິທະຍາໄລ ລຸນຫຼັງທີ່ລັດຖະບານໄດ້ຍຸຕິຂໍ້ຈໍາກັດຕ່າງໆ ໃນສະຖາບັນການສຶກສາ ຫຼັງຈາກຈໍານວນຜູ້ປ່ວຍຍ້ອນໂຄວິດ-19 ຢູ່ໃນນະ​ຄອນດາກາ, ປະເທດບັງກລາແດັສມ ວັນທີ 12 ກັນຍາ 2021.

ພະ​ແນກ​ການ​ນຶ່ງ ຂອງອົງການສະຫະປະຊາຊາດ ລາຍງານວ່າ ມີເດັກ ນ້ອຍ 128 ລ້ານຄົນສູນເສຍການສຶກສາຮໍ່າຮຽນ ຍ້ອນສາເຫດມາຈາກພະຍາດໂຄວິດ-19 ໂດຍເພີ້ມຂຶ້ນຈາກ 75 ລ້ານຄົນ ໃນຊ່ວງກ່ອນເກີດການລະບາດໃຫຍ່ຂອງພະຍາດດັ່ງກ່າວ. ລິຊາ ສະໄລນ໌ ລາຍງານໃຫ້ VOA ຈາກນະຄອນ ເຈເນວາ, ເຊິ່ງ ທິບສຸດາ ຈະນໍາເອົາລາຍລະອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ນັບຕັ້ງແຕ່ເລີ້ມກໍ່ຕັ້ງມາ ໃນຖານະກອງທຶນໂລກສະຫະປະຊາຊາດ ເມື່ອ 5 ປີທີ່ຜ່ານມາ, ​ອົງ​ການ Education Cannot Wait ໄດ້ມອບການສຶກສາ ທີ່ມີຄຸນນະພາບ ໃຫ້ແກ່ເດັກນ້ອຍຈໍານວນ 4 ລ້ານ 5 ແສນຄົນ ທີ່ຕົກຢູ່ໃນວິກິດການດ້ານມະນຸດສະທໍາທີ່ຮ້າຍແຮງທີ່ສຸດໃນໂລກ ຫຼາຍກວ່າ 30 ແຫ່ງ.

ເຈົ້າໜ້າທີ່ຂອງກອງທຶນ ກ່າວວ່າ ປັດຈຸບັນນີ້ ພວກເຂົາເຈົ້າສາມາດຊ່ວຍເຫຼືອເດັກນ້ອຍແລະຊາວໜຸ່ມໄດ້ຕື່ມອີກ 2 ລ້ານ 5 ແສນຄົນ, ໂດຍການຊ່ວຍເຫຼືອ ທີ່ບໍລິຈາກຈາກລັດຖະບານເຢຍຣະມັນ ໃນຈໍານວນເງິນຫຼາຍກວ່າ 228 ລ້ານໂດລາ.

ພວກເຂົາເຈົ້າກ່າວວ່າ ເງິນດັ່ງກ່າວນັ້ນຈະຊ່ວຍໃຫ້ພວກ​ຊາວໜຸ່ມຫຼາຍລ້ານຄົນ ທີ່ຍັງຕົກຢູ່ໃນສະພາບການຂອງການຂັດແຍ້ງທາງອາວຸດ, ການບັງຄັບໃຫ້ຕ້ອງພັດຈາກຖິ່ນຖານ, ການປ່ຽນແປງຂອງດິນຟ້າອາກາດທີ່ເກີດຂຶ້ນແບບໄວວາແລະໄພພິບັດຕ່າງໆ ໃຫ້ໄດ້ຮັບການສຶກສາຕໍ່.

ເອກອັກຄະລັດຖະທູດຂອງເຢຍຣະມັນປະຈໍາອົງການສະຫະປະຊາຊາດ ໃນນະ ຄອນເຈເນວາ ທ່ານນາງແຄັດທະຣິນາ ສະຕັສຊ໌ (Katharina Stasch) ກ່າວວ່າ ພະຍາດໂຄວິດ-19 ເປັນໄພຄຸກຄາມ ຕໍ່ຜົນປະໂຫຍດໃນທຸກໆດ້ານ ລວມເຖິງການສຶກສາ. ທ່ານນາງກ່າວວ່າ ເດັກນ້ອຍຫຼາຍໆຄົນບໍ່ສາມາດ ແລະບໍ່ຕ້ອງ ການທີ່ຈະກັບໄປໂຮງຮຽນ ເຖິງແມ່ນວ່າທາງໂຮງຮຽນໄດ້ກັບມາເປີດຄືນອີກຄັ້ງກໍຕາມ. ທ່ານນາງກ່າວວ່າ ນີ້ມັນເປັນສິ່ງທີ່ຮັບບໍ່ໄດ້ ເພາະການສຶກສາເປັນກະແຈສໍາຄັນໃນການແກ້ໄຂບັນຫາຄວາມທ້າທາຍທັງໝົດໃນຍຸກສະໄໝຂອງພວກເຮົາ.
ໂດຍທ່ານນາງໄດ້ກ່າວວ່າ:

“ໃນທົ່ວໂລກ, ມີເດັກນ້ອຍແລະຊາວໜຸ່ມພັດຖິ່ນຢູ່ຈໍານວນ 34 ລ້ານຄົນ. ຈໍານວນໂຕເລກຂອງພວກເຂົາເຫຼົ່ານັ້ນຈະຍັງຄົງເພີ້ມຂຶ້ນເລື້ອຍໆ ອັນເປັນຜົນມາຈາກວິກິດການສະພາບອາກາດຂອງໂລກ ໂດຍສະເພາະຢ່າງຍິ່ງ ເດັກຍິງແມ່ນມີຄວາມສ່ຽງຫຼາຍ. ພວກເຮົາຕ້ອງມີຄວາມຮັບຜິດຊອບນໍາກັນ ບໍ່ແມ່ນທີ່ຈະສູນ ພວກເຂົາເຈົ້າໄປໝົດທັງ​ລຸ້ນ​ເລີຍ. ພວກເຮົາຕ້ອງບໍ່ຖິ້ມປະຜູ້ໃດໄວ້ທາງຫຼັງ.”

ຜູ້ອໍານວຍການໃຫຍ່ແຫ່ງ​ອົງ​ການ Education Cannot Wait ທ່ານນາງຢາສມິນ ເຊີຣິຟ (Yasmine Sherif) ກ່າວວ່າ ອົງ​ການຂອງທ່ານນາງ ໄດ້ຈັດຫາຫຼັກສູດຂອງການຮຽນຮູ້, ການປົກປ້ອງຄຸ້ມຄອງ, ການມອບອາຫານສວາຍໃນໂຮງຮຽນ ແລະການບໍລິການອື່ນໆທາງດ້ານຈິດຕະວິທະຍາສັງຄົມ, ທຸກສິ່ງທຸກຢ່າງທີ່ຈໍາເປັນໃນການບັນລຸມາດຕະຖານພື້ນຖານຂອງການສຶກສາ.

ເຊິ່ງທ່ານນາງໄດ້ກ່າວວ່າ:

“ມັນສໍາຄັນເປັນຢ່າງຍິ່ງ ຖ້າພວກເຮົາຕ້ອງການບັນລຸເປົ້າໝາຍທາງດ້ານການພັດທະນາອື່ນໆ ຫຼືທາງດ້ານສິດທິມະນຸດຢ່າງຕໍ່ເນື່ອງ. ເວັ້ນເສຍແຕ່ວ່າ ເດັກ ນ້ອຍແລະພວກຊາວໜຸ່ມລຸ້ນນີ້ ໃນປະເທດຕ່າງໆເຊັ່ນ ເບີກີນາ ຟາໂຊ, ຊາດ, ຊີເຣຍ, ອັຟການິສຖານ, ສາທາລະນະລັດອາຟຣິກາກາງ, ແລະຊາວໂຣຮິງຢາ ໄດ້ຮັບການສຶກສາຄົບ 12 ປີ, ພວກເຮົາຈະບັນລຸເປົ້າໝາຍອື່ນໆທີ່ພວກເຮົາຕັ້ງໄວ້ ສໍາລັບພວກເຮົາເອງໄດ້ໜ້ອຍຫຼາຍ.”

ທ່ານນາງເຊີຣິຟ ຮັບຮູ້ວ່າ ອົງ​ການ Education Cannot Wait ດໍາເນີນງານໃນສະພາບແວດລ້ອມທີ່ທ້າທາຍ ອັນຢູ່ໃນລັກສະນະທີ່ບໍ່ຄົງທີ່. ທ່ານນາງກ່າວວ່າ ໂຄງການດັ່ງກ່າວນີ້ ສາມາດດໍາເນີນງານໄດ້ ເຖິງແມ່ນວ່າຈະມີວິກິດການ ແລະຄວາມຂັດແຍ້ງຫຼາຍໆຢ່າງຢູ່ໃນທົ່ວໂລກກໍຕາມ ເນື່ອງຈາກສະຖານະພາບຂອງອົງ​ການ ແມ່ນກອງທຶນສະຫະປະຊາຊາດ.

ທ່ານນາງ ຍັງໄດ້ກ່າວອີກວ່າ ດ້ວຍເຫດນີ້, ທາງອົງການແມ່ນມີລະບົບ ແລະຄວາມປອດໄພ ທີ່ພ້ອມຈະໃຫ້ການປ້ອງກັນ. ທ່ານນາງກ່າວວ່າ ໂຄງສ້າງດັ່ງ ກ່າວນີ້ ຍັງໄດ້ເຮັດໃຫ້ເຈົ້າໜ້າທີ່ຂອງອົງ​ການ ສາມາດຕິດຕໍ່ພົວພັນກັບຜູ້ທີ່ເຮັດໜ້າທີ່ລັດຖະບານ ແລະກຸ່ມທະຫານບ້ານ ທີ່ພວກເຂົາບໍ່ສາມາດຈະເຮັດໄດ້.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG