ຊາວອາເມຣິກັນ ຫລາຍລ້ານຄົນພາກັນແອອັດ ຢູ່ຕາມເດີ່ນເຮືອ
ບິນຕ່າງໆ ສະຖານີລົດໄຟ ແລະທາງດ່ວນ ໃນວັນອາທິດວານນີ້
ໃນຂະນະທີ່ເຂົາເຈົ້າພາກັນເດີນທາງກັບບ້ານ ຫລັງຈາກການ
ພັກສີ່ມື້ຂອງບຸນ Thankgiving ຫລືບຸນຂອບຄຸນພະເຈົ້າ.
ມີການຄາດກັນວ່າ ຫລາຍກວ່າ 43 ລ້ານຄົນຈະເດີນທາງຫລາຍ
ກວ່າ 80 ກິໂລແມດ ຫລືຫລາຍກວ່າ ເພື່ອການສະຫລອງບຸນ
ດັ່ງກ່າວ ຈາກວັນພຸດ ຫາວັນອາທິດຜ່ານມາ. ຄາດວ່າ ເຂົາເຈົ້າ
ສ່ວນຫລາຍຈະພາກັນຂັບລົດ ແລະບໍ່ຫລາຍຄົນປານໃດ ກໍຈະພາ
ກັນຂີ່ເຮືອບິນເໝືອນດັ່ງຫລາຍປີທີ່ຜ່ານມາ.
ມີລາຍງານວ່າດິນຟ້າອາກາດທີ່ດີ ໝາຍຄວາມວ່າ ມີລາຍງານ
ການເດີນທາງລ້າຊ້າໜ້ອຍລົງ.
ວັນພັກ Thanksgiving ມືຂື້ນໃນ ວັນພະຫັດອາທິດທີສີ່ຂອງເດືອນພະຈິກ ແລະເປັນຂີດໝາຍຂອງການເຕົ້າໂຮມສະມາຊິກຄອບຄົວ ດ້ວຍການບໍລິໂພກສັງສັນກິນລ້ຽງໄກ່ງວງ.
ປະເພນີກ່າວວ່າ ການສະຫລວອງບຸນ Thanksgiving ໄດ້ເກີດມີຂື້ນໃນປີ 1621 ກັບບັນ ດາຊາວອາເມຣິກັນ ທີ່ເຂົ້າມາຕັ້ງຖິ່ນຖານໃໝ່ ທີ່ລະນຶກເຖິງການເກັບກ່ຽວ ຫລັງຈາກຄວາມຍາກລໍາບາກຂອງລະດູໜາວ.
ສະໄລດ໌ພາບການສະຫລອງບຸນຂອບຄຸນພະເຈົ້າໃນສະຫະລັດ ອາທິດຜ່ານມານີ້