ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ປະ​ຊາ​ຊົນ ອັ​ຟ​ກາ​ນິ​ສ​ຖານ ຫຼາຍ​ລ້ານ​ຄົນ ​ກຳ​ລັງ​ປະ​ເຊີນ​ກັບ ໄພ​ຫາ​ຍະ​ນະ​ດ້ານ​ອາ​ຫານ


​ປະ​ຊາ​ຊົນ ອັ​ຟ​ກາ​ນິ​ສ​ຖານ ແບກ​ເປົາ​ເຂົ້າ​ທີ​່​ຖືກມອບ​ໃຫ້​ດັ່ງ​ກັບ​ສ່ວນ​ນຶ່ງ​ຂອງ​ການ​ຊ່ວຍ​ເຫຼືອ​ດ້ານ​ມະ​ນຸດ​ສະ​ທຳ​ ທີ່​ຖືກ​ສົ່ງ​ໃຫ້​ໂດຍ ຈີນ, ຢູ່​ສູນ​ແຈກ​ຢາຍ​ໃນ​ກາງ​ນະ​ຄອນຫຼວງ ກາ​ບູ​ລ, ອັ​ຟ​ກາ​ນິ​ສ​ຖານ, 7 ເມ​ສາ 2022.
​ປະ​ຊາ​ຊົນ ອັ​ຟ​ກາ​ນິ​ສ​ຖານ ແບກ​ເປົາ​ເຂົ້າ​ທີ​່​ຖືກມອບ​ໃຫ້​ດັ່ງ​ກັບ​ສ່ວນ​ນຶ່ງ​ຂອງ​ການ​ຊ່ວຍ​ເຫຼືອ​ດ້ານ​ມະ​ນຸດ​ສະ​ທຳ​ ທີ່​ຖືກ​ສົ່ງ​ໃຫ້​ໂດຍ ຈີນ, ຢູ່​ສູນ​ແຈກ​ຢາຍ​ໃນ​ກາງ​ນະ​ຄອນຫຼວງ ກາ​ບູ​ລ, ອັ​ຟ​ກາ​ນິ​ສ​ຖານ, 7 ເມ​ສາ 2022.

ເຈົ້າ​ໜ້າ​ທີ່​ລະ​ດັບ​ສູງ​ທ່ານ​ນຶ່ງ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ກ່າວ​ໃນ​ວັນ​ຈັນ​ວານນີ້​ວ່າ ຊາວ​ອັ​ຟ​ກາ​ນິ​ສ​ຖານຫຼາຍ​ລ້ານ​ຄົນ​ ແມ່ນ​ໃກ້​ຈະ​ປະ​ສົບ​ກັບ​ຄວາ​ມ​ອຶດ​ຢາກ ໃນ​ຂະ​ນະ​ທີ່​ລະ​ດູ​ໜາວ​ຫຍັບ​ໃກ້​ເຂົ້າ​ມາ ແລະ ເງິນ​ທຶນ​ດ້ານ​ມະ​ນຸດ​ສະ​ທຳ​ແມ່ນ​ກຳ​ລັງຫຼຸດ​ໜ້ອຍ​ລົງ.

ຮອງ​ທູດ​ພິ​ເສດ​ ແລະ ຜູ້​ປະ​ສານ​ງານ​ດ້ານ​ມະ​ນຸດ​ສະ​ທຳ​ ສຳ​ລັບອັ​ຟ​ກາ​ນິ​ສ​ຖານ ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ທ່ານ ຣາ​ມີ​ສ ອາ​ລັກ​ບາ​ຣອບ ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າ​ວ​ຜ່ານ​ທາງວິ​ດີ​ໂອ​ຈາກ​ນະ​ຄອນຫຼວງ ກາ​ບູ​ລ ວ່າ “ສະ​ຖາ​ນະ​ການ​ທີ່​ສາ​ມາດ​ອະ​ທິ​ບາຍ​ໄດ້​ດີ​ທີ່​ສຸດ​ແມ່ນ ​ໄພ​ຫາ​ຍະ​ນະ​ທີ່​ແທ້​ຈິງ.”

ທ່ານ​ໄດ້​ກ່າວ​ວ່າ​ປະ​ຊາ​ຊົນ 19 ລ້ານ​ຄົນ​ແມ່ນບໍ່​ມີ​ຄວາມ​ໝັ້ນ​ຄົງ​ດ້ານ​ອາ​ຫານ​ໃນ​ປະ​ເທດ​ດັ່ງ​ກ່າວ ແລະ 6.6 ລ້ານ​ຄົນ​ແມ່ນ​ຢູ່​ໃນ​ລະ​ດັບ​ສຸກ​ເສີນ, ພຽງ​ກ້າວ​ດຽວ​ຫ່າງ​ຈາກ​ຄວາ​ມ​ອຶດ​ຢາກ. ຄວາ​ມ​ທຸກ​ຍາກ​ແມ່ນ​ກຳ​ລັງ​ສູງ​ຂຶ້ນ, ດ້ວຍ​ປະ​ຊາ​ຊົນ ອັ​ຟ​ກາ​ນິ​ສ​ຖານ 35 ລ້ານ​ຄົນ ຈາກ​ 40 ລ້ານ​ຄົນ​ແມ່ນ​ອາ​ໄສ​ຢູ່​ໃນ​ຄວາມ​ທຸກ​ຍາກ, ໃນ​ຂະ​ນະ​ທີ່​ລາ​ຄາ​ຂອງ​ອາ​ຫານ​ພື້ນ​ຖານ​ແມ່ນ​ໄດ້​ເພີ່ມ​ຂຶ້ນ​ເກືອບ 30 ເປີ​ເຊັນ. ທ່ານ ອາ​ລັກ​ບາ​ຣອບ ໄດ້​ກ່າວ​ວ່າ​ສະ​ຖາ​ນະ​ການ​ທີ່​ເສື່ອມ​ສະ​ພາບ​ແມ່ນ​ຜົນ​ສະ​ທ້ອນ​ຂອງ​ການ​ຕົກ​ຕ່ຳ​ດ້ານ​ເສດ​ຖະ​ກິດ​ໂດຍ​ລວມ​ຂອງ​ປະ​ເທດ.

ໃນ​ສອງ​ທົດ​ສະ​ວັດ​ທີ່​ຜ່ານ​ມາ, ເສດ​ຖະ​ກິດ​ແມ່ນ​ໄດ້​ອາ​ໄສ​ການ​ຊ່ວຍ​ເຫຼືອ​ຈາກ​ຕ່າງ​ປະ​ເທດ​ຢ່າງ​ໜັກ. ປະ​ມານ 75 ເປີ​ເຊັນ​ຂອງ​ງົບ​ປະ​ມານ​ລັດ​ຖະ​ບານ​ເກົ່າ​ແມ່ນ​ທຶນ​ຂອງ​ຜູ້​ບໍ​ລິ​ຈາກ, ເຊັ່ນ​ດຽວ​ກັບ 40 ເປີ​ເຊັນ​ຂອງຍອດ​ຜະ​ລິດ​ຕະ​ພັນ​ລວມ​ພາຍ​ໃນ​ຂອງ​ເຂົາ​ເຈົ້າ.

ນັບ​ຕັ້ງ​ແຕ່​ກຸ່ມ​ຕາ​ລີ​ບານ​ໄດ້​ເຂົ້າ​ຍຶດ​ອຳ​ນາດ​ເມື່ອ​ນຶ່ງ​ປີ​ທີ່​ຜ່ານ​ມາ, ການ​ຢຸດ​ສະ​ງັກ​ຂອງ​ການ​ຊ່ວຍ​ເຫຼືອ​ຕ່າງ​ປະ​ເທດ​ສ່ວນຫຼາຍ ແມ່ນ​ມີ​ສ່ວນ​ຮ່ວມ​ໃນ​ການ​ແຕ​ກ​ຫັກ​ໃນຫຼາຍ​ການ​ບໍ​ລິ​ການ​ພື້ນ​ຖານ, ລວມ​ທັງ​ໄຟ​ຟ້າ, ການ​ບໍ​ລິ​ການ​ດ້ານ​ສາ​ທາ​ລະ​ນະ​ສຸກ ແລະ ການ​ສຶກ​ສາ. ອັດ​ຕາ​ເງິນ​ເຟີ້​ແມ່ນ​ຮຸນ​ແຮງ, ລາ​ຄາ​ຂອງ​ສິນ​ຄ້າ​ປົກ​ກະ​ຕິ​ແມ່ນ​ໄກ​ເກີນ​ຢື້​ສຳ​ລັບ​ຊາວ​ ອັ​ຟ​ກາ​ນິ​ສ​ຖານ ສ່ວນຫຼາຍ.

ນອກ​ຈາກວິ​ກິດ​ການ​ດ້ານ​ການ​ເມືອງ, ມັນ​ໄດ້​ມີ​ເຫດ​ແຜ່ນ​ດິນ​ໄຫວ ແລະ ນ້ຳ​ຖ້ວມຢ່າງ​ຮຸນ​ແຮງ​ນັບ​ຕັ້ງ​ແຕ່​ກຸ່ມ​ຕາ​ລີ​ບານ​ໄດ້​ເຂົ້າ​ກຳ​ອຳ​ນາດ. ປະ​ຊາ​ຊົນ ອັ​ຟ​ກາ​ນິ​ສ​ຖານ ແມ່ນ​ກຳ​ລັງ​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ໄພ​ແຫ່ງ​ແລ້ງ​ທີ່​ຮ້າຍ​ແຮງ​ສອງ​ຄັ້ງ, ໃນ​ປີ 2021 ແລະ 2018.

ບັນ​ດາ​ຊາວ​ນາ​ແມ່ນ​ກຳ​ລັງ​ປະ​ເຊີນ​ກັບ​ການ​ຂາດ​ແຄນ​ຝຸ່ນ ແລະ ຢາ​ຂ້າ​ແມງ​ໄມ້​ຢ່າງ​ຮຸນ​ແຮງ ແລະ ການ​ລະ​ບາດ​ຂອງ​ພະ​ຍາດ​ໃນ​ສັດ​ລ້ຽງ​ຂອງ​ເຂົາ​ເຈົ້າ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG