ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເດັກນ້ອຍ ອັຟການິສຖານ ຫຼາຍລ້ານຄົນ ບໍ່ໄດ້ເຂົ້າໂຮງຮຽນ, ປະທານາທິບໍດີ ອາຊຣາຟ ການີ ຖືກຄັດຄ້ານ


ປະທານາທິບໍດີ ອັຟການິສຖານ ທ່ານ ອາຊຣາຟ ການີ, ໃສ່ໜ້າກາກ ເພື່ອຊ່ວຍຫຼຸດຜ່ອນການແຜ່ລາມ ຂອງໄວຣັສໂຄໂຣນາ, ຢືນເຄົາລົບທຸງຊາດ ໃນລະຫວ່າງວັນປະກາດເອກະລາດ. ນະຄອນຫຼວງ ກາບູລ, ອັຟການິສຖານ. 18 ສິງຫາ, 2020.
ປະທານາທິບໍດີ ອັຟການິສຖານ ທ່ານ ອາຊຣາຟ ການີ, ໃສ່ໜ້າກາກ ເພື່ອຊ່ວຍຫຼຸດຜ່ອນການແຜ່ລາມ ຂອງໄວຣັສໂຄໂຣນາ, ຢືນເຄົາລົບທຸງຊາດ ໃນລະຫວ່າງວັນປະກາດເອກະລາດ. ນະຄອນຫຼວງ ກາບູລ, ອັຟການິສຖານ. 18 ສິງຫາ, 2020.

ທະນາຄານໂລກເວົ້າວ່າ ເກືອບເຄິ່ງນຶ່ງຂອງໂຮງຮຽນ​ 18,000 ແຫ່ງໃນປະເທດ ອັຟການິສຖານ ແມ່ນຂາດການກໍ່ສ້າງທີ່ຖືກຕ້ອງ ແລະ ຄາດວ່າເດັກນ້ອຍ ສາມລ້ານເຈັດແສນຄົນ ແມ່ນຍັງບໍ່ໄດ້ເຂົ້າຮຽນຢູ່ໃນຫ້ອງຮຽນ ເຖິງແມ່ນຈະມີການລົງທຶນຢ່າງຫຼວງຫຼາຍໃນພາກສ່ວນການສຶກສາກໍຕາມ.

ຜູ້ອຳນວຍການປະຈຳປະເທດຂອງທະນາຄານໂລກໃນວັນອາທິດວານນີ້ ໄດ້ຮຽກຮ້ອງບັນດາຜູ້ນຳຂອງ ອັຟການິສຖານ ໃຫ້ລົງທຶນຕື່ມອີກໃນປະຊາຊົນຂອງເຂົາເຈົ້າ ແລະ ໄດ້ກ່າວຢໍ້າເຖິງຄວາມຈຳເປັນສຳລັບການຊ່ວຍເຫຼືອຢ່າງຕໍ່ເນື່ອງຂອງສາກົນ ເພື່ອສ້າງຊີວິດທີ່ດີກວ່າເກົ່າສຳລັບປະຊາຊົນຫຼາຍລ້ານຄົນໃນປະເທດທີ່ຖືກທຳລາຍໂດຍສົງຄາມນັ້ນ.

ຂໍ້ມູນຈາກປີ 2013 ໄດ້ສະແດງໃຫ້ເຫັນວ່າເດັກນ້ອຍ ອັຟການິສຖານ ອາຍຸ 10 ປີ 93 ເປີເຊັນປີບໍ່ສາມາດອ່ານໜັງສື ແລະ ເຂົ້າໃຈຂໍ້ຄວາມງ່າຍໆເວລາທີ່ເຂົາເຈົ້າຮຽນຈົບຊັ້ນປະຖົມ, ອີງຕາມການກ່າວຂອງທ່ານ ເຮັນຣີ ເຄຣາລີ ໃນຖະແຫຼງການສະບັບນຶ່ງ.

ທ່ານໄດ້ກ່າວວ່າ “ນີ້ແມ່ນສູງກວ່າອັດຕາສະເລ່ຍສຳລັບພາກພື້ນເອເຊຍໃຕ້ (59 ເປີເຊັນ) ແລະ ເພື່ອນຮ່ວມກຸ່ມລາຍໄດ້ຂອງ ອັຟການິສຖານ.”

ທ່ານ ເຄຣາລີ ໄດ້ກ່າວວ່າ “ອັຟການິສຖານ ຍັງຕາມຫຼັງຫຼາຍໃນການຫຼຸດຜ່ອນຊ່ອງຫວ່າງລະຫວ່າງເພດ, ໂດຍສະເພາະໃນພາກສ່ວນການສຶກສາ ແລະ ສຸຂະພາບ. ປັດຈຸບັນນີ້, ເດັກນ້ອຍ 67 ເປີ ເຊັນທຽບໃສ່ເດັກຍິງ 48 ເປີເຊັນ ແມ່ນໄດ້ເຂົ້າໂຮງຮຽນ.”

ເຈົ້າໜ້າທີ່ທະນາຄານໂລກດັ່ງກ່າວໄດ້ກ່າວຢໍ້າວ່າ ຕົວຊີ້ວັດດ້ານສຸຂະພາບໃນ ອັຟການິສຖານ ແມ່ນຍັງຂີ້ຮ້າຍກວ່າອັດຕາສະເລ່ຍສຳລັບປະເທດທີ່ມີລາຍໄດ້ຕໍ່າອື່ນໆ, ເຊິ່ງໄດ້ລະບຸໃຫ້ເຫັນຄວາມຈຳເປັນທີ່ຈະຂະຫຍາຍການເຂົ້າເຖິງການບໍລິການຕໍ່ໄປ, ໂດຍສະເພາະສຳລັບແມ່ຍິງ.

ທ່ານໄດ້ກ່າວວ່າ “ອັຟການິສຖານ ຕ້ອງຂະຫຍາຍການປົກຄອງຂອງເຂົາເຈົ້າ ດ້ວຍການເພີ່ມຄວາມໂປ່ງໃສໃນການໃຊ້ຈ່າຍງົບປະມານຂອງເຂົາເຈົ້າ, ການຮັບເອົານາຍຄູ, ແລະ ການສິດສອນໃນໂຮງຮຽນອີງຕາມຄຸນຄວາມດີ. ປະເທດດັ່ງກ່າວຍັງຈະຕ້ອງໄດ້ປັບປຸງຄວາມໂປ່ງໃສໃນການບໍລິ ການດ້ານສຸຂະພາບອີກດ້ວຍ.”

ການປະເມີນຜົນດັ່ງກ່າວໄດ້ມີຂຶ້ນໃນຂະນະທີ່ປະທານາທິບບໍດີ ອັຟການິສຖານ ທ່ານ ອາຊຣາຟ ການີ ໄດ້ປະເຊີນກັບການຄັດຄ້ານພາຍໃນປະເທດສຳລັບການຢືນຢັດວ່າ ທ່ານໄດ້ “ສ້າງສາປະ ເທດ ອັຟການິສຖານ ທັງໝົດຄືນ.”

ໃນວັນເສົາທີ່ຜ່ານມາທ່ານ ການີ ໄດ້ເດີນທາງໄປຢ້ຽມຢາມແຂວງ ພັກຕີກາ ຢູ່ພາກຕາເວັນອອກຂອງ ອັຟການິສຖານ,​ ບ່ອນທີ່ທ່ານໄດ້ກ່າວຄຳປາໄສໃນການເຕົ້າໂຮມກັນໃນສາທາລະນະ ແລະ ໄດ້ຕຳໜິວິຈານບັນດາເຈົ້າໜ້າທີ່ໃນທ້ອງຖິ່ນ ສຳລັບການບໍ່ໃຫ້ຄວາມສົນໃຈຕໍ່ການພັດທະນາໃນຂົງເຂດດັ່ງກ່າວ. ຫ້ອງການຂອງປະທານາທິບໍດີໃນນະຄອນຫຼວງ ກາບູລ ຕໍ່ມາໄດ້ເປີດເຜີຍວິດີໂອ ຂອງຄຳປາໄສນັ້ນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG