ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຫຼາຍລ້ານຄົນ ຍ້າຍ​ໜີ ຈາກ​ເຮືອນ​ຊານ ຍ້ອນ ໄພນ້ຳຖ້ວມ ແລະຝົນຕົກໜັກ ຢູ່​ເອ​ເຊຍໃຕ້


ພວກນັກກູ້ໄພ ຈາກກຳລັງຮັບມືໄພພິບັດແຫ່ງຊາດຂອງອິນເດຍ ກຳລັງຊອກຫາ ພວກທີ່ອາດລອດຊີວິດ ຫຼັງຈາກຕຶກອາຄານ 3 ຊັ້ນພັງລົງ ໃນລະຫວ່າງ ຝົນຕົກໜັກ ຈາກລົມມໍລະສຸມ ຢູ່ໃກ້ກັບເມືອງໂໍຊລານ, ຢູ່ໃນພື້ນທີ່ຈ້າຍພູ ຫ່າງຈາກ ນະຄອນຫຼວງນິວເດລີ ທາງກ້ຳເໜືອ 310 ກິໂລແມັດ, ວັນທີ 15 ກໍລະກົດ 2019.
ພວກນັກກູ້ໄພ ຈາກກຳລັງຮັບມືໄພພິບັດແຫ່ງຊາດຂອງອິນເດຍ ກຳລັງຊອກຫາ ພວກທີ່ອາດລອດຊີວິດ ຫຼັງຈາກຕຶກອາຄານ 3 ຊັ້ນພັງລົງ ໃນລະຫວ່າງ ຝົນຕົກໜັກ ຈາກລົມມໍລະສຸມ ຢູ່ໃກ້ກັບເມືອງໂໍຊລານ, ຢູ່ໃນພື້ນທີ່ຈ້າຍພູ ຫ່າງຈາກ ນະຄອນຫຼວງນິວເດລີ ທາງກ້ຳເໜືອ 310 ກິໂລແມັດ, ວັນທີ 15 ກໍລະກົດ 2019.

ຫຼາຍ​ລ້ານ​ຄົນ​ໄດ້​ຖືກ​ບັງ​ຄັບ​ໃຫ້​ອອກ​ຈາກ​ເຮືອນ​ຊານ​ບ້ານ​ຊ່ອງ​ຂອງ​ພວກ​ເຂົາ​ເຈົ້າ ໃນ
​ຂະ​ນະ​ທີ່​ນ້ຳ​ຍັງ​ສືບ​ຕໍ່​ລົ້ນ​ຝັ່ງ​ຂຶ້ນ​ຖ້ວມ ​ຫຼາຍໆ​ເຂດ​ຂອງອິນ​ເດຍ ແລະ​ປະ​ເທດ​ອື່ນໆໃນ
​ເອ​ເຊຍ​ໃຕ້ ຊຶ່ງ​ພວກ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ມີ​ຜູ້​ເສຍ​ຊີ​ວິດ​ໄປ​ແລ້ວຢ່າງ​ໜ້ອຍ 76 ຄົນ.

ໄພ​ນ້ຳ​ຖວມ​ດັ່ງ​ກ່າວໄດ້​ສ້າງ​ຄວາມ​ເສຍ​ຫາຍ​ຮ້າຍ​ແຮງ​ເປັນ​ພິ​ເສດ​ໃຫ້ແກ່​ລັດ​ບີ​ຮາ ຂອງ
​ ອິນ​ເດຍ ຊຶ່ງ​ມີ​ປະ​ຊາ​ຊົນ 1 ລ້ານ 9 ​ແສນ​ຄົນ ​ຕ້ອງ​ໄດ້​ຍົກ​ຍ້າຍ​ອອກ​ໜີ​ໄປຈາກ​ເຮືອນ​
ຊານ​ຂອງ​ພວກ​ເຂົາ​ເຈົ້າ ນັບ​ແຕ່​ນ້ຳ​ໄດ້​ເລີ້ມ​ຖ້ວມ​ມາ ອີງ​ຕາມ​ເຈົ້າ​ໜ້າ​ທີ່​ຂອງ​ລັດ​ຖະ​ບານ.

ລັດ​ອັ​ສ​ສຳ​ຂອງ​ອິນ​ເດຍ ກໍ​ໄດ້​ຮັບ​ຜົນ​ກະ​ທົບຮ້າຍ​ແຮງ​ເຊັ່ນ​ດຽວ​ກັນ ຊຶ່ງ​ມີ​ປະ​ຊາ​ຊົນ 1
ລ້ານ 7 ແສນ​ຄົນ​ຕ້ອງ​ໄດ້​ຍ້າຍ​ໜີ​ໄປ​ຈາກ​ເຮືອນ​ຊານ​ຂອງ​ພວກ​ເຂົາ​ເຈົ້າ.

ຫົວ​ໜ້າ​ລັດ​ຖ​ະ​ບານ​ຂອງ​ລັດ​ອັ​ສ​ສຳ ທ່ານ​ຊາ​ບານ​ດາ ໂຊ​ໂນ​ວາ​ລ ກ່າວ​ຕໍ່​ພວກ​ນັກ​ຂ່າວ​
ວ່າ “ສະ​ຖາ​ນະ​ການ​ກ່ຽວ​ກັບ​ໄພ​ນ້ຳ​ຖ້ວມ ແມ່ນ​ມີ​ຄວາມ​ຮ້າຍ​ແຮງ​ຫຼາຍຊຶ່ງ​ມີ 31 ເມືອງ
ຂອງ​ຈຳ​ນວນ​ທັງ​ໝົດ 32 ​ເມືອງ ໄດ້​ຮັບ​ຜົນ​ກະ​ທົບ.”

ແມ່​ນ້ຳ​ພ​ຣົມ​ມະ​ບຸດ ຊຶ່ງ​ໄຫຼ​ລົງ​ມາ​ຈາກ​ພູ​ຫິ​ມະ​ໄລ ຜ່ານ​ບັງ​ກ​ລາ​ແດັ​ສນັ້ນ ໄດ້​ລົ້ນ​ຝັ່ງ​ຂຶ້ນ
​ຖ້ວມ ເຮັດ​ໃຫ້​ເຂດ​ທີ່​ຢູ່​ໃກ້​ຄຽງ​ ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຢ່າງ​ຮ້າຍ​ແຮງ.

ທີ່​ປະ​ເທດ​ເນ​ປາ​ລ ນຶ່ງ​ສ່ວນ​ສາມ​ຂອງ​ເມືອງ​ຕ່າງໆ​ແມ່ນ​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ໄພນ້ຳ​
ຖ້ວມ​ດັ່ງ​ກ່າວ ແລະ​ມີ 64 ຄົນ​ແລ້ວ ​ໄດ້​ເສຍ​ຊີ​ວິດ​ຈາກ​ໄພ​ນ້ຳ​ຖ້ວມນີ້ ອີງ​ຕາມລາຍ​ງານ
​ຂອງ​ເຈົ້າ​ໜ້າ​ທີ່. ນອກ​ນັ້ນ ມີ​ອີກ 63 ຄົນ ​ຍັງ​ຫາຍ​ສາບ​ສູນ​ໃນ​ເວ​ລານີ້.

ທີ່​ບັງ​ກ​ລາ​ແດັ​ສ ມີ 190,000 ຄົນ ​ໄດ້​ຖືກ​ບັງ​ຄັບ​ໃຫ້​ຫລົບ​ໜີ​ໄປ​ຈາກ​ບ້ານ​ເຮືອນ​ຂອງ
​ພວກ​ເຂົາ​ເຈົ້າ.

ນອກນັ້ນ​ແລ້ວ ສູນ​ຕ່າງໆ​ຂອງ​ພວກ​ອົບ​ພະ​ຍົບ​ໂຣ​ຮິງ​ຢາກໍ​ໄດ້​ຮັບ​ຄວາມ​ເສຍ​ຫາຍ
​ຢ່າງ​ຮ້າຍ​ແຮງ ​ຈາກ​ຝົນ​ຕົກ​ໜັກ ​ແລະ​ໄພ​ນ້ຳ​ຖ້ວມ. ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ດິນ​ເຈື່ອນ​
ໄດ້​ສັງ​ຫານ 10 ຄົນ ແລະ​ພວກ​ອົ​ບ​ພະ​ຍົບ 100,000 ຄົນ ໄດ້​ພາ​ກັນ​ຍົກ​ຍ້າຍອອກ​
ຈາກ​ສູນ ໃນ​ຂະ​ນະ​ທີ່​ຝົນ​ຍັງ​ສືບ​ຕໍ່​ຕົກ​ລົງ​ມາ.

ທີ່​ປະ​ເທດ​ມຽນ​ມາ ມີ 18,000 ຄົນ​ໄດ້​ຖືກ​ບັງ​ຄັບ​ໃຫ້​ອອກ​ໜີ​ໄປ​ຈາກ​ເຮືອນ​ຊານຂອງ
​ພວກ​ເຂົາ​ເຈົ້າ ແລະ​ສູນ​ຕ່າງໆ​ກໍ​ໄດ້​ຖືກ​ນ້ຳ​ຖ້ວມ ອັນ​ເປັນ​ຜົນ​ເນື່ອງ​ມາ​ຈາກຝົນ​ຕົກ​ໜັກ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG