ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກທະຫານບ້ານ ພ້ອມແລ້ວ ທີ່ຈະຢູ່ ໃນເຂດ ອະນຸລັກ ສັດປ່ານັ້ນຕໍ່ໄປເປັນ ຫຼາຍປີ


ພວກປະທ້ວງໄດ້ເຂົ້າຄອບຄອງອາຄານຂອງເຂດອະນຸລັກ ສັດປ່າແຫ່ງຊາດ Malheur National ຢູ່ໃກ້ກັບເມືອງ Burns, ລັດ Oregon. 3 ມັງກອນ, 2016.
ພວກປະທ້ວງໄດ້ເຂົ້າຄອບຄອງອາຄານຂອງເຂດອະນຸລັກ ສັດປ່າແຫ່ງຊາດ Malheur National ຢູ່ໃກ້ກັບເມືອງ Burns, ລັດ Oregon. 3 ມັງກອນ, 2016.

ບັນດາເຈົ້າໜ້າທີ່ ສະຫະລັດ ໃນປະຕິບັດໜ້າທີ່ໃນວັນຈັນມື້ນີ້ເພື່ອ ແກ້ໄຂບັນຫາ ການປະເຊີນໜ້າກັນທີ່ສູນອະນຸລັກສັດປ່າຂອງລັດ ຖະບານກາງ ໃນລັດ Oregon ພາກຕາເວັນຕົກສຽງເໜືອຂອງ ສຫລ ເຊິ່ງເປັນບ່ອນທີ່ພວກທະຫານບ້ານຕໍ່ຕ້ານ ລັດຖະບານເຂົ້າ ຍຶດຕັ້ງແຕ່ວັນເສົາທີ່ຜ່ານມາ ແລະ ໄດ້ປະກາດວ່າພວກເຂົາເຈົ້າ ໄດ້ກຽມພ້ອມທີ່ຈະຕັ້ງຈຸດຢູ່ທີ່ນັ້ນເປັນເວລາຫຼາຍປີ.

ອົງການບໍລິການສັດນ້ຳ ແລະ ສັດປ່າ ເຊິ່ງເປັນຜູ້ເບິ່ງແຍງເຂດອະນຸ ລັກສັດປ່າ ແຫ່ງຊາດ Malheur ກ່າວວ່າ ພະນັກງານຂອງຕົນໝົດ ທຸກຄົນແມ່ນປອດໄພ ແລະ ວ່າສະຖານທີ່ດັ່ງກ່າວແມ່ນໄດ້ຖືກປິດ ຈົນກວ່າຈະມີການຊີ້ແຈງເພີ່ມເຕີມ. ຕຳຫຼວດເມືອງ Harney ທ່ານ Dave Ward ໄດ້ກ່າວວ່າ ອົງການຈາກຫຼາຍພາກ ສ່ວນແມ່ນ “ກຳລັງເຮັດວຽກເພື່ອຫາຂໍ້ແກ້ ໄຂ” ແລະ ໄດ້ແນະນຳໃຫ້ປະຊາຊົນຢູ່ ຫ່າງໄກອອກໄປ.

ພວກປະທ້ວງຕິດອາວຸດ, ໄດ້ຈັດຕັ້ງກຸ່ມຂອງພວກເຂົາເຈົ້າຂຶ້ນມາເອງ, ເຊິ່ງໄດ້ ກ່າວວ່າ ພວກ ເຂົາເຈົ້າມີຄົນລວມທັງໝົດຫຼາຍເຖິງ 100 ຄົນ. ພວກເຂົາເຈົ້າແມ່ນ ນຳພາໂດຍທ່ານ Ammon Bundy ເຊິ່ງຄອບຄົວຂອງລາວໄດ້ເປັນຈຸດສູນກາງ ຂອງການປະເຊີນໜ້າກັນ ກ່ຽວກັບ ການ ມີສິດທິໃນການໃຊ້ທົ່ງຫຍ້າທີ່ເປັນດິນ ຂອງລັດຖະບານກາງເມື່ອປີ 2014.

ທ່ານ Ryan Bundy ຢືນລົມໂທລະສັບ ທີ່ເຂດອະນຸລັກ ສັດປ່າ ແຫ່ງຊາດ Malheur ໃກ້ກັບເມືອງ Burns, ລັດ Oregon. 3 ມັງກອນ 2016.
ທ່ານ Ryan Bundy ຢືນລົມໂທລະສັບ ທີ່ເຂດອະນຸລັກ ສັດປ່າ ແຫ່ງຊາດ Malheur ໃກ້ກັບເມືອງ Burns, ລັດ Oregon. 3 ມັງກອນ 2016.

ທ່ານ Bundy ໄດ້ກ່າວຕໍ່ບັນດານັກຂ່າວໃນວັນອາທິດວານນີ້ວ່າ “ພວກເຮົາຈະຢູ່ ທີ່ນີ້ດົນເທົ່າ ທີ່ຈະດົນໄດ້, ພວກເຮົາບໍ່ມີເຈດຕະນາທີ່ຈະໃຊ້ກຳລັງກັບໃຜ. ຖ້າ ພວກເຂົາເຈົ້າໃຊ້ກຳລັງ ກັບພວກເຮົາ, ເຮົາກໍຕ້ອງປ້ອງກັນຕົນເອງ.”

ການເຂົ້າຍຶດຄອງເຂດອະນຸລັກ ແມ່ນກິ່ງກ້ານຂະໜາດນ້ອຍຂອງ ການປະທ້ວງ ທີ່ໃຫຍ່ກວ່າ ໃນການສະໜັບສະໜູນຄົນລ້ຽງສັດໃນທ້ອງຖິ່ນ ທ່ານ Dwight ແລະ ທ່ານ Steve Hammond, ຜູ້ທີ່ໄດ້ຖືກຕັດສິນເຂົ້າຄຸກຫ້າປີສຳລັບການຈູດໄຟ ໃນທີ່ດິນຂອງລັດຖະບານ ກາງ ເຊິ່ງພວກເຂົາເຈົ້າໄດ້ຖືກອະນຸຍາດໃຫ້ນຳໃຊ້ເພື່ອ ການລ້ຽງສັດນັ້ນ.

ທ່ານ Bundy ໄດ້ກ່າວວ່າ ກໍລະນີຂອງພວກເຂົາເຈົ້າແມ່ນອາການຂອງ “ບັນຫາ ຄວາມຊົ່ວ ຮ້າຍຢ່າງໃຫຍ່ໂຕ,” ທີ່ເກີດຂຶ້ນໃນທົ່ວປະເທດ ກັບລັດຖະບານທີ່ຕັ້ງຂໍ້ ຫວງຫ້າມຢ່າງຫຼວງ ຫຼາຍໃນການໃຊ້ທີ່ດິນ ແລະ ເປັນສາເຫດທີ່ເປັນອັນຕະລາຍຕໍ່ ເສດຖະກິດຂອງປະຊາກອນ ໃນທ້ອງຖິ່ນ.

ປ້າຍ ທີ່ຕິດຕັ້ງໄວ້ຢູ່ໜ້າອາຄານຂອງເຂດອະນຸລັກ ທີ່ຖືກຍຶດຄອງ ໄດ້ກ່າວຫາລັດ ຖະບານວ່າ “ສິ່ງທີ່ພວກເຂົາເຈົ້າເຮັດໄດ້ດີທີ່ສຸດກໍຄື ການໃຊ້ອຳນາດໃນທາງ ທີ່ຜິດ.”

US Militia Standoff
please wait
Embed

No media source currently available

0:00 0:02:11 0:00

XS
SM
MD
LG