ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງກຳລັງຕິດອາວຸດ ຕໍ່ສູ້ກັນ ຍາດເອົາ ສະໜາມບິນສາກົນ ໃນນະຄອນຫລວງລີເບຍ (ວີດີໂອ)


ບັນດາຜູ້ໂດຍສານ ລໍຖ້າຖ້ຽວບິນຂອງພວກຕົນ ຢູ່ອາຄານຜູ້ໂດຍສານຂາອອກ ໃນສະໜາມບິນສາກົນ ນະຄອນຫລວງ Tripoli ຢູ່ລີເບຍ.
ບັນດາຜູ້ໂດຍສານ ລໍຖ້າຖ້ຽວບິນຂອງພວກຕົນ ຢູ່ອາຄານຜູ້ໂດຍສານຂາອອກ ໃນສະໜາມບິນສາກົນ ນະຄອນຫລວງ Tripoli ຢູ່ລີເບຍ.

ການ​ຕໍ່​ສູ້​ກັນ​ລະຫວ່າງກອງ​ກຳລັງຕິດ​ອາວຸດ​ຂອງ​ລີ​ເບຍ ​ທີ່​ເປັນ
ປໍ​ລະ​ປັກ​ກັນ ໄດ້​ລະ​ເບີດ​ຂຶ້ນ​ໃນ​ວັນ​ອາທິດ​ມື້​ນີ້ ຢູ່​ທີ່​ສະໜາມ​ບິນ​
ໃກ້​ກັບ​ນະຄອນຫຼວງຂອງ​ເບຍ.

ສະໜາມ​ບິນ​ສາກົນນະຄອນຫຼວງ Tripoli ​ໄດ້​ຢູ່ໃນ​ການຄວບຄຸມ
ຂອງ​ພວກນັກ​ລົບ​ຂອງກຸ່ມທະຫານບ້ານຈາກ Zintan ໃນເຂດ​
ພາກ​ຕາ​ເວັນ​ຕົກສຽງ​ເໜືອ​ ຂອງ​ລີ​ເບຍ ນັບຕັ້ງ​ແຕ່​ໄດ້​ມີ​ການໂຄ່ນ
​ລົ້ມທ່ານ Mommar Gadhafi ​ໃນ​ປີ 2011.

ສາຍ​ການບິນ British Airways ​ແລະ Turkish Airlines ​ໄດ້​ຍົກ
​ເລີກຖ້ຽວບິນ​ຂອງ​ຕົນ ​ໃນ​ວັນ​ອາທິດ​ມື້​ນີ້ ຂະນະ​ທີ່​ການ​ຕໍ່ສູ້​ກັນ ຍັງດຳເນີນຢູ່ຕໍ່​ໄປ.

ສຽງ​ລະ​ເບີດຫຼາຍໆຄັ້ງ ​ສາມາດ​ໄດ້​ຍິນ​ ຢູ່​ຕາມ​ຖະໜົນທີ່ມຸ່ງໜ້າ ໄປຫາ​ສະໜາມ​ບິນ.

​ໃນວັນ​ເສົາ​ວານ​ນີ້ ​ໂຄສົກ​ຂອງ​ກະຊວງ ​ການ​ຕ່າງປະ​ເທດ​ສະຫະ​ລັດ ທ່ານ​ນາງ Jen Psaki
​ໄດ້ກ່າວ ໃນຖະ​ແຫລ​ງການສະບັບນຶ່ງວ່າ ສະຫະລັດ “ມີ​ຄວາມກັງວົນ​ຢ່າງ​ເລີກ​ເຊີ່ງ”
ກ່ຽວກັບຄວາມຮຸນແຮງທີ່ ຍັງດຳເນີນຢູ່ຕໍ່ມາໃນ​ລີເບຍ ທີ່ອາດນຳ​ໄປ​ສູ່ “ຄວາມ​ຂັດ​ແຍ້​ງ
ໃນຂອບເຂດ ທີ່ກວ້າງຂວາງ​ອອກ​ໄປຕື່ມ.”

ທ່ານ​ນາງ Psaki ​ໄດ້​ກ່າວເນັ້ນ​ເຖິງ​ຄວາມ​ສຳຄັນໃນການຮ່າງລັດຖະ ທຳມະນູນ​ຂອງ​
ລີ​ເບຍ ​ໃນ​ການ “ສ້າງສາ​ປະ​ເທດ​ສຳຫລັບປະຊາຊົນ​ລີ​ເບຍ​ທີ່​ໄດ້ເສຍສະລະ​ຢ່າງ
ໃຫຍ່ຫຼວງໃນລະຫວ່າງການປະຕິວັດນັ້ນ.”

ລັດຖະທຳ​ມະນູນສະບັບ​ໃໝ່​ນີ້ ​ເປັນ​ຮ່າງ​ກົດໝາຍ​ທີ່​ມີຈຸດໝາຍ​ອັນ​ສຳຄັນ ​ສຳລັບ​ປະ​ເທດ
​ໃນອາ​ຟຣິກາ​ເໜືອແຫ່ງນີ້ ​ໃນການປ່ຽນ​ແປງ ຈາກ​ການປົກຄອງ ຂອງຈອມຜະເດັ​ດການ
Gadhafi.

ລີ​ເບຍ​ຍັງ​ມີຄວາມ​ວຸ້ນວາຍຢູ່ ​ໃນ​ຂະນະ​ທີ່​ລັດຖະບານ ​ແລະສະພາ​ແຫ່ງ​ຊາດ​ຍັງ​ບໍ່​ສາມາດ​
ຄວບຄຸມພວກກອງ​ກຳ​ລັງ​ຕິດ​ອາວຸດ ທີ່​ໄດ້​ຊ່ອຍ​ໃນ​ການ​ໂຄ່ນ​ລົ້ມ Gadhafi ​ແຕ່ມາ​ໃນ
ປັດຈຸບັນ​ ພວກ​ເຂົາ​ເຈົ້າກັບທ້າ​ທາຍ​ຕໍ່​ອຳນາດ​ການ​ປົກຄອງລັດ.

Libya Violence Video
please wait
Embed

No media source currently available

0:00 0:00:42 0:00

XS
SM
MD
LG