ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

9 ຄົນ​ເສຍ​ຊີ​ວິ​ດ ໃນ​ການ​ເຄື່ອນ​ໄຫວ ແຍກ​ຍ້າຍ​ ຜູ້​ນັ່ງ​ປ​ະ​ທ້ວງ ໃນ​ປະ​ເທດ ຊູ​ດານ


ຜູ້​ປະ​ທ້ວງ​ຊາວ ຊູ​ດານ​ ຄົນ​ນຶ່ງ ຍ່າງ​ກາຍ​ກົງ​ລົດ​ທີ່​ຖືກ​ໄຟ​ໄມ້ , ນອກ​ສຳ​ນັກ​ງານ​ໃຫຍ່ກອງ​ທັບ​ບົກ, 3 ມິ​ຖຸ​ນາ, 2019.
ຜູ້​ປະ​ທ້ວງ​ຊາວ ຊູ​ດານ​ ຄົນ​ນຶ່ງ ຍ່າງ​ກາຍ​ກົງ​ລົດ​ທີ່​ຖືກ​ໄຟ​ໄມ້ , ນອກ​ສຳ​ນັກ​ງານ​ໃຫຍ່ກອງ​ທັບ​ບົກ, 3 ມິ​ຖຸ​ນາ, 2019.

ໃນ​ນະ​ຄອນຫຼວງ ຄາ​ທູມ, ລະ​ເບີດ​ແຕກ​ລາຍ​ຄັ້ງ ແລະ ສຽງ​ປືນ​ກົນ​ໜັກ ແມ່ນ​ສາ​ມາດ​
ໄດ້ຍິນໃນຕອນເຊົ້າຂອງວັນຈັນມື້ນີ້ ໃນຂະນະທີ່ກອງກຳລັງຮັກສາຄວາມປອດໄພ ຊູ
ດານ ໄດ້ທຳການເຄື່ອນໄຫວໃນສະຖານທີ່ທີ່ມີການນັ່ງປະທ້ວງຢູ່ນອກກະຊວງປ້ອງກັນ
ປະເທດ.

ອົງ​ການ​ຂ່າວ ຣອຍ​ເຕີ ລາຍ​ງານ​ວ່າ ສະ​ມາ​ຄົມ​ການ​ແພດ ທີ່​ມີ​ຄວາມສຳ​ພັນ​ກັບ​ພວກ​ປະ
ທ້ວງໄດ້ກ່າວວ່າ ຢ່າງໜ້ອຍນຶ່ງຄົນໄດ້ເສຍຊີວິດ ແລະ ຫຼາຍຄົນໄດ້ຮັບບາດເຈັບ ໃນຂະ
ນະທີ່ກຳລັງທະຫານລັດຖະບານ ໄດ້ພະຍາຍາມທີ່ຈະແຍກຍ້າຍການປະທ້ວງໃນນະ
ຄອນຫຼວງ ຄາທູມ, ນະຄອນຫຼວງຂອງປະເທດ ຊູດານ.

ອົງ​ການ​ຂ່າວ AP ກໍ​ໄດ້​ລາຍ​ງານ​ວ່າ ນຶ່ງ​ໃນ​ບັນ​ດາ​ນັກ​ຂ່າວ​ຂອງ​ເຂົາ​ເຈົ້າ​ໄດ້​ເຫັນ​ຄວັນ​
ໄຟປິວຂຶ້ນເທິງຟ້າຈາກສະຖານທີ່, ໃນຂະນະທີ່ການຈູ່ໂຈມກຳລັງດຳເນີນຢູ່.

ການ​ນັ່ງ​ປະ​ທ້ວງ​ໄດ້​ເລີ່ມ​ຂຶ້ນຫຼາຍ​ອາທິດທີ່ຜ່ານ​ມາ ໃນ​ຂະ​ນະ​ທີ່​ພົນ​ລະ​ເຮືອນ ແລະ
ພວກເຈົ້າໜ້າທີ່ກອງທັບໄດ້ໂຕ້ຖຽງກັນ ກ່ຽວກັບ ການສ້າງຕັ້ງລັດຖະບານໃໝ່, ລຸນຫຼັງ
ການໂຄ່ນລົ້ມທ່ານ ໂອມາ ອາລ-ບາເຊຍ ໂດຍທະຫານໃນເດືອນເມສາທີ່ຜ່ານມາ, ຫຼັງ
ຈາກການປະທ້ວງຕໍ່ຕ້ານການປົກຄອງດົນ 30 ປີຂອງທ່ານ.

ພວກ​ປະ​ທ້ວງ​ໄດ້​ຮຽກ​ຮ້ອງ​ໃຫ້​ກອ​ງ​ທັບ​ສົ່ງ​ອຳ​ນາດ​ຄືນ​ໃຫ້​ພົນ​ລະ​ເຮືອນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG