ເຮືອບິນຂົນສົ່ງຂອງກອງທັບສະຫະລັດ ອາຍຸ 60 ປີ ທີ່ອອກບິນຖ້ຽວສຸດທ້າຍໄດ້ປະສົບ
ອຸບັດຕິເຫດ ຕົກລົງໃສ່ທາງຫຼວງ ຢູ່ໃນລັດຈໍເຈຍ ສະຫະລັດ ໃນວັນພຸດວານນີ້ ເຮັດໃຫ້ຜູ້ໂດຍສານທັງໝົດເກົ້າຄົນ ພ້ອມດ້ວຍລູກເຮືອ ເສຍຊີວິດ.
ບັນດາຜູ້ເຫັນເຫດການກ່າວວ່າ ເຮືອບິນເກືອບຕົກໃສ່ລົດ ແລະຜູ້ຄົນຢູ່ທາງພາກພື້ນດິນ
ໃນຂະນະທີ່ຕົກລົງມາຈາກທ້ອງຟ້າ ແລະລະເບີດເປັນແປວໄຟ. ເຮືອບິນຫາກໍ່ບິນຂຶ້ນ ຈາກສະໜາມບິນສາກົນຊາວັນນາ.
ເຈົ້າໜ້າທີ່ກອງທັບສະຫະລັດ ຍັງບໍ່ທັນໄດ້ເປີດເຜີຍຈຳນວນຜູ້ເສຍຊີວິດ ແຕ່ເຊື່ອວ່າບໍ່ມີ
ຜູ້ລອດຊີວິດມາໄດ້.
ເຮືອບິນຂົນສົ່ງ C-130 ຂອງກອງທັບອາກາດ ປະຈຳການຢູ່ເປີໂຕຣິໂກ. ທີ່ກຳ ລັງເດີນ
ທາງໄປຖານທັບອາກາດ ຢູ່ໃນລັດອາຣີໂຊນາ ບ່ອນທີ່ຈະໄດ້ອອກບຳ ນານຫຼັງຈາກໄດ້
ຮັບໜ້າທີ່ໃນການປະຕິບັດງານມາ 60 ປີ.
ເຮືອບິນຫາກໍໃຊ້ຂົນສົ່ງຊາວອາເມຣິກັນທີ່ຕົກຄ້າງ ຢູ່ເກາະເວີຈິນຂອງອັງກິດ ຫຼັງຈາກ
ລົມເຮີຣິເຄນເອີມາ ໃນປີກາຍນີ້. ເຮືອບິນຍັງໄດ້ຂົນສົ່ງສະບຽງໄປຫາເກາະເປີໂຕຣິໂກ
ຫຼັງຈາກໄດ້ຮັບຄວາມເສຍຫາຍທີ່ ໂດຍລົມເຮີຣິເຄນມາຣີອາ.
ທັງໝົດເກົ້າຄົນໄດ້ເສຍຊີວິດໃນວັນພຸດວານນີ້ ທີ່ໄດ້ຊ່ວຍບັນເທົາທຸກເຮີຣິເຄນດັ່ງກ່າວ.
ປະທານາທິບໍດີ ດໍໂນລ ທຣໍາ ໄດ້ຖືກແຈ້ງໃຫ້ຊາບກ່ຽວກັບເຮືອບິນຕົກ ແລະໄດ້ສົ່ງທວິດເຕີ້ ສະແດງຄວາມເສົ້າສະຫລົດໃຈ ໄປຍັງຄອບຄົວຂອງພວກເຄາະຮ້າຍ.
ເບິ່ງຄວາມເຫັນ (2)
ໂຫລດຄວາມເຫັນ ຕື່ມອີກ