ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

30 ຄົນຕາຍ ແລະ ຫຼາຍສິບຄົນ ບາດເຈັບ ໃນການໂຈມຕີ ໂຮງໝໍ ອັຟການິສຖານ


ປະຊາຊົນອັຟການິສຖານ ຮ້ອງໄຫ້ ຫຼັງຈາກການໂຈມຕີ ທີ່ໂຮງໝໍທະຫານ ໃນນະຄອນຫຼວງກາບູລ, ປະເທດ ອັຟການິສຖານ. 8 ມີນາ, 2017.
ປະຊາຊົນອັຟການິສຖານ ຮ້ອງໄຫ້ ຫຼັງຈາກການໂຈມຕີ ທີ່ໂຮງໝໍທະຫານ ໃນນະຄອນຫຼວງກາບູລ, ປະເທດ ອັຟການິສຖານ. 8 ມີນາ, 2017.

ພວກກະບົດຕິດອາວຸດ, ລວມທັງຢ່າງໜ້ອຍຄົນໜຶ່ງທີ່ປອມຕົວເປັນທ່ານໝໍ, ໄດ້ໂຈມຕີ
ໂຮງໝໍທະຫານທີ່ໃຫຍ່ທີ່ສຸດຂອງ ອັຟການິສຖານ ໃນນະຄອນຫຼວງ ກາບູລ ວັນພຸດມື້ນີ້, ເຮັດໃຫ້ຢ່າງໜ້ອຍ 30 ຄົນເສຍຊີວິດ ແລະ ບາດເຈັບອີກຫຼາຍສິບຄົນ.

ກຸ່ມຫົວຮຸນແຮງລັດອິສລາມໄດ້ອ້າງເອົາຄວາມຮັບຜິດຊອບ​ໃນການໂຈມຕີນີ້.

ຜູ້ເຫັນເຫດການໄດ້ເວົ້າວ່າ ການໂຈມຕີໄດ້ເລີ່ມຂຶ້ນດ້ວຍລະເບີດແຕກຢູ່ປະຕູໂຂງຂອງ
ໂຮງໝໍ 400 ຕຽງ Sardar Daud Khan ໃນໃຈກາງຂອງນະຄອນຫຼວງຕອນເຊົ້າຂອງ ວັນພຸດມື້ນີ້, ເຮັດໃຫ້ພວກໂຈມຕີຫຼາຍຄົນສາມາດເຂົ້າໄປໃນສະຖານທີ່ໄດ້.

ທ່ານໝໍຄົນໜຶ່ງຢູ່ໂຮງໝໍໄດ້້ກ່າວຕໍ່ບັນດານັກຂ່າວວ່າ “ຂ້າພະເຈົ້າກຳລັງກຽມພ້ອມທີ່ ຈະໄປຫ້ອງປະຕິບັດການ ບ່ອນທີ່ຄົນເຈັບຫຼາຍຄົນກຳລັງລໍຖ້າຂ້າພະເຈົ້າຢູ່ ໃນເວ
ລານັ້ນ ຂ້າພະເຈົ້າໄດ້ຍິນສຽງປືນ. ຂ້າພະເຈົ້າຄິດວ່າແມ່ນເພື່ອນຮ່ວມງານຂອງຂ້າ ພະເຈົ້າມາເຄາະປະຕູ. ຂ້າພະເຈົ້າກໍໄດ້ເປີດປະຕູ ແລະ ກໍເຫັນມືລະເບີດສະຫຼະຊີບ ຄົນໜຶ່ງໃສ່ເຄື່ອງເປັນທ່ານໝໍ. ລາວໄດ້ຍິງປືນໃສ່ຂ້າພະເຈົ້າ ແລະ ຂ້າພະເຈົ້າກໍໄດ້ ໄປລີ້ຢູ່ກ້ອງຂັ້ນໄດຢ່າງວ່ອງໄວ. ຄົນຮ້າຍຕໍ່ມາກໍໄດ້ຍິງປືນໃສ່ພະນັກງານອີກຄົນ ໜຶ່ງໃນເວລາທີ່ລາວໜີໄປອີກທາງ.”

ບັນດາເຈົ້າໜ້າທີ່ຮັກສາຄວາມປອດໄພໄດ້ກ່າວວ່າ ກອງກຳລັງ ອັຟການິສຖານ ແລະ ໜ່ວຍປາບປາມລັດທິກໍ່ການຮ້າຍໄດ້ຍິງປືນຕໍ່ສູ້ກັບພວກຜູ້ໂຈມຕີດ້ວຍອາວຸດຢ່າງໜັກ.

ຜູ້ເຫັນເຫດການໄດ້ກ່າວວ່າ ລົດໂຮງໝໍໄດ້ນຳສົ່ງຜູ້ເຄາະຮ້າຍໄປໂຮງໝໍພົນລະເຮືອນ
Wazir Akbar Khan ທີ່ຕັ້ງຢູ່ໃກ້ຄຽງ. ຜູ້ເຄາະຮ້າຍສ່ວນໃຫຍ່ເຊື່ອວ່າ ຈະແມ່ນພະນັກ ງານໃນໂຮງໝໍ. ບັນດາເຈົ້າໜ້າທີ່ສາທາລະນະສຸກໄດ້ກ່າວວ່າ ຕົວເລກຜູ້ບາດເຈັບ
ແລະ ເສຍຊີວິດອາດເພີ່ມສູງຂຶ້ນ.

​ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Afghanistan Attack
please wait
Embed

No media source currently available

0:00 0:01:30 0:00

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 29 ມີນາ 2024

XS
SM
MD
LG