ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຮລິຄອບເຕີຂອງ ກອງທັບຊີເຣຍ ຖືກຍິງຕົກ ຢູ່ໃກ້ນະຄອນຫຼວງ (ສະໄລດ໌ກັບວີດີໂອ)


ທຸງຊາດຊີເຣຍປິວສະບັດ ຢູ່ໃນນະຄອນຫຼວງດາມັສກັສ ບ່ອນທີ່ມີການສູ້ລົບກັນຢ່າງໜັກ ແລະພວກກະບົດອ້າງວ່າ ຕົນຍິງເຮືອບິນເຮລິຄອບເຕີ ຂອງກອງທັບຊີເຣຍ ຕົກລໍານຶ່ງ
ທຸງຊາດຊີເຣຍປິວສະບັດ ຢູ່ໃນນະຄອນຫຼວງດາມັສກັສ ບ່ອນທີ່ມີການສູ້ລົບກັນຢ່າງໜັກ ແລະພວກກະບົດອ້າງວ່າ ຕົນຍິງເຮືອບິນເຮລິຄອບເຕີ ຂອງກອງທັບຊີເຣຍ ຕົກລໍານຶ່ງ
​ໂທລະພາບ​ລັດ​ຂອງ​ທາງ​ການຊີ​ເຣຍ​ເວົ້າ​ວ່າ ​ເຮືອ​ບິນ​ເຮ​ລິ​ຄອບ​ເຕີ​ກອງ​ທັບ ​ໄດ້​ປະສົບ​ອຸບັດ​ຕິ​ເຫດຕົກ ​ຢູ່ໃກ້​ໆນະຄອນຫຼວງດາ​ມັສກັສ.

ລາຍ​ງານ​ເວົ້າ​ວ່າ ​ເຮືອບິນ​ດັ່ງກ່າວໄດ້ຕົກ​ ເມື່ອ​ວັນ​ພະຫັດ​ມື້ນີ້ ໃນ​ບໍລິ​ເວນ​ເຂດ​ຊານ​ເມືອງ ຄຸ້ມ Douma ​ແຕ່​ກໍ​ບໍ່​ໄດ້​ໃຫ້​ລາຍ​ລະອຽດຫຍັງ​ເພີ່ມ​ຕື່ມ.

ບັນດາ​ນັກ​ເຄື່ອນ​ໄຫວ​ຝ່າຍ​ຄ້ານ​ເວົ້າ​ວ່າ ພວກ​ກະບົດ​ໄດ້​ຍິງ​ເຮືອບິນ​ເຮ​ລິ ຄອບ​ເຕີ​ຕົກ. ພວກ​ນັກ​ລົບ​ທີ່​ຕໍ່ຕ້ານ​ປະທານາທິບໍດີ​ຊີ​ເຣຍທ່ານ Bashar al-Assad ​ເຄີຍ​ອ້າງວ່າ ຕົນ​ເປັນ​ຜູ້​ຍິງເຮືອບິນ​ເຮ​ລິ​ຄອບ​ເຕີ​ກອງທັບ​ຕົກມາ​ກ່ອນ​ແລ້ວ ​ໂຮມ​ທັງເມື່ອທ້າຍ​ເດືອນ​ຜ່ານ​ມາທີ່​ເມືອງຫຼວງດາ​ມັສກັສນັ້ນນໍາ.



Elizabeth Arrott ຜູ້​ສື່​ຂ່າວ​ວີ​ໂອ​ເອ ​ໄດ້​ລາຍ​ງານ​ວ່າ ​ມີ​ການ​ລະດົມ​ຍິງ ຢ່າງ​ໜັກ​ຢູ່​ໃນ​ນະຄອນຫຼວງ​ໃນ​ວັນ​ພະຫັດ​ມື້​ນີ້. ຜູ້​ສື່​ຂ່າວ Elizabeth ​ເວົ້າ ວ່າ ຫ້ອງ​ຮຽນຕ່າງໆ​ແມ່ນ​ແອ​ອັດ​ດ້ວຍ​ຝຸງ​ຊົນ ທີ່ຄຸ້ມ al Abbassiyin ທີ່​ບໍ່​ຫ່າງ​ໄກ​ ຈາກ​ບ່ອນ​ລະດົມ​ຍິງ​ນັ້ນ​ປານ​ໃດ​ໃນ​ຂະນະ​ທີ່​ບັນດາ​ພໍ່​ແມ່​ເອົາລູກໆ ​ຂອງ​ພວກ​ຕົນ​ເຂົ້າ​ໄປຫຼົບ​ໄພ ​ຈາກ​ເມືອງໃນ​ເຂດອ້ອມ​ແອ້ມບ່ອນ​ທີ່​ມີການ​ສູ້​ລົບ​ກັນ​ຢ່າງ​ດຸ​ເດືອດ​ນັ້ນ.

​ໃນ​ຂະນະ​ດຽວ​ກັນ ທ່ານ ພັນ ຄີ​ມູນ ​ເລຂາ​ທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ ກ່າວ​ວ່າ ທັງ​ຝ່າຍ​ລັດຖະບານ ​ແລະ​ຝ່າຍ​ຄ້ານ​ໃນ​ຊີ​ເຣຍເບິ່ງ​ຄື​ວ່າ ມີ​ຄວາມຕັ້ງ​ໃຈຈະແກ້​ໄຂວິ​ກິດ​ດັ່ງກ່າວ ດ້ວຍ​ການ​ໃຊ້​ກຳລັງ​ທະຫານ.

ທ່ານ​ ພັນ ຄີ​ມູນ ​ໄດ້​ບອກ​ພວກ​ນັກ​ຂ່າວ​ເມື່ອ​ວັນ​ພຸດ​ວານ​ນີ້ວ່າ ການ​ໃຊ້​ກຳ ລັງ​ທະຫານ​ ຈະ​ບໍ່ໃຫ້​ຄໍາ​ຕອບໃດໆ​ໄດ້ ​ແລະ​ວ່າ​ວິ​ກິດ​ການ​ດັ່ງກ່າວ​ ໜ້າຈະ​ຖືກ​ແກ້​ໄຂ​ໂດຍ​ຜ່ານ​ການ​ເຈລະຈາ​ກັນ​ທາງ​ການ​ເມືອງ.

ທ່ານ​ພັນ ຄີ​ມູນ​ ກ່າວ​ອີກ​ວ່າ ສະຖານະ​ການ​ໃນຊີ​ເຣຍ ຈະ​ເປັນ​ຫົວ​ຂໍ້​ສູງ ສຸດ​ ​ເວລາ​ທ່ານ​ພົບ​ປະ​ກັບ​ບັນດາ​ຜູ້​ນໍາ​ໂລກ​ທີ່​ກອງ​ປະຊຸມ​ສະມັດຊາ​ໃຫຍ່ ອົງການ​ສະຫະ​ປະຊາ​ຊາດ ​ໂດຍ​ກ່າວ​ວ່າກອງ​ປະຊຸມ​ຈະ​ຕ້ອງ​ທໍາ​ການ​ແກ້ ​ໄຂ​ສະຖານະ​ການ​ໃນ​ຊີ​ເຣຍຢ່າງ​ຮີບ​ດ່ວນ.

XS
SM
MD
LG