ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທະຫານ ໄດ້ຮັບ ຫຼາຍຕຳແໜ່ງ ສຳຄັນໆ ໃນຄະນະ ລັດຖະບານ ຊຸດໃໝ່ ຂອງ ເບີກີນາ ຟາໂຊ


ນາຍົກລັດຖະມົນຕີ ເບີກີນາ ຟາໂຊ ພັນ​ໂທ Isaac Zida ຮັບຟັງການປະກາດ ຊື່ ບັນດາລັດຖະມົນຕີ ຂອງຄະນະລັດຖະບານ ຂ້າມຜ່ານ ໃນນະຄອນຫລວງ ອົວກາດູກູ ໃນວັນທີ 23 ພະຈິກ 2014.
ນາຍົກລັດຖະມົນຕີ ເບີກີນາ ຟາໂຊ ພັນ​ໂທ Isaac Zida ຮັບຟັງການປະກາດ ຊື່ ບັນດາລັດຖະມົນຕີ ຂອງຄະນະລັດຖະບານ ຂ້າມຜ່ານ ໃນນະຄອນຫລວງ ອົວກາດູກູ ໃນວັນທີ 23 ພະຈິກ 2014.

ທະຫານ​ປະ​ເທດ​ເບີ​ກີ​ນາ ຟາ​ໂຊ ​ຍັງ​ກຳ​ ຫຼາຍ​ຕຳ​ແໜ່​ງລະ​ດັບສູງ
​ໃນ​ຄະນະ​ລັດຖະບານ​ຊຸດ​ໃໝ່ ທີ່ເປີດ​ເຜີຍ​ໃຫ້​ຊາບ ໃນ​ວັນ​ອາທິດ
​ວານ​ນີ້ 3 ອາທິດ ຫຼັງຈາກ​ກອງທັບ ​ໄດ້​ຍຶດອຳນາດ ​ເມື່ອ​ເກີດ​ການ
​ປະຕິວັດ​ທົ່ວ​ປະ​ເທດ.​

ພັນ​ໂທ Isaac Zida ຈະຍັງ​ດຳລົງ​ຕຳ​ແໜ່​ງ​ເປັນ ນາຍົກລັດຖະ
ມົນຕີ ​ແລະ ຍັງເປັນ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດຢູ່ຕາມ​ເດີມ.
ນອກນັ້ນ ກໍ​ເບິ່ງ​ຄື​ວ່າ ທະຫານ​ຈະ​ຄວບ​ຄຸມ​ອີກ 4 ກະຊວງ​ເຊັ່ນ:
ກະຊວງ​ພາຍ​ໃນ ​ແລະ​ບໍລິຫານ​ແດນດິນ ກະຊວງ​ກິລາ ກະຊວງ​
ທຳ​ມະ​ຊາດ​ແວດ​ລ້ອມ ​ແລະ ກະຊວງແຮ່​ທາດ.

ປະທານາທິບໍດີ ພົນ​ລະ​ເຮືອນ ລະຍະ​ຂ້າມ​ຜ່ານ ທ່ານ Michel Kafando ຍັງ​ຈະ​ຕ້ອງ​ຮັບ​ໜ້າ​ທີ່​ເປັນ ລັດຖະມົນຕີ​ຕ່າງປະ​ເທດ ຕໍ່​ໄປ.

​ອະດີດ​ປະທານາທິບໍດີ ​ເບີ​ກີ​ນາ ຟາ​ໂຊ ທ່ານ Blaise Compaore ​ໄດ້​ຖືກ​ກົດ​ດັນ ອອກ​ຈາກ​ອຳນາດ ​ໂດຍ​ການ​ປະ​ທ້ວງ​ຢ່າງ​ໃຫຍ່ ​ໃນ​ເດືອນຕຸລາ ຜ່ານ​ມາ ຫຼັງຈາກ ທ່ານ​ໄດ້​ທຳ​ການ​ດັດ​ແກ້ ລັດຖະທຳ​ມະນູນ ​ເພື່ອຈະ​ສືບ​ຕໍ່​ອຳນາດ ລະຍະ 27 ປີຜ່ານມາ ຂອງ​ທ່ານ.

ກອງ​ທະຫານ ທີ່​ນຳ​ໂດຍ ພັນ​ໂທ Zida ​ໄດ້​ເຂົ້າຄວບ​ຄຸມ​ປະ​ເທດ ​ແຕ່​ໄດ້​ຖືກ​ກົດ​ດັນ ​ໂດຍ​ສະຫະພາບ ອາ​ຟຣິກາ ​ເພື່ອ​ໃຫ້​ມອບ​ອຳນາດ​ໃຫ້​ແກ່​ປະທານາທິບໍດີ ພົນລະ​ເຮືອນ ຜູ້​ທີ່​ຈະ​ປົກຄອງ​ປະ​ເທດ ຈົນ​ກວ່າ​ຈະ​ມີ​ການ​ເລືອກ​ຕັ້ງ​ໃນ​ປີ 2015.

ພາຍ​ໃຕ້​ເງື່ອນ​ໄຂຕ່າງໆ ຂອງ​ກົດ​ບັນຍັດ​ລະ​ຍະ​ຂ້າມ​ຜ່ານ ທີ່​ໄດ້​ຕົກລົງ​ກັນ​ເມື່ອ​ຕົ້ນ​ເດືອນ​ພະຈິກ​ນີ້ ພັນ​ໂທ Zida ​ແລະ ທ່ານ Kafando ​ແມ່ນ​ບໍ່​ມີ​ສິດສະໝັກ​ເຂົ້າ​ແຂ່ງຂັນ​ ເປັນ​ປະທານາທິບໍດີ ​ໃນ​ປີໜ້າ​ນີ້.

XS
SM
MD
LG