ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີລາຍງານວ່າ ທະຫານ ມຽນມາ ກຳລັງປາບປາມ ກຸ່ມທະຫານບ້ານຕິດອາວຸດໃນລັດ ຈິນຂອງ ມຽນມາ


ພວກທະຫານມຽນມາ ແລະຕຳຫຼງດ ທຳການລາດຕະເວນ ໃນລັດກາຢາ, ທາງພາກຕາເວັນອອກຂອງມຽນມາ, ເມື່ອວັນທີ 23 ພຶດສະພາ 2021.
ພວກທະຫານມຽນມາ ແລະຕຳຫຼງດ ທຳການລາດຕະເວນ ໃນລັດກາຢາ, ທາງພາກຕາເວັນອອກຂອງມຽນມາ, ເມື່ອວັນທີ 23 ພຶດສະພາ 2021.

ທະຫານຂອງມຽນມາ ຫຼື ທັດມາດໍ ທີ່ເປັນຊື່ທາງການຂອງກອງທັບມຽນມາ ກຳລັງປາບປາມພວກກຸ່ມທະຫານບ້ານຢູ່ໃນລັດຈິນທາງພາກຕາເວັນຕົກຂອງປະເທດ ທີ່ມີຊາຍແດນຕິດກັບອິນເດຍແລະບັງກລາແດັສ ໂດຍສະເພາະແມ່ນຊາວຄຣິສຕຽນ ອີງຕາມກຸ່ມຕິດອາວຸດຊົນເຜົ່າຕ່າງໆ ແລະບັນດາຜູ້ນຳຊຸມຊົນ ລວມທັງພົນລະເມືອງໃນທ້ອງຖິ່ນ.

ໃນຂະນະທີ່ລັດຖະບານປົກຄອງໂດຍທະຫານ ຫຼືສະພາບໍລິຫານແຫ່ງລັດ (SAC) ແນເປົ້າໝາຍໃສ່ພວກພົນລະເຮືອນແລະຕຶກອາຄານຕ່າງໆຂອງສາສະໜາ ໃນຄວາມພະຍາຍາມທີ່ຈະເອົາຊະນະກຸ່ມປະກອບອາວຸດທ້ອງຖິ່ນຢູ່ນີ້ ພົນລະເມືອງໃນທ້ອງຖິ່ນແມ່ນດຳລົງຊີວິດໃນຄວາມຕື່ນຕົກໃຈ ແລະຫຼາຍຄົນໄດ້ພາກັນປະຖິ້ມທຸກຢ່າງໜີອອກຈາກໝູ່ບ້ານຂອງພວກເຂົາ ອີງຕາມການກ່າວຂອງບັນດາຜູ້ນຳຊຸມຊົນແລະສາສະໜາ.

ປະຊາກອນຂອງລັດຈິນ ຫຼາຍກວ່າ 90 ເປີເຊັນແມ່ນຊາວຄຣິສຕຽນ.

ນັບຕັ້ງແຕ່ຕົ້ນເດືອນຕຸລາ ສະພາບໍລິຫານແຫ່ງລັດ ຫຼື SAC ໄດ້ສົ່ງກຳລັງທະຫານຂະໜາດໃຫຍ່ເຂົ້າໄປໃນລັດຈິນໂດຍຜ່ານເຂດມາກເວ (Magway) ແລະຊາກຽງ (Sagaing) ທີ່ຢູ່ໃກ້ຄຽງເພື່ອເອົາຊະນະພວກກຸ່ມຕິດອາວຸດໃນທ້ອງຖິ່ນ. ກຸ່ມທີ່ສຳຄັນແມ່ນກຸ່ມແນວໂຮມຈິນແຫ່ງຊາດ ຫຼື CNF ທີ່ໄດ້ກໍ່ຕັ້ງຂຶ້ນໃນປີ 1988. ສ່ວນກຸ່ມອື່ນ ທີ່ໄດ້ເກີດຂຶ້ນມາຫຼັງຈາກການກໍ່ລັດຖະປະຫານໃນເດືອນກຸມພາ ກໍມີ ກອງກຳລັງປ້ອງກັນດິນແດນຈິນ, ກອງກຳລັງປ້ອງກັນຈິນແຫ່ງຊາດ ແລະໜ່ວຍຕໍ່ຕ້ານຜະເດັດການຕ່າງໆ ທີ່ເອີ້ນວ່າ ກອງກຳລັງປ້ອງກັນຂອງປະຊາຊົນ.

ບັນດາເຈົ້າໜ້າທີ່ຂອງກຸ່ມແນວໂຮມຈິນແຫ່ງຊາດ ແລະ ພວກນັກລົບຕໍ່ຕ້ານຈາກກຸ່ມອື່ນໆ ໄດ້ກ່າວຕໍ່ວີໂອເອວ່າ ດຽວນີ້ກຳລັງທະຫານຂອງຜະເດັດການ ໄດ້ປະຈຳການຢູ່ໃນເມືອງຮາຄາ (Hakha) ທີ່ເປັນເມືອງເອກຂອງລັດຈິນ ແລະຢູ່ໃນຕົວເມືອງ ມິນດັດ, ຄານເປັດເລັດ, ຟາລາມ ແລະ ທັນລັງ ທີ່ຢູ່ໃກ້ຄຽງ ສຳລັບປະຕິບັດການທາງທະຫານ.

ພວກທະຫານທັດມາດໍ ໄດ້ສູ້ລົບກັບພວກກຸ່ມຕິດອາວຸດທ້ອງຖິ່ນຕະຫຼອດເສັ້ນທາງຜ່ານຫົວເມືອງທັງຫຼາຍດັ່ງກ່າວ. ກອງກຳລັງຜະເດັດການໄດ້ຍິງປືນໃຫຍ່ເຂົ້າໃສ່ຄຸ້ມບ້ານຕ່າງໆແລະດຳເນີນການເຂັ່ນຂ້າ ຈັບກຸມໂດຍຮວບຮັດຕັດຕອນ ແລະຄຸມຂັງ ທໍລະມານ ແລະຍຶດຊັບສິນຢ່າງຜິດກົດໝາຍ ອີງຕາມການກ່າວຂອງພວກຜູ້ເຫັນເຫດການ ແລະລາຍງານຂອງສື່ມວນຊົນທີ່ມີຫ້ອງການຕັ້ງຢູ່ໃນລັດຈິນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG