ບັນດາເຈົ້າໜ້າທີ່ປາກິສຖານກ່າວວ່າ ພວກເດັກນ້ອຍປະມານ 250.000 ຄົນ ຢູ່ໃນພາກຕາເວັນຕົກສຽງເໜືອຂອງປະເທດຄົງຈະບໍ່ໄດ້ຮັບການສັກຢາວັກຊີນ ປ້ອງກັນໂປລິໂອ ເນື່ອງຈາກການຂົ່ມຂູ່ຂອງພວກຫົວຮຸນແຮງ.
ທ່ານ Aftab Akbar Durrani ລັດຖະມົນຕີກິດຈະການສັງຄົມໃນເຂດຊົນເຜົ່າຂອງລັດຖະບານ
ກາງປາກິສຖານກ່າວຕໍ່ວີໂອເອພະແນກພາສາ Urdu ໃນວັນສຸກນີ້ວ່າ ເດັກນ້ອຍປະມານ 150
ພັນຄົນ ໃນເຂດ Waziristan ເໜືອ ແລະອີກ 100.000 ໃນເຂດ Waziristan ໃຕ້ກໍາລັງພາ
ກັນສ່ຽງຕໍ່ການບໍ່ໄດ້ສັກຢາ ໃນລະຫວ່າງການປຸກລະດົມເປັນເວລາ 3 ມື້ຕໍ່ຕ້ານພະຍາດໂປລິໂອ
ຊຶ່ງຈະເລີ້ມໃນວັນຈັນນີ້.
ເຂດຊົນເຜົ່າທີ່ຢູ່ຕິດກັບຊາຍແດນອັຟການິສຖານເຫຼົ່ານີ້ ແມ່ນຮູ້ກັນດີວ່າເປັນບ່ອນຫຼົບລີ້ຂອງ
ພວກ Taliban ແລະພວກຫົວຮຸນແຮງທີ່ເປັນເຄືອຂ່າຍຂອງກຸ່ມກໍ່ການຮ້າຍ al-Quaida.
ໃນເດືອນແລ້ວນີ້ ກຸ່ມຫົວຮຸນແຮງທີ່ມີຖານປະຕິບັດງານຢູ່ Waziristan ເໜືອໂດຍການນໍາພາຂອງນາຍ Hafiz Gul Bahadur ໄດ້ເຕືອນໜ່ວຍສັກຢາຕໍ່ ຕ້ານໂປລິໂອວ່າ ບໍ່ໃຫ້ເຂົ້າໄປສັກຢາໃຫ້ພວກເດັກນ້ອຍໃນເຂດຊົນເຜົ່າ ຖ້າບໍ່ດັ່ງນັ້ນ “ຈະປະເຊີນໜ້າກັບຜົນທີ່ຕິດຕາມມາ.” ພວກຫົວຮຸນແຮງ ກ່າວຫາວ່າ ການພະຍາຍາມສັກຢາວັກຊີນປ້ອງກັນນີ້ ແມ່ນເພື່ອນຳໃຊ້ໃນການເກັບກຳຂໍ້ມູນສຳຫຼັບການໂຈມຕີຈາກເຮືອບິນທີ່ບໍ່ມີຄົນຂັບຂອງສະຫະລັດຢູ່ໃນຂົງເຂດຕາມທີ່ ມີການສົງໄສກັນນັ້ນ.
ກູ່ມຫົວຮຸນແຮງໄດ້ອ້າງເອົາກໍລະນີຂອງທ່ານໝໍປາກິສຖານ ທີ່ຖືກຄຸກຢູ່ໃນເວລາ ນີ້ ທີ່ຖືກກ່າວຫາວ່າ ຈັດການສັກຢາຂີ້ຕົ້ວະຂຶ້ນ ເພື່ອຊ່ວຍອົງການ CIA ເກັບ ກຳຕົວຢ່າງ DNA ເພື່ອໃຫ້ການຢືນຢັນວ່າ ນາຍ Osama Bin Laden ຢູ່ໃນເຮືອນຫຼັງນຶ່ງ ທີ່ເມືອງ Avvottabad ໃນປາກິສຖານແທ້.
ກໍາລັງພິເສດ ຂອງສະຫະລັດໄດ້ສັງຫານຜູ້ນໍາກຸ່ມ al-Qaida ໃນການບຸກເຂົ້າໄປໂຈມຕີໃນເດືອນພຶດສະພາ ປີ 2011. ໃນຕົ້ນປີນີ້ ສານປາກິສຖານໄດ້ຕັດ ສິນລົງໂທດ ທ່່ານໝໍ Afridi ໃນຖານໃຫ້ການຊ່ວຍເຫລືອແກ່ກຸ່ມຫົວຮຸນແຮງ ຊຶ່ງເປັນການເຄື່ອນໄຫວທີ່ຖືກຕິຕຽນຢ່າງໜັກຈາກສະຫະລັດອາເມຣິກາ.