ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ພວກຫົວຮຸນແຮງ ມຸສລິມ ຈັບຄຸນພໍ່ ແລະ ຄົນອື່ນ ເປັນຕົວປະກັນ ໃນຟີລິບປິນ


ພວກກຳລັງທະຫານຂອງລັດຖະບານ ໄດ້ສະແດງທ່າທາງ ໃນຂະນະທີ່ ລົດຫຸ້ມເກາະບັນທຸກທະຫານ ກຳລັງຂັບຜ່ານໄປ ຊຶ່ງປະຈຳການຢູ່ຕາມຖະໜົນຫຼວງ ຂອງເມືອງ Pantar, ເມືອງ Lanao Del Norte, ຫລັງຈາກພວກປະຊາຊົນ ເລີ່ມຍົກຍ້າຍອອກ ຈາກເມືອງ Marawi ທາງພາກໃຕ້ ຂອງຟີລິບປິນ, ວັນທີ 24 ພຶດສະພາ 2017.
ພວກກຳລັງທະຫານຂອງລັດຖະບານ ໄດ້ສະແດງທ່າທາງ ໃນຂະນະທີ່ ລົດຫຸ້ມເກາະບັນທຸກທະຫານ ກຳລັງຂັບຜ່ານໄປ ຊຶ່ງປະຈຳການຢູ່ຕາມຖະໜົນຫຼວງ ຂອງເມືອງ Pantar, ເມືອງ Lanao Del Norte, ຫລັງຈາກພວກປະຊາຊົນ ເລີ່ມຍົກຍ້າຍອອກ ຈາກເມືອງ Marawi ທາງພາກໃຕ້ ຂອງຟີລິບປິນ, ວັນທີ 24 ພຶດສະພາ 2017.

ພວກຫົວຮຸນແຮງຈັດ ມຸສລິມ ໃນປະເທດຟີລິບປິນ ໄດ້ຈັບຄຸນພໍ່ສາສະໜາກາໂທລິກ
ແລະບຸກຄົນອື່ນໆ ຢູ່ໃນທ້ອງຖິ່ນ ​ໄປເປັນຕົວປະກັນ ຫຼັງຈາກທີ່ໄດ້ບຸກເຂົ້າໄປໃນ
ພະວິຫານແຫ່ງນຶ່ງ ຢູ່ທີ່ເມືອງ Marawi ​ໃນພາກໃຕ້ຂອງປະ​ເທດ.

ພະສັງຄະລາດ Socrates Villega ປະທານ ຂອງກອງປະຊຸມບັນດາພະສັງຄະລາດ
ສາສະໜາກາໂທລິກ ຂອງຟີລິບປິນ ໄດ້ກ່າວວ່າ ພວກຕົວປະກັນດັ່ງ ກ່າວ ປະກອບມີ
ພວກທີ່​ໄປ​ສວດ​ມົນ​ພາວະນາ 10 ຄົນ ແລະ ພະນັກງານຂອງໂບດ 3 ຄົນ ແລະ ວ່າ
ພວກຫົວຮຸນແຮງ ໄດ້ຮຽກຮ້ອງໃຫ້ລັດຖະບານ ຖອນກຳລັງຂອງຕົນ ອອກໄປຈາກ
​ເຂດ​ດັ່ງກ່າວ.

ເມືອງ ມາຣາວີ ຂອງຟີລິບປິນ
ເມືອງ ມາຣາວີ ຂອງຟີລິບປິນ

ຄວາມຮຸນແຮງຢູ່ໃນເມືອງ Marawi ໄດ້ເລີ່ມຂຶ້ນ ໃນວັນອັງຄານວານນີ້ ເວລາ ກຳລັງ
ຮັກສາຄວາມປອດໄພ ໄດ້ບຸກເຂົ້າໄປໃນເຂດຫລົບລີ້ ຂອງທ້າວ Isnilon Hapilon
ຜູ້ບັນຊາການ ກຸ່ມ Abu Sayyaf ຜູ້ທີ່ໄດ້ປະກາດຄວາມຈົງຮັກພັກດີ ຕໍ່
ກຸ່ມລັດອິສລາມ.

ປະທານາທິບໍດີ ຟີລິບປິນ ທ່ານ Rodrigo Duterte ໄດ້ປະກາດກົດໄອຍະການເສີກ
ເປັນເວລາ 60 ວັນ ໃນ ແຂວງ Mindanao ທາງພາກໃຕ້ຂອງປະເທດ ຊຶ່ງປະກອບ
ດ້ວຍເມືອງ Marawi.

ທ່ານໄດ້ກ່າວໃນວັນພຸດວານນີ້ ວ່າ ທ່ານຈະພິຈາລະນາໃຊ້ ກົດໄອຍະການເສີກ ໃນ
ພາກສ່ວນອື່ນໆຂອງປະເທດ ຖ້າຫາກພວກຫົວຮຸນແຮງຂະຫຍາຍການເຄື່ອນໄຫວ
ອອກໄປ.

ລັດຖະມົນຕີກະຊວງປ້ອງກັນປະເທດ ທ່ານ Delfin Lorenzana ໄດ້ກ່າວວ່າ ພວກ
ມືປືນ ຫຼາຍສິບຄົນ ໄດ້ເຂົ້າຍຶດເອົາໂຮງການເມືອງ ໃນເມືອງ Marawi ແລະ ໄດ້ເຜົາ
ໂບດແຫ່ງນຶ່ງ ແລະ ເຮືອນຊານຂອງ​ປະຊາຊົນ ໃນການບຸກໂຈມຕີ ທີ່ໄດ້ສັງຫານ
ທະຫານ ຢ່າງໜ້ອຍ 2 ຄົນ ແລະ ເຈົ້າໜ້າທີ່ຕຳຫຼວດ ຄົນນຶ່ງ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG