ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກຫົວຮຸນແຮງ ໂຈມຕີຂະບວນລົດ ໃນແຂວງບາລູຈິສຖານ ຂອງປາກິສຖານ


ແຜນທີ່ສະແດງໃຫ້ເຫັນເຂດແຂວງ ບາລູຈິສຖານ ໃນປາກິສຖານ
ແຜນທີ່ສະແດງໃຫ້ເຫັນເຂດແຂວງ ບາລູຈິສຖານ ໃນປາກິສຖານ

ປາກິສຖານ ໄດ້ກ່າວໃນວັນພະຫັດວານນີ້ ວ່າ ພວກຫົວຮຸນແຮງຕິດອາວຸດຄົບຊຸດ ໄດ້ດັກໂຈມຕີຂະບວນລົດ ຢູ່ໃນແຂວງບາລູຈິສຖານທາງພາກຕາເວັນຕົກສຽງໃຕ້ຂອງຕົນ ແລະໄດ້ສັງຫານພະນັກງານຮັກສາຄວາມປອດໄພ ຢ່າງໜ້ອຍ 14 ຄົນ.

ຖະແຫລງການຂອງກອງທັບສະບັບນຶ່ງ ໄດ້ກ່າວວ່າ ຂະບວນລົດດັ່ງກ່າວ ໄດ້ບັນທຸກ ພະນັກງານຂອງກົມນ້ຳມັນເຊື້ອໄຟແລະແກັສ ຈາກເມືອງ ເຈີວາດາ ໄປຫານະຄອນ ກາຣາຈີ ເມື່ອຂະບວນລົດ ໄດ້ຖືກໂຈມຕີ ຈາກພວກມືປືນກຸ່ມໃຫຍ່ກຸ່ມນຶ່ງ ຢູ່ທີ່ທາງຫຼວງສາຍຫຼັກ ແຄມຝັ່ງທະເລ ທີ່ເຊື່ອມຕໍ່ທັງສອງເມືອງດັ່ງກ່າວນັ້ນ.

ຖະແຫລງການໄດ້ກ່າວຕື່ມອີກວ່າ ກຳລັງທະຫານທີ່ຕິດຕາມໄປນຳລົດຫຼາຍຄັນຂອງພົນລະເຮືອນນັ້ນ ໄດ້ຕໍ່ສູ້ກັບພວກຄົນຮ້າຍ ໃນການຍິງຕອບໂຕ້ກັນ ຢ່າງດຸເດືອດ. ຖະແຫລງການໄດ້ໃຫ້ຂໍ້ສັງເກດວ່າ “ຍັງໄດ້ມີການເສຍຫາຍຫຼາຍສົມ ຄວນໃນສິ່ງທີ່ໄດ້ເກີດຂຶ້ນ ໂດຍພວກກໍ່ການຮ້າຍ” ແລະ “ປະສິດທິພາບໃນການຮັບມືດ້ານຄວາມປອດໄພໄດ້ຮັບປະກັນ “ການອອກໄປດ້ວຍຄວາມປອດໄພຈາກພື້ນທີ່ນັ້ນ” ຂອງພວກພົນລະເຮືອນໝົດທຸກຄົນ ທີ່ຢູ່ໃນຂະບວນລົດ.

ຖະແຫລງການໄດ້ປະຕິຍານວ່າ “ການກະທຳທີ່ຂີ້ຂາດຕາຂາວເຊັ່ນນັ້ນ ໂດຍກຸ່ມພວກສັດຕູເພື່ອກໍ່ວິນາດສະກຳຕໍ່ຄວາມສະຫງົບສຸກ ສະຖຽນລະພາບ ແລະການພັດທະນາທາງດ້ານເສດຖະກິດໃນແຂວງບາລູຈິສຖານ ບໍ່ຄວນອະນຸດຍາດໃຫ້ປະສົບຜົນສຳເລັດຢ່າງເດັດຂາດ.”

ນາຍົກລັດຖະມົນຕີ ອິມຣານ ຄານ ໄດ້ກ່າວປະນາມການໂຈມຕີຮ້າຍແຮງນັ້ນ ແລະໄດ້ສັ່ງການໃຫ້ສືບສວນສອບສວນຢ່າງຮີບດ່ວນ.

ກຸ່ມຊົນເຜົ່າບາລູຈ ແບ່ງແຍກດິນແດນ ໄດ້ອ້າງເອົາຄວາມຮັບຜິດຊອບໃນການໂຈມຕີຮ້າຍແຮງນີ້. ການຕໍ່ສູ້ເພື່ອແບ່ງແຍກດິນແດນ ໄດ້ງຽບລົງມາໄດ້ຫຼາຍປີແລ້ວ ຢູ່ໃນເຂດບາລູຈິສຖານ ບ່ອນທີ່ມີປະຊາຊົນອາໄສຢູ່ຢ່າງກະຈັດກະຈາຍ ແຕ່ບັນດາເຈົ້າໜ້າທີ່ຂອງທະຫານ ກ່າວວ່າ ການປາບປາມແບບຍືນຍົງ ໃນບໍ່ເທົ່າໃດປີຜ່ານມານັ້ນ ໄດ້ເຮັດໃຫ້ການເຄື່ອນໄຫວຊຸດໂຊມລົງ.

ການໂຈມຕີແບບເປັນບາງຄັ້ງບາງຄາວຕໍ່ກຳລັງຮັກສາຄວາມປອດໄພ ແມ່ນຍັງມີຢູ່ເລື້ອຍມາ. ບາງຄັ້ງ ພວກພະນັກງານຈີນ ທີ່ມີສ່ວນພົວພັນນຳການໃຫ້ທຶນຂະໜາດໃຫຍ່ຂອງຈີນ ສຳລັບການພັດທະນາພື້ນຖານໂຄງລ່າງຕ່າງໆ ຢູ່ໃນແຂວງດັ່ງກ່າວຂອງປາກິສຖານ ກໍໄດ້ຕົກເປັນເປົ້າໝາຍເຊັ່ນກັນ.

ພວກຫົວຮຸນແຮງ ທີ່ມີຄວາມເຊື່ອມໂຍງກັບກຸ່ມຕາລີບານຂອງປາກິສຖານ ແລະ ກຸ່ມລັດອິສລາມຍັງປະຕິງານຢູ່ໃນແຂວງບາລູຈິສຖານ ຊຶ່ງເປັນແຂວງທີ່ອຸດົມສົມ ບູນໄປດ້ວຍຊັບພະຍາກອນແຮ່ທາດ ແລະແກັສທຳມະຊາດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG