ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ພວກຫົວ​ຮຸນ​ແຮງ​ ໃນ​ອີຣັກ ​​ເຂົ້າ​ຍຶດ​​ ໂຮງການ​ແຂວງ ​​ໃນ​ເມືອງ Mosul (ວີດີໂອ/ສະໄລດ໌)


Iraq SOTVO
please wait
Embed

No media source currently available

0:00 0:01:05 0:00
ພວກຫົວ​ຮຸນ​ແຮງ​ໃນ​ອີຣັກ ​ໄດ້​ເຂົ້າ​ຍຶດ​ເອົາ​ຕຶກ​ອາຄານ​ໂຮງການ
​ແຂວງ ​ແລະ​ຕຶກ​ຫຼັງ​ອື່ນໆ ​ໃນ​ເມືອງ Mosul ທາງ​ພາກ​ເໜືອ​ຂອງ
​ປະ​ເທດ.

​ເຈົ້າໜ້າ​ທີ່​ໄດ້​ກ່າວ ​ໃນ​ວັນ​ອັງຄານ​ມື້​ນີ້​ວ່າ ພວກ​ຫົວ​ຮຸນ​ແຮງ
ທີ່​ມີ​ອາວຸດ​ຄົບ​ມື ​ໄດ້​ເຂົ້າ​ຍຶດ ຕຶກ​ໂຮງການ​ແຂວງ ​ໃນ​ຄື​ນ​ແລ້ວນີ້
ຫຼັງ​ຈາກ​ໄດ້​ຕໍ່ສູ້​ກັນ​ມາ​ເປັນ​ເວລາ​ຫຼາຍ​ໆມື້​ແລ້ວ ​ໃນ​ເມືອງ​ໃຫຍ່​
ອັນ​ດັບ 2 ຂອງ​ອີຣັກ ຊຶ່ງ​ຕັ້ງ​ຢູ່​ປະມານ 350 ກິ​ໂລ​ແມັດ ​ໄປ​ທາງ​
ເໝືອຂອງ​ນະຄອນຫຼວງ Baghdad.

ກອງ​ກຳລັງ​ຮັກສາ​ຄວາມ​ປອດ​ໄພ​ຂອງ​ອີຣັກ ​ແມ່ນ​ພວມ​ພົບ​ກັບ​
ຄວາມ​ຫຍຸ້ງຍາກ ​ໃນ​ການ​ຫາ​ທາງ​ຂັດຂວາງ​ບໍ່​ໃຫ້​ພວກ​ຫົວ​ຮຸນ​ແຮງ ​ເຂົ້າ​ຍຶດ​ເອົາ​ຫຼາຍໆ​ເຂດ​ຂອງ​ປະ​ເທດ. ​ໃນ​ຕົ້ນປີນີ້ ພວກ​ຮຸນ​ແຮງ ກໍ​ໄດ້​ເຂົ້າ​ຍຶດ​ເອົາ​ເມືອງ Fallujah.

ອີຣັກກຳລັງ​ຮັບ​ມື​ກັບ​ຄວາມ​ຮຸນ​ແຮງ​ທີ່​ຮ້າຍ​ແຮງ​ສຸດ ນັບ​ຕັ້ງ​ແຕ່​ປີ 2008 ​ເປັນ​ຕົ້ນ​ມາ​ໂດຍ​ທີ່​
ທາງ​ອົງການ​ສະຫະ​ປະຊາ​ຊາດ ​ໄດ້​ໂຕ​ແລກ​ຂອງ​ສະຫະ​ປະຊາ​ຊາດ ສະ​ແດງ​ໃຫ້​ເຫັນວ່າ
ມີ​ຜູ້​ຄົນ​ປະມານ 4,500 ຄົນ ​ເສຍ​ຊີວິດ​ໄປ​ໃນ​ປີ​ນີ້. ມີ​ຫຼາຍ​ກວ່າ 900 ຄົນ ​ໄດ້​ຖືກສັງຫານ
​ໃນ​ເດືອນ​ແລ້ວ​ນີ້.
XS
SM
MD
LG