ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໓໐ ພຶດສະພາ ໒໐໒໓

ພວກຕາລີບັນ ຍຶດເມືອງ Kunduz​ ໃນການໂຈມຕີ ຢູ່ ອັຟການິສຖານ


ທະຫານຮັກສາຄວາມປອດໄພ ກວດຍາມ ຖ້າມກາງການຕໍ່ສູ້ທີ່ກຳລັງດຳເນີນຢູ່ ລະຫວ່າງພວກ ຫົວຮຸນແຮງ ຕາລີບັນ ແລະ ທະຫານຮັກສາຄວາມບອດໄພ ອັຟການິສຖານ ໃນເມືອງ Kunduz, ເມືອງຫຼວງຂອງແຂວງ Kunduz ທາງພາກຕາເວັນອອກສຽງເໜືອຂອງ ອັຟການິສຖານ. 28 ກັນຍາ, 2015.

ພວກ​ຫົວ​ຮຸນ​ແຮງ ຕາ​ລີ​ບັນ ກ່າວ​ວ່າ ພວກ​ເຂົາ​ເຈົ້າໄດ້ຍຶດ​ເອົາ ເມືອງ Kunduz​
ທາງພາກເໜືອຂອງອັຟການິສຖານ ຫຼັງຈາກທີ່ໄດ້ວາງແຜນຍຸດທະສາດ ກ່ອນດຳເນີນການໂຈມຕີຈາກຫຼາຍທິດທາງ.

​ແຫຼ່ງຂ່າງ​ທ້ອງ​ຖິ່ນ​ລາຍ​ງານ​ວ່າ ກຸ່ມ​ຫົວ​ຮຸ່ນ​ແຮງ ​ໄດ້​ຍຶດ​ເອົາ​ສຳນັກງານ​ແຂວງ ​ໂຮງພະຍາບານ​ທີ່​ມີ 200 ຕຽງ ​ແລະ​ຕຶກ​ສຳນັກງານ​ອື່ໜມອີກ​ນຳ.

ຕຳຫຼວດ​ກ່າວ​ວ່າ ການ​ປະ​ທະ​ກັນ​ໜັກໜ່ວງ​ໃນ​ເມືອງ Kunduz ​ແຕ່​ບໍ່​ໄດ້ຢືນຢັນ​ວ່າ​ກຸ່ມ
ຕາ​ລີ​ບັນ ໄດ້ຍຶດ​ເອົາ​ຈຸດ​ສຳຄັນໃດໆ​ເທື່ອ.

ໂຄສົກ​ກະຊວງ​ພາຍ​ໃນ ທ່ານ Sedig Sedigi ບອກກັບ VOA ກອງກຳລັງຮັກສາຄວາມ ປອດໄພແຫ່ງຊາດ ໄດ້ສັງຫານກຸ່ມຫົວຮຸນແຮງເກືອບ 25 ຄົນ ແລ້ວ ແຕ່ບໍ່ໄດ້ມີຜູ້ໃດບາດ ເຈັບລົ້ມຕາຍຈາກກອງກຳລັງ ອັຟການິສຖານ. “ພວກຕໍ່ຕ້ານ​ລັດຖະບານ​ໄດ້​ມີ​ສ່ວນ​ຮ່ວມ​ໃນ​ການ​ຕໍ່ສູ້​ທີ່​ດຸ​ເດືອດໃນ​ເມືອງ Kunduz ​ຕັ້ງ​ແຕ່ເດືອນ​ເມສາ​ທີ່​ຜ່ານ ​ເຊິ່ງ​ເມືອງ​ດັ່ງກ່າວ​ຄັ້ງ​ໜຶ່ງ​ເຄີຍ​ເປັນ​ເມືອງ​ທີ່​ງຽບ​ສະຫງົບ.”

ວັນ​ອາທິດ​ວານ​ນີ້​ຢູ່​ພາກ​ຕາ​ເວັນ​ອອກ​ຂອງ ອັ​ຟກາ​ນິສຖານ, ບັນດາ​ເຂົ້າ​ໜ້າ​ທີ່​ໄດ້​ກ່າວ​ວ່າ ພວກ​ຫົວ​ຮຸນ​ແຮງ​ລັດ​ອິສລາມ ຫຼາຍ​ຮ້ອຍ​ຄົນ​ໄດ້​ຕັ້ງ​ການ​ໂຈມ​ຕີ​ພ້ອມ​ກັນ​ໃນ​ຕອນ​ເຊົ້າ​ມືດ​ ​ໃສ່ຄ້າຍ​ທະຫານຮັກສາ​ຄວາມ​ປອດ​ໄພ​ທີ່​ສຳຄັນ​ໃນແຂວງ Nangarhar. ​ແຕ່ທະຫານ
​ອັ​ຟກາ​ນິສຖານ ​ໄດ້ບັງຄັບ​ໃຫ້​ພວກ​ຫົວ​ຮຸນ​ແຮງ​ຕ້ອງ​ຖອຍ​ໂຕ​ອອກ​ໄປ.

ບັນດາ​ເຈົ້າ​ໜ້າ​ທີ່​ໄດ້​ກ່າວ​ວ່າ ມັນ​ເປັນ​ການ​ໂຈມ​ຕີ​ໃຫຍ່​ຄັ້ງ​ທຳ​ອິດ​ໂດ​ຍ ພວກ​ຫົວ​ຮຸນ​ແຮງ ລັດ​ອິ​ດສລາມ ຕໍ່​ທະຫານ​ ອັ​ຟກາ​ນິສຖານ, ​ເຊິ່ງໄດ້​ເກີດ​ຂຶ້ນ​ຫຼັງ​ຈາກ​ຫຼາຍ​ເດືອນ​ຂອງ​ການ ລາຍ​ງານ​ວ່າ ກຸ່ມພວກ​ຫົວ​ຮຸນ​ແຮງໄດ້​ມີ​ກຳລັງ​ທີ່​ແຂງ​ແກ່ນ​ຫຼາຍ​ຂຶ້ນ​ເລື້ອຍ​ໆ​ໃນ ອັຟກາ​ນິສ​ຖານ.

ລາຍ​ງານ​ກ່າວ​ວ່າ ພ​ວກຫົວ​ຮຸນແຮງ 85 ຄົນ ​ແລະ ຕຳຫຼວດ​ ​ອັ​ຟກາ​ນິສຖານ 3 ຄົນ​ໄດ້​ຖືກ​ຂ້າ​ຕາຍ. ​ເຈົ້າ​ຄອງ​ແຂວງ Achin ທ່ານ Haji Ghalib Mujahid ​ໄດ້​ກ່າວ​ຕໍ່​ວີ​ໂອ​ເອ ​ໃນ​ນະຄອນຫຼວງ Islamabad ວ່າ ພວກ​ຫົວ​ຮຸນ​ແຮງ​ທີ່​ຕິດ​ອາວຸດ​ໜັກ​ສ່ວນໃຫຍ່​ແມ່ນ​ຄົນ
ປາ​ກິ​ສຖານ.

​ເຊັ່ນ​ດຽວ​ກັນ ​ໃນ​ວັນ​ອາທິດ​ວານ​ນີ້, ​ມື​ລະ​ເບີດ​ສະຫຼະ​ຊີ​ບຄົນ​ໜຶ່ງ​ໄດ້​ລະ​ເບີດ​ຕົນ​ເອງ​ໃນ​ການ​ແຂ່ງຂັນ​ກິລາ​ຕີ​ບານ ທີ​ແຂວງ Paktika, ໄດ້​ເຮັດ​ໃຫ້​ຢ່າງ​ໜ້ອຍ 9 ຄົນ​ເສຍ​ຊີວິດ ​ແລະ ບາດ​ເຈັບ​ປະມານ 50. ​ແຕ່​ບໍ່​ມີ​ໃຜ​ອອກ​ມາ​ອ້າງຄວາມ​ຮັບຜິດຊອບ.

ກິດຈະກຳ​ທີ່​ເພີ່ມຂຶ້ນ​ໂດຍພວກ​ຫົວ​ຮຸນ​ແຮງ, ​ໂດຍ​ສະ​ເພາະ​ໃນ​ແຂວງ Nangarhar ​ເຊິ່ງ​ເປັນ​ບ່ອນ​ທີ່​ພວກ​ເຂົາ​ໄດ້​ຕໍ່ສູ້​ກັບ​ພວກ ຕາ​ລີ​ບານ, ​ແລະ ​ໄດ້​ສ້າງ​ຄວາມ​ກົດ​ດັນ​ໃສ່​ທະຫານ​ນັກ​ສາ​ຄວາມ​ປອດ​ໄພ ອັ​ຟກາ​ນິສ​ຖານ ​ເພື່ອ​ຄວາມ​ຄຸມ​ພວກ​ຫົວ​ຮຸນ​ແຮງ.

​ແຕ່​ມີ​ຄວາມເປັນ​ຫ່ວງ​ໃນ ອັ​ຟກາ​ນິສຖານ ວ່າ ຄວາມ​ຂັດ​ແຍ້​ງຂອງ​ການ​ເປັນ​ຜູ້ນຳໃນ​ບັນດາ​ພວກ ຕາລີ​ບານ ອາ​ດນຳ​ໄປ​ສູ່​ການ​ແຍກ​ຕົວ​ອອກ​ໄປ​ຫາ​ພວກ ລັດ​ອິ​ສລາມ, ​ເຮັດ​ໃຫ້​ຕຳ​ແໜ່ງຂອງ​ພວກ​ເຂົາແຂງ​ແກ່ນ​ຂຶ້ນ​ກວ່າ​ເກົ່າ​ໃນ ອັຟກາ​ນິສ​ຖານ.

​ເຈົ້າ​ໜ້າ​ທີ່​ອາວຸ​ໂສ ກະຊວງ​ການ​ຕ່າງປະ​ເທດ ​ໄດ້​ກ່າ​ວ່າ​ໃນ​ສັບປະ​ດາ​ທີ່​ຜ່ານ​ມາ​ວ່າ ສະຫະລັດ ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ມີ​ຄວາມ​ເປັນ​ຫ່ວງ​ກ່ຽວ​ກັບ ຄວາມ​ພະຍາຍາມ​ທີ່​ຈະ​ສ້າງ​ເຂດ​ທີ່​ໝັ່ນ​ໃນ ອັ​ຟກາ​ນິສຖານ ຂອງ​ພວກ ລັດ​ອິສລາມ. “ມັນ​ບໍ່​ສາມາດ​ຄາດ​ເດົາ​ໄດ້​ເທື່ອ​ສຳ​ລັບ​ວິທີ​ທີ່​ພວກ​ເຂົາ​ອາດຈະ​ພັດທະນາ​ຂຶ້ນ​ມາ. ​ມັນ​ແມ່ນ​ບາງ​ສິ່ງທີ່ພວກ​ເຮົາກຳລັງ​ເຮັດ​ເອົາ​ຈິງ​ເອົາ​ຈັງນຳ.”

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG