ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກະບົດ ລັດອິສລາມ ເປິດສາກໂຈມຕີ ເມືອງ Ramadi ໃນ ພາກຕາເວັນຕົກອີຣັກ


ຊາວເມືອງ ພາກັນຢືນຢູ່ ບ້ານເຮືອນທີ່ເພພັງ ຍ້ອນຖືກລູກປືນຕົກ ລົງໃສ່ ໃນເມືອງ Ramadi.
ຊາວເມືອງ ພາກັນຢືນຢູ່ ບ້ານເຮືອນທີ່ເພພັງ ຍ້ອນຖືກລູກປືນຕົກ ລົງໃສ່ ໃນເມືອງ Ramadi.

ພວກ​ຫົວ​ຮຸນ​ແຮງ​ລັດ​ອິສລາມ ​ໄດ້​ເລີ້ມ​ເປີດສາກບຸກໂຈມ​ຕີ​ຄັ້ງ​
ສຳຄັນ ​ໃສ່ເມືອງ Ramadi ຂອງ​ອີຣັກ ໂດຍຍິງຖະຫລົ່ມ​ດ້ວຍ​
ລູກປືນ​ຄົກ ​ແລະ​ລະ​ເບີດ​ລົດ​ຫລາຍ​ຄັນ.

ບັນດາ​ເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ​ກ່າວ​ວ່າ ການ​ໂຈມ​ຕີ​ອາດ​ແນ່ໃສ່​ການ
ບຸກເຂົ້າ​ຄວບຄຸມ​ເອົາ​ເມືອງດັ່ງກ່າວ ຊຶ່ງ​ເປັນເຂດສຸດ​ທ້າຍ ໃນ
ແຂວງ Anbar ທີ່ຄວບ​ຄຸມ​ໂດຍ ລັດຖະບານ​ອີຣັກ.

ພວກ​ມື​ປືນ​ຂອງກຸ່ມລັດ​ອິສລາມ ​ມີລາຍ​ງານ​ວ່າ ໄດ້ຍິງ​ໃສ່​ບັນດາ
​ຕຶກ​ອາຄານ ຂອງ​ລັດຖະບານ ​ຢູ່​ໃນ​ເມືອງ Ramadi ແຕ່ຍັງ​ບໍ່​ທັນ​
ມີ​ລາຍ​ງານ​ກ່ຽວກັບການ ບາດ​ເຈັບລົ້ມຕາຍ.

ຢູ່​ທີ່ ທຳນຽບຫ້າ​ແຈ ລັດຖະມົນຕີ ​ປ້ອງ​ກັນ​ປະທດສະຫະລັດ ທ່ານ Chuck Hagel ​ໄດ້
​ສົນທະນາ​ຫາລື ໃນ​ວັນ​ສຸກ​ວານ​ນີ້ ກັບລັດຖະມົນຕີກຳລັງຮັກສາ ຄວາມສະຫງົບແຫ່ງຊາດ
ຂອງຊາ​ອຸ​ດີ ອາ​ຣາ​ເບຍ ​ເຈົ້າ​ຊາຍ Mitib bin Abdullah bin Abdulahziz Al Saud
​ແລະ ລັດຖະມົນຕີປ້ອງ​ກັນ​ປະ​ເທດ Qatar ທ່ານ Hama bin Ali al-Attiyah.

ທັງ​ສອງ​ປະ​ເທດ ​ໄດ້​ເປັນ​ພັນທະ​ມິດທີ່​ແນ່ວ​ແນ່ຂອງສະຫະລັດ ທີ່ເຂົ້າຮ່ວມການ ໂຈມຕີ
​ທາງ​ອາກາດຂອງແນວໂຮມ ​ໃສ່ລັດ​ອິສລາມ​.

ທ່ານ Hagel ​ໄດ້​ສະ​ແດງຄວາມ​ຂອບ​ໃຈ​ຕໍ່ລັດຖະມົນຕີທັງສອງໃນ​ການ​ສະໜັບ ສະໜຸນ
​ຂອງ​ເຂົາ​ເຈົ້າພ້ອມ​ດ້ວຍ​ຄວາມ​ພະຍາຍາມ​ໃນການ​ເຝິກແອບ​ພວກຕໍ່ຕ້ານ ​ທີ່ນິຍົມແນວ
ທາງປານກາງໃນຊີ​ເຣຍ ​ໃນ​ການ​ຕໍ່ສູ້​ເພື່ອໂຄ່ນ​ລົ້ມ ປະທານາທິບໍດີ Bashar al-Assad.

ເບິ່ງສະໄລດ໌ ທີ່ກ່ຽວຂ້ອງ:

XS
SM
MD
LG