ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກນັກຕໍ່ສູ້ຫົວຮຸນແຮງ ສືບຕໍ່ຍຶດເອົາ ຫົວເມືອງ ຂອງອີຣັກ ຕື່ມອີກ (ວີດີໂອ)


Iraq-22-6-14
please wait
Embed

No media source currently available

0:00 0:00:42 0:00

ເບິ່ງວີດີໂອ ກ່ຽວກັບຂ່າວນີ້.

ພວ​ກກະບົດ​ຊຸນ​ນີ ພາຍ​ໃຕ້​ການ​ນຳພາ​ຂອງ​ກຸ່ມ​ທີ່ແຍກ​ອອກ​
ຈາກ​ເຄືອ​ຂ່າຍ al-Qaida ​ໄດ້​ຍຶດເອົາ 2 ຫົວ​ເມືອງ​ຕື່ມ​ອີກ
ໃນ​ແຂວງ Anbar ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ອີຣັກ. ບັນດາ
​ເຈົ້າ​ໜ້າ​ທີ່​ຮັກສາ​ຄວາມ​ປອດ​ໄພ ກ່າວ​ໃນ​ວັນ​ອາທິດມື້​ນີ້ ວ່າ
ບັດນີ້ ພວກກຸ່ມ ISIL ໄດ້​ຄວບ​ຄຸມ​ເມືອງ Rutba ​ແລະ​ເມືອງ
Anah ​ໄວ້​ແລ້ວ.

​ໃນ​ຂະນະ​ດຽວ​ກັນ ສະຫະລັດ​ໄດ້​ເລີ້ມດຳ​ເນີນຄວາມພະຍາ
ຍາມ​ທາງ​ການ​ທູດຄັ້ງ​ໃໝ່ ​ເພື່ອ​ປຸ້ມລຸມບັນດາ​ຜູ້ນຳກຸ່ມ​ຕ່າງໆ​
ທີ່​ແຕກ​ແຍກ​ກັນຂອງ​ອີຣັກ​ ​ແລະ​ຂັບ​ໄລ່​ພວກ​ກະບົດ​ໃຫ້​ແຕກ
​ໜີ​ໄປ ​ໂດຍ​ໄດ້​ສົ່ງລັດຖະມົນຕີ​ຕ່າງປະ​ເທດ John Kerry ​
ໄປຍັງ​ພາກ​ຕາ​ເວັນ​ອອກ​ກາງ ​ແລະ​ຢູ​ໂຣບ.

ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry ​ເດີນທາງໄປ​ຮອດ​ອີ​ຈິບ​ໃນ​
ວັນ​ອາທິດ​ມື້​ນີ້ ​ໃນ​ການ​ເລີ້ມ​ຕົ້ນການ​ຢ້ຽມຢາມ​ພາກ​ຕາ​ເວັນ​ອອກ​ກາງ ​ແລະຢູ​ໂຣບ ​
ໂດຍ​ມີ​ເປົ້າ​ໝາຍ​ຫລັກ​ເພື່ອ​ທຳ​ການ​ປຶກສາ​ຫາລືກັບ​ບັນດາ​ປະ​ເທດ​ພາຄີກ່ຽວ​ກັບ​ອີຣັກ ​
ໂດຍ​ສະ​ເພາະ. ທ່ານ Kerry ຈະ​ຢຸດ​ແວ່​ທີ່​ປະ​ເທດ​ຈໍ​ແດນ ​ໃນ​ວັນ​ອາທິດ​ມື້​ນີ້ ກ່ອນ​ຈະ
​ເດີນທາງ​ມຸ້ງ​ໜ້າ​ໄປ​ຍັງ Brussels ​ເພື່ອ​ເຂົ້າຮ່ວມ​ໃນ​ກອງ​ປະຊຸມ​ບັນດາ​ລັດຖະມົນຕີ
​ຕ່າງປະ​ເທດ​ຂອງ​ກຸ່ມ​ເນ​ໂຕ້ ​ແລະ​ຫຼັງ​ຈາກ​ນັ້ນ ກໍຈະ​ເດີນທາງຕໍ່​ໄປ​ຍັງ​ນະຄອນ​ປາຣີ ​
ເພື່ອທຳ​ການ​ພົບ​ປະ​ກັບ​ບັນດາ​ປະ​ເທ​ດພາຄີ​ໃນ​ຂົງ​ເຂດ ແລະ​ພວກ​ປະ​ເທດ​ພັນທະ​
ມິດ​ ໃນ​ເຂດ​ອ່າວ​ເປີ​ເຊຍ.

​ໃນ​ວັນ​ເສົາ​ວານ​ນີ້ ພວກ​ນັກ​ຕໍ່ສູ້​ນິກາຍ Shi’ite ທີ່​ປະກອບອາວຸດ​ຢ່າງ​ໜັກ ​ໄດ້​ພາກັນ
ເດີນ​ສວນ​ສະໜາມ​ໃນ​ນະຄອນຫລວງແບັກ​ແດດ ​ໃນ​ການສະ​ແດງ​ກຳລັງ​ຢ່າງໃຫຍ່
ທີ່​ມີ​ວັດຖຸ​ປະສົງແນ​ໃສ່ ຂູ່​ຂວັນພວກ​ນັກ​ຕໍ່ສູ້​ຫົວ​ຮຸນ​ແຮງ​ນິກາຍ​ຊຸນ​ນີ ທີ່ໄດ້ຍຶດ​ເອົາ
​ເມືອງ​ນຶ່ງ​ຂອງ​ອີຣັກ ທີ່ຊາຍ​ແດນ​ຕິດ​ກັບ​ຊີ​ເຣຍ ຊຶ່ງ​ເປັນ​ການ​ຂະ​ຫຍາ​ຍແນວ​ລົບທາງ​
ພາກ​ຕາ​ເວັນ​ຕົກ​ໃຫ້​ກວ້າງ​ອອກ​ອີກ ​ໃນການ​ບຸກລຸກ​ທີ່​ຂົ່ມຂູ່​ຈະ​ທັບ​ມ້າງ​ປະ​ເທດ​ນັ້ນ.
IRAQ VO
please wait
Embed

No media source currently available

0:00 0:00:45 0:00

ບັນດາ​ເຈົ້າ​ໜ້າ​ທີ່​ຮັກສາ​ຄວາມ​ປອດ​ໄພ ກ່າວ​ວ່າ ພວກ​ນັກ​ຕໍ່ສູ້​ກຸ່ມ ISIL ​ໄດ້​ຍຶດ​ເອົາ
​ເມືອງ​ຊາຍ​ແດນ Qaim ​ໃນ​ຕອນ​ເຊົ້າ​ວັນ​ເສົາ​ວານ​ນີ້ຫຼັງ​ຈາກ​ທຳ​ການ​ສູ້​ລົບກັນ​ຢ່າງ
​ໜັກ​ມາ​ເປັນ​ເວລາ​ນຶ່ງ​ມື້.

ພວກ​ກະບົດ​ໄດ້​ຍຶດ​ເອົາ​ເມືອງ Rawah ​ເຊັ່ນ​ກັນ. ການ​ຕົກ​ໄປ​ຂອງ 4 ຫົວ​ເມືອງ​
ເຫຼົ່າ​ນີ້ ​ໄດ້​ເຮັດ​ໃຫ້ການ​ຄວບ​ຄຸມ​ຂອງ​ພວກ​ກະບົດ​ແຂງ​ແຮງ​ຂຶ້ນໃນ​ແຂວງ Anbar
​ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ອີຣັກນັ້ນ.
XS
SM
MD
LG