ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກກະບົດ ໂຈມຕີ ເມືອງ Homs ໃນຊີເຣຍ ສັງຫານ ຢ່າງໜ້ອຍ 42 ຄົນ


ແຜນທີ່ແຂວງ Homs ປະເທດຊີເຣຍ
ແຜນທີ່ແຂວງ Homs ປະເທດຊີເຣຍ

ການ​ໂຈມ​ຕີ​ ດ້ວຍ​ລະ​ເບີດ​ສະຫຼະຊີບ 2 ຄັ້ງທີ່​ເມືອງ Homs ​ໃນ​ພາກ​ຕາ​ເວັນ​ຕົກ​ຂອງ
​ຊີ​ເຣຍໃນ​ວັນ​ເສົາ​ມື້ນີ້ໄດ້​ສັງຫານ​ຢ່າງ​ໜ້ອຍ 42 ຄົນຮວມທັງ​ເຈົ້າໜ້າ​ທີ່​ສືບ​ລັບ​ຄົນ​ນຶ່ງ.

ກຸ່ມ​ສິ້ງຊອມ​ສິດທິ​ມະນຸດ​ ໃນ​ຊີ​ເຣຍ ກ່າວ​ວ່າ ມີ​ຜູ້​ໂຈມ​ຕີ​ສະຫຼະຊີບ ​ຢ່າງ​ໜ້ອຍ 6 ຄົນ ​
ໄດ້​ບີບ​ຄະ​ນວນ​ລະ​ເບີດ​ສັງຫານ​ຕົນ​ເອງ ​ໃກ້ໆ​ກັບ​ກອງ​ບັນຊາ​ການ​ຮັກສາຄວາມ​ສະ
ຫງົບ ​ແລະ​ອົງການ​ສືບ​ລັບ​ກອງທັບ.

​ເວລາ​ນີ້ຍັງ​ບໍ່​ທັນ​ມີ​ກຸ່ມ​ໃດ​ ອອກ​ມາ​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ເທື່ອ ​ໃນ​ການ​ໂຈມຕີ
​ເຫຼົ່ານີ້.

ເມືອງ Homs ​ໄດ້​ຕົກ​ຢູ່​ພາຍ​ໃຕ້​ການ​ຄວບ​ຄຸມ​ຂອງລັ​ດຖະບານ​ມາ​ 3 ປີ​ແລ້ວ.

​ໃນ​ຕອນ​ເຊົ້າວັນ​ສຸກ​ວານ​ນີ້ ຢູ່​ທີ່​ພາກ​ເໜືອ​ຂອງ​ຊີ​ເຣຍ ການ​ໂຈມ​ຕີ​ດ້ວຍ​ລົດ​ລະ​ເບີດ
​ສະຫຼະຊີບ ​ໄດ້​ສັງຫານ​ຢ່າງ​ໜ້ອຍ 65 ຄົນຮວມທັງ​ພົນລະ​ເຮືອນ​ຈຳນວ​ນນຶ່ງ ນັກ​ລົບ
​ຂອງ​ພວກ​ຕໍ່ຕ້ານ ​ແລະ​ທະຫານ​ເທີ​ກີ 2 ຄົນ ອີງ​ຕາມ​ລາຍ​ງານ​ຂ່າວ ຂອງ​ສື່​ມວນ​ຊົນ
​ທ້ອງ​ຖິ່ນ​ແລະ​ເຈົ້າໜ້າ​ທີ່​ເທີ​ກີ.

ການ​ໂຈມ​ຕີ​ທີ່​ເມືອງ al-Bab ​ໄດ້​ມີ​ຂຶ້ນນຶ່ງ​ມື້ຫລັງ​ຈາກ​ກຳລັງ​ເທີ​ກີ​ແລະ​ພວກ​ຕໍ່ຕ້ານ
​ທີ່​ເປັນ​ພັນທະ​ມິດ​ ໄດ້​ເຂົ້າຄວບ​ຄຸມ​ສ່ວນ​ໃຫຍ່​ ຂອງ​ຫົວ​ເມືອງ​ຍຸດ​ທະ​ສາດ​ດັ່ງກ່າວ​
ຈາ​ກກຸ່ມລັດ​ອິສລາມ.

Turkey IS Syria
please wait
Embed

No media source currently available

0:00 0:02:28 0:00

​ເຫດ​ລະ​ເບີດຄັ້ງ​ທຳ​ອິດ ໃນ​ວັນ​ສຸກ​ວານນີ້ ​ເກີດ​ຂຶ້ນທີ່​ດ່ານ​ກວດ​ຂອງ​ພວກ​ຕໍ່​ຕ້ານ ​
ໃນ​ບ້ານ Sousian ​ໂດຍ​ໄດ້​ສັງຫານ​ພົນລະ​ເຮືອນ​ຫຼາຍຄົນ ພ້ອມ​ດ້ວຍ ​ກຳລັງ​ຕໍ່
ຕ້ານແລະ​ທະຫານ​ເທີ​ກີ 2 ຄົນ.

ປະຊາຊົນ​ໄດ້​ໄປ​ເຕົ້າ​ໂຮມ​ກັນ​ທີ່​ຫ້ອງການ​ຮັກສາ​ຄວາມ​ສະຫງົບ​ ສ່ວນ​ນຶ່ງ​ແມ່ນ
​ເພື່ອ​ຂໍ​ໃບ​ອະນຸຍາດ ​ທີ່​ຈະ​ກັບ​ຄືນ​ໄປ​ເມືອງ al-Bab ຊຶ່ງ​ໄດ້​ເກີດ​ການ​ສູ້​ລົບຢ່າງ
​ໜັກ​ມາ​ໄດ້​ຫຼາຍ​ເດືອນ​ແລ້ວ​ນັ້ນ.

​ເຫດ​ລະ​ເບີດ​ຄັ້ງທີ​ສອງເກີດ​ຂຶ້ນ​ໃນ​ຂະນະທີ່​ປະຊາຊົນໃນ​ເຂດ​ທ້ອງຖິ່ນ​ແລະໜ່ວຍ​
ກູ້​ໄພ ພວມ​ຊອກ​ຄົ້ນຫາ​ຊາກ​ສົບ​ຜູ້​ເສຍ​ຊີວິດຍ້ອນ​ການ​ໂຈມ​ຕີ​ດ້ວຍ​ລະ​ເບີດຄັ້ງທຳ​
ອິດ.

ກຸ່ມ​ລັດ​ອິສລາມ​ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ໃນ​ການ​ໂຈມ​ຕີ ​ໂດຍ​ກ່າວ​ວ່າ ຕົນ​
ໄດ້​ສັງຫານ​ທະຫານ​ເທີ​ກີ 8 ຄົນ ​ແລະ​ນັກ​ລົບ​ຂອງ​ພວກ​ຕໍ່ຕ້ານ 60 ຄົນ ອົງການ
Amaq ທີ່​ນິຍົມ​ກຸ່ມ​ລັດ​ອິສລາມ​ນັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG