ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກຸ່ມຕາລິບັນ ໂຈມຕີຄຸກ ແລະ ປ່ອຍນັກໂທດ 240 ຄົນ ໃນປາກິສຖານ (ວີດິໂອ)


ຕໍາຫຼວດນອກເຄື່ອງແບບຖ່າຍຮູບຂອງຄຸກ ທີ່ໄດ້ຮັບຄວາມເສຍຫາຍ ດ້ວຍໂທລະສັບມືຖື
ຕໍາຫຼວດນອກເຄື່ອງແບບຖ່າຍຮູບຂອງຄຸກ ທີ່ໄດ້ຮັບຄວາມເສຍຫາຍ ດ້ວຍໂທລະສັບມືຖື
ພວກຫົວຮຸນແຮງຕາລິບັນ ​ໃນປາກິສຖານ ຊຶ່ງບາງຄົນ​ປອມ​ໂຕ​ນຸ່ງຊຸດ
​ເຄືອງ​ແບບຕໍາຫຼວດ​ໄດ້​ທໍາ​ການ​ໂຈມຕີຄຸກ​ແຫ່ງ​ນຶ່ງ ໃນວັນຈັນວານນີ້
ທາງພາກເໜືອຂອງປາກິສຖານ ດ້ວຍປືນກົນແລະລະເບີດມື ​ແລະໄດ້
ປ່ອຍນັກໂທດຈໍານວນ 240 ຄົນ ຮວມທັງນັກໂທດຜູ້ ກໍ່ການຮ້າຍ 25
ຄົນນໍາ.

ເຈົ້າໜ້າທີ່ກ່າວວ່າ ມີ 12 ຄົນ ຮວມທັງຕໍາຫຼວດ 4 ຄົນ ໄດ້ຖືກສັງຫານ
​ແລະມີຕໍາຫຼວດ 7 ຄົນ ໄດ້ຮັບບາດເຈັບ ໃນການບຸກໂຈມຕີຄັ້ງນີ້ ທີ່ມີ
ການຕໍ່ສູ້ກັນເຖິງ 3 ຢູ່​ທີ່ຄຸກ​ໃນເມືອງ Dera Ismail Khan ຂອງ
​ແຂວງKhyber Pakhtunkhwa ທີ່ຢູ​ໃກ້ໆ​ກັບຂົງ​ເຂດທີ່​ບໍ່ມີຂື່​
ມີ​ແປ​ ຕິດ​ກັບຊາຍ​ແດນອັຟກາ​ນີສຖານ ບ່ອນ​ທີ່ກຸ່ມຕໍ່ສູ້ຫົວຮຸນແຮງ
ຕາລິບັນ ​ແລະພວກກະບົດທີ່ພົວພັນກັບກຸ່ມ​ກໍ່​ການ​ຮ້າຍ al-Qaida
ມີ​ການ​ເຄື່ອນ​ໄຫວ​ຢ່າງ
​ແຂງ​ຂັນນັ້ນ.

​ເຈົ້າ​ໜ້າ​ທີ່ກ່າວ​ວ່າ ໃນ​ຈໍານວນ​ນັກ​ໂທດທີ່​ໂຕນ​ໜີ​ນັ້ນ ມີຢ່າງ​ນ້ອຍ 6 ຄົນ​ ​ຖືກ​ຈັບໄດ້ຄືນແລ້ວ.
ທາງ​ການ​ໄດ້​ຮຽກ​ທະຫານເຂົ້າ​ມາ​ເສີມ​ກໍາລັງ.

​ເຈົ້າ​ໜ້າ​ທີ່​ໄດ້​ປະກາດ​ຫ້າມ​ສັນຈອນ​ໄປມາ ​ໃນ​ຍາມ​ຄໍ່າ​ຄືນ ໃນ​ເມືອງ Dera Ismail Khan
ຕໍາຫຼວດ​ແລະ​ພວກ​ທະຫານ​ ໄດ້​ປິດລ້ອມ​ເຂດ​ດັ່ງກ່າວ​ໄວ້​ໝົດ.

ໂຄສົກ​ຂອງກຸ່ມຕໍ່ສູ້ຫົວຮຸນແຮງຕາລິບັນ​ໃນປາກິສຖານ ​ໄດ້​ອອກ​ມາ​ອ້າງ​ເອົາ​ຄວາມ​ຮັບຜິດ​ຊອບ​
ໃນການ​ໂຈມ​ຕີ​ຄັ້ງ​ນີ້ ​ແລະ​ກ່າວ​ວ່າ ມີພວກຫົວຕໍ່ສູ້ຈໍານວນ 150 ຄົນ ​ເຂົ້າ​ຮ່ວມ​ປະຕິບັດການ​ໂຈມ​ຕີ
​ຄັ້ງ​ນີ້ ຊຶ່ງ​ຮວມທັງ​ພວກ​ວາງລະ​ເບີ​ດສະລະ​ຊີບຫຼາຍ​ຄົນ. ໂຄສົກ​ປະກາດວ່າ ການ​ໂຈມຕີ​ຄັ້ງ​ນີ້​
ແມ່ນ​ເປັນ​ຜົນ​ສໍາ​ເລັດ​.

PAKISTAN PRISON VO.mov
please wait

No media source currently available

0:00 0:00:53 0:00
XS
SM
MD
LG