ພວກຫົວຮຸນແຮງໄດ້ທຳການໂຈມຕີໃນຕອນເຊົ້າມືດວັນພຸດມື້ນີ້ ຢູ່ປ້ອມຍາມຮັກສາ
ຄວາມປອດໄພ ທີ່ພາກຕາເວັນຕົກສຽງໃຕ້ຂອງປາກິສຖານ ໂດຍໄດ້ສັງຫານ ກຳລັງ
ຮັກສາຄວາມປອດໄພຫົກຄົນ.
ການໂຈມຕີມີຂຶ້ນຢູ່ທີ່ເມືອງຊີອາແຣັຕ ໃນແຂວງບາລູຈິສຕານ ຊຶ່ງເປັນເຂດສອກຫລີກ
ຫ່າງໄກ ໃຫຍ່ສຸດ ທີ່ມີຊັບພະຍາກອນທຳມະຊາດອຸດົມຮັ່ງມີຂອງປະເທດ.
ທ່ານກາເດຍ ບາກ ເປີການີ ຮອງຜູ້ບັນຊາການຕຳຫຼວດເມືອງຊີອາແຣັຕ ກ່າວຕໍ່ວີໂອ
ເອ ວ່າກຳລັງຮັກສາຄວາມປອດໄພໄດ້ເລີ້ມທຳການປະຕິບັດງານຊອກຫາຢູ່ໃນຂົງ
ເຂດ ເພື່ອຈະຈັບກຸມ “ພວກກໍ່ການຮ້າຍ” ຜູ້ທີ່ໄດ້ທຳການໂຈມຕີ ປະມານ 50 ກິໂລ
ແມັດ ຫ່າງຈາກເມືອງແກັຕຕາ ຊຶ່ງເປັນເມືອງເອກຂອງແຂວງ.
ພວກນອກກົດໝາຍ ເຕຣິກ-ອີ-ຕາລິບານ ຫຼື TTP ຊຶ່ງເປັນທີ່ຮູ້ກັນໂດຍທົ່ວໄປວ່າ
ພວກຕາລີບານໃນປາກິສຖານນັ້ນ ໄດ້ອ້າງເອົາຄວາມຮັບຜິດຊອບໃນການ ໂຈມ
ຕີດັ່ງກ່າວ.
ໂຄສົກຂອງກຸ່ມ TTP ກ່າວຫາຢູ່ໃນຖະແຫຼງການວ່າ ການບຸກໂຈມຕີໄດ້ມີຂຶ້ນ ເພື່ອ
ເປັນການແກ້ແຄ້ນ ຕໍ່ການສັງຫານສະມາຊິກຂອງຕົນຈຳນວນນຶ່ງ ໂດຍ ໜ່ວຍຮັກ
ສາຄວາມປອດໄພ ທີ່ປະຈຳການຢູ່ປ້ອມດັ່ງກ່າວ..
ປະຊາຊົນບາລູຈິສຕານ ທີ່ມີປະຊາຊົນອາໄສຢູ່ຢ່າງກະຈັດກະຈາຍກັນນັ້ນມີຊາຍ
ແດນຕິດກັບອັຟການິສຖານ ແລະອີຣ່ານ ຊຶ່ງມັກຈະຖືກໂຈມຕີໂດຍພວກຫົວຮຸນ
ແຮງຢູ່ເປັນປະຈຳ.